ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມວິຊາການສາກົນ ກ່ຽວກັບການສົ່ງເສີມຄຸນນະພາບຮ່າງກາຍ ແລະ ສຸຂະພາບຂອງປະຊາຊົນ ຈີນ-ອາຊຽນ ຄັ້ງທີ 2

Oct 11, 2024

ວັນທີ 9 ຕຸລານີ້, ກອງປະຊຸມວິຊາການສາກົນ ກ່ຽວກັບການສົ່ງເສີມສຸຂະພາບທາງດ້ານຮ່າງກາຍ ຂອງປະຊາຊົນຈີນ-ອາຊຽນ ຄັ້ງທີ 2 ໄດ້ຈັດຂຶ້ນຢູ່ນະຄອນຊີ່ອ່ານແຂວງສານຊີ່ຈີນ. ກອງປະຊຸມຄັ້ງນີ້ຈະດຳເນີນໄປເປັນເວລາ 4 ວັນ, ພາຍໃຕ້ຫົວຂໍ້ “ລົງເລິກການຮ່ວມມືດ້ານຄຸນນະພາບຮ່າງກາຍ ແລະຊຸກຍູ້ໃຫ້ມີອະນາຄົດທີ່ມີສຸຂະພາບເຂັ້ມແຂງ”, ສຸມໃສ່ການຄົ້ນຄວ້າໃນຂົງເຂດສົ່ງເສີມຄຸນນະພາບຮ່າງກາຍ ແລະສຸຂະພາບຂອງປະຊາຊົນ, ຜູ້ແທນຈາກປະເທດສະມາຊິກອາຊຽນ ເຊັ່ນ: ບຣູໄນ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ ແລະອື່ນໆ ຈະເປິກສາຫາລືກັນໂດຍປິ່ນອ້ອມຫົວຂໍ້ “ການອອກກຳລັງກາຍສົ່ງເສີມສຸຂະພາບ” ແລະ “ການສ້າງສຸຂະພາບຢ່າງເປັນເຈົ້າການກັບສັງຄົມຜູ້ອາຍຸສູງຫຼາຍຂຶ້ນ”, ພ້ອມທັງແບ່ງປັນປະສົບການ ກ່ຽວກັບການສົ່ງເສີມສຸຂະພາບທາງດ້ານຮ່າງກາຍ.
May be an image of text