ກອງປະຊຸມວິຊາການປະຈຳປີ ຂອງສະມາຄົມສັນລະຍະແພດລາວ ຄັ້ງທີ 8 ໄດ້ຈັດຂຶ້ນໃນວັນທີ 14 ພະຈິກນີ້ ທີ່ໂຮງໝໍມິດຕະພາບ ໂດຍການເປັນປະທານຂອງທ່ານ ສຸກສະຫວາດ ສີວິໄຊ ປະທານສະມາຄົມການແພດລາວ, ເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ລາດສະວົງ ຜູ້ອຳນວຍການໂຮງໝໍມິດຕະພາບ, ມີພະນັກງານແພດໝໍຜ່າຕັດທົ່ວປະເທດເຂົ້າຮ່ວມ.
ທ່ານ ສຸກສະຫວາດ ສີວິໄຊ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອເຕົ້າໂຮມຄວາມສາມັກຄີ ແລະແລກປ່ຽນຄວາມຄິດເຫັນທາງດ້ານວິຊາການ ການຜ່າຕັດ ເພື່ອເພີ່ມທະວີເຂົ້າໃນການປິ່ນປົວຮັກສາສຸຂະພາບພໍ່ແມ່ປະຊາຊົນບັນດາເຜົ່າ, ກອງປະຊຸມຄັ້ງນີ້ຍັງໄດ້ສະເໜີບົດວິທະຍາສາດມາຈາກພາຍໃນປະເທດມີ 8 ບົດ ແລະ ຕ່າງປະເທດມີ 5 ບົດ. ສະມາຄົມສັນລະຍະແພດລາວໄດ້ສ້າງຕັ້ງຂຶ້ນໃນວັນທີ 22 ພຶດສະພາ 2012 ໃນໄລຍະສອງປີຜ່ານມາ ສະມາຄົມໄດ້ປະກອບສ່ວນເຂົ້າໃນການສິດສອນໃນວຽກງານທິດສະດີ ແລະ ຕົວຈິງໃຫ້ນັກສຶກສາແພດ ແລະ ທ່ານໝໍຜ່າຕັດໃນຂອບເຂດທົ່ວປະເທດ, ໄດ້ລົງຊຸກຍູ້ພັດທະນາວິຊາການຜ່າຕັດທຸກດ້ານໃຫ້ບັນດາໂຮງໝໍແຂວງໃນຂອບເຂດທົ່ວປະເທດ ແລະ ໄດ້ເຊັນສັນຍາຮ່ວມມືກັບ RCOST ຂອງຣາຊະອານາຈັກໄທ ແລະໄດ້ສົ່ງສະມາຊິກເຂົ້າຮ່ວມການຝຶກອົບຮົມ, ໄດ້ຮ່ວມມືກັບສະມາຄົມ International Golden Urologic Association Kunming China ໄດ້ຮ່ວມມືກັບສະມາຄົມ TUA ໄດ້ຮ່ວມມືເປີດກອງປະຊຸມຮ່ວມພັດທະນາວິຊາການຜ່າຕັດຜ່ານທໍ່ ແລະ ລະບົບຖ່າຍເທ ຢູ່ພາກເໜືອຂອງປະເທດລາວເຮົາ, ຮ່ວມກັບໂຮງໝໍບໍລິເວນ 107.
ທີ່ມາ: ປະຊາຊົນ





