ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມລັດພາຄີສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ 12

Sep 17, 2024

ໃນວັນທີ 10-13 ຜ່ານມາ ທີ່ ເຊີແນວ ປະເທດສະວິສ, ຄະນະຜູ້ແທນ ສປປ ລາວ ຈາກ ກະຊວງການຕ່າງປະເທດ ແລະ ຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ລັດພາຄີສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດ ລູກຫວ່ານ (CCM) ຄັ້ງທີ 12 ເພື່ອລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາມາດຕາ ຂອງສົນທິສັນຍາ ກໍຄືການແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ), ສິ່ງທ້າທາຍ ແລະ ປຶກສາຫາ ລືກ່ຽວກັບການຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິ ບັດສົນທິສັນຍາ CCM.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ດາວວີ ວົງໄຊ ຫົວ ໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ຫົວໜ້າຄະນະຜູ້ແທນ ສປປ ລາວ ໄດ້ນໍາສະເໜີບົດ ເພື່ອຂໍຕໍ່ໄລຍະເວລາ ຈັດຕັ້ງປະຕິບັດການສຳຫຼວດ ກວດກູ້ລະເບີດບໍ່ທັນແຕກ ຕາມມາດຕາ 4 ຂອງ ສົນທິສັນຍາ CCM ເປັນຄັ້ງທີສອງ ໂດຍຈະມີໄລຍະ ຂອງການຈັດຕັ້ງປະຕິບັດແຕ່ເດືອນສິງຫາ 2025 ຫາ ເດືອນສິງຫາ 2030 (ເປັນໄລຍະເວລາ 5 ປີ). ໃນນັ້ນ, ໄດ້ຊີ້ໃຫ້ເຫັນສະພາບການລວມຂອງວຽກງານແກ້ໄຂບັນຫາ ລບຕ, ຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດມາດຕາ 4 ທີ່ ສປປ ລາວ ໄດ້ຮັບການຕໍ່ໄລຍະເວລາ ຄັ້ງທີ່ 1 ແຕ່ປີ 2021 ຫາ 2025 ແລະ ແຜນການໃນຕໍ່ໜ້າ, ໂດຍສະເພາະໄດ້ຮຽກຮ້ອງໃຫ້ເພີ່ມຄວາມພະຍາຍາມໃນການຮ່ວມມືກັນ ຂອງທຸກພາກສ່ວນ ໃນການແກ້ໄຂບັນຫາລະເບີດ ບໍ່ທັນແຕກຢູ່ ສປປ ລາວ ໃຫ້ເປັນໄປຕາມຈຸດປະສົງ ແລະ ຄາດໝາຍທາງວາງໄວ້.
ພ້ອມກັນນັ້ນ, ຄະນະຜູ້ແທນ ສປປ ລາວ ໄດ້ກ່າວຄໍາເຫັນຕໍ່ກອງປະຊຸມໃນຫຼາຍຫົວຂໍ້ຕາມວຽກງານບຸລິມະສິດ ເປັນຕົ້ນແມ່ນການແລກປ່ຽນບັນຫາລວມຂອງສາກົນໃນການຈັດຕັ້ງປະຕິບັດສົນທິສັນຍາ, ການຮ່ວມມື ແລະ ການຊ່ວຍເຫຼືອຂອງສາກົນ, ວຽກງານການກວດກູ້ ແລະ ໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ, ວຽກງານການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ມາດຕະການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການເກືອຫ້າມລະເບີດ ລູກຫວ່ານ ແລະ ການສົ່ງເສີມບົດບາດຍິງ-ຊາຍໃນວຽກງານແກ້ໄຂບັນ ຫາລະເບີດບໍ່ທັນແຕກ.
ນອກຈາກນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ທີ່ຈັດໂດຍອົງການຈັດຕັ້ງສາກົນ ແລະ ປະເທດຜູ້ໃຫ້ທຶນຕ່າງໆ, ພ້ອມກັບພົບປະສອງຝ່າຍກັບຫຼາຍພາກສ່ວນ ເພື່ອເຜີຍແຜ່ນະໂຍບາຍ ແລະ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ ສປປ ລາວ ກໍຄືການຂົນຂວາຍການຮ່ວມມື ແລະ ການຊ່ວຍເຫຼືອ ຈາກສາກົນ ເພື່ອສືບຕໍ່ປົກປ້ອງຊີວິດປະຊາຊົນ ແລະ ສະຫນັບສະຫນູນການຈັດຕັ້ງປະຕິບັດ ເປົ້າໝາຍການພັດ ທະນາແບບຍືນຍົງ.
ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາບົດລາຍງານຜົນກອງປະຊຸມ ຊຶ່ງໃນນັ້ນ ໄດ້ເຫັນດີຮັບຮອງການສະເໜີຂອງ ສປປ ລາວ ໃນການຕໍ່ໄລຍະເວລາການຈັດຕັ້ງປະຕິບັດການສຳຫຼວດ ກວດກູ້ ລະເບີດບໍ່ທັນແຕກ ຕາມມາດຕາ 4 ຂອງສົນທິສັນຍາ ເປັນຄັ້ງທີ 2 (2025-2030) ແລະ ໄດ້ຕົກລົງເຫັນດີໃຫ້ ສປປ ລາວ ເປັນປະທານກອງປະຊຸມທົບທວນຄືນສົນທິສັນຍາ CCM ຄັ້ງທີ 3 ແຕ່ເດືອນກັນຍາ 2025 – ກັນຍາ 2026.
ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ເປັນສົນທິສັນຍາສາກົນທີ່ໄດ້ຖືກຮັບຮອງໃນປີ 2009 ແລະ ປັດ ຈຸບັນ ມີລັດພາຄີທັງໝົດ 112 ປະເທດ. ສປປ ລາວ ເປັນປະ ເທດທີ່ສອງທີ່ໄດ້ລົງນາມ ແລະ ໄດ້ເປັນເຈົ້າພາບຈັດກອງປະຊຸມລັດພາຄີສົນທິສັນຍາ CCM ຄັ້ງທຳອິດໃນປີ 2010 ທີ່ນະຄອນ ຫຼວງວຽງຈັນ.
ຂ່າວ: ກະຊວງການຕ່າງປະເທດ