ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ຄັ້ງວັນທີ 17 ມັງກອນ 2026 ໄດ້ຮັບຮອງເອົາການສະເໜີ ຍົກຍ້າຍ ແຕ່ງຕັ້ງ ພະນັກງານການນຳຂັ້ນສູງ ຫຼາຍຕຳແໜ່ງ

Jan 20, 2026

ວັນທີ 19 ມັງກອນ 2026, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດໄດ້ຖະແຫຼ່ງຂ່າວຜົນສໍາເລັດການດໍາເນີນກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ວ່າ:
ກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ໄຂຂຶ້ນໃນຕອນເຊົ້າວັນທີ 17 ມັງກອນ 2026 ຊຶ່ງໄດ້ຄົ້ນຄວ້າພິຈາລະນາ ໜັງສືສະເໜີຂອງປະທານປະເທດ ສະບັບເລກທີ 002/ປປທ ລົງວັນທີ 16 ມັງກອນ 2026 ກ່ຽວກັບການພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່; ຄົ້ນຄວ້າພິຈາລະນາ ຄໍາສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 168/ນຍ ລົງວັນທີ 16 ມັງກອນ 2026 ກ່ຽວກັບ ການພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່ ແລະ ຄໍາສະເໜີ ສະບັບເລກທີ 169/ນຍ ລົງວັນທີ 16 ມັງກອນ 2026 ກ່ຽວກັບການຮັບຮອງເອົາຄໍາສະເໜີພັກການ- ຮັບອຸດໜູນບຳນານ ຂອງສະມາຊິກລັດຖະບານ.
ຜ່ານການຄົ້ນຄວ້າພິຈາລະນາ ຂອງກອງປະຊຸມ ເຫັນດີເປັນເອກະພາບຕົກລົງຮັບຮອງເອົາຄືດັ່ງນີ້:
ຮັບຮອງເອົາ ການສະເໜີຂອງປະທານປະເທດ ກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່ ມີດັ່ງນີ້:
(1) ຮັບຮອງເອົາການຍົກຍ້າຍ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ ໄປຮັບໜ້າທີ່ໃໝ່ຢູ່ ແຂວງຄໍາມ່ວນ;
(2) ຮັບຮອງເອົາການແຕ່ງຕັ້ງ ພົນຈັດຕະວາ ນາງ ລິວົງ ລາວລີ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເປັນຫົວໜ້າອົງການໄອຍະການປະຊາຊົນສູງສຸດ.
ຮັບຮອງເອົາການສະເໜີ ຂອງນາຍົກລັດຖະມົນຕີ ກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່ ມີດັ່ງນີ້:
(1) ຍົກຍ້າຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການສູນກາງພັກ.
(2) ຍົກຍ້າຍ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄປຮັບໜ້າທີ່ໃໝ່.
(3) ຍົກຍ້າຍ ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ໄປຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວສ້າງຊາດ;
(4) ແຕ່ງຕັ້ງ ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ເຈົ້າແຂວງຄຳມ່ວນ ໄປຮັບໜ້າທີ່ໃໝ່ ເປັນປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ.
ແຕ່ງຕັ້ງ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງອັດຕະປື ໄປຮັບໜ້າທີ່ໃໝ່ ເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.
ຮັບຮອງເອົາການສະເໜີຂອງນາຍົກລັດຖະມົນຕີ ກ່ຽວກັບການພັກການຮັບອຸດໜູນບຳນານຂອງທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ.