ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ 1 ພາຍໃຕ້ຄໍາຂວັນ: “ເພີ່ມທະວີບົດບາດການນຳພາຂອງພັກ, ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ” ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 14 ກໍລະກົດ 2026 ນີ້ ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີ ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ; ມີຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກສົມບູນ-ສຳຮອງ,ອະດີດການນຳພັກ-ລັດ, ພະນັກງານອາວຸໂສບໍານານ, ລັດຖະມົນຕີ- ຮອງລັດຖະມົນຕີ, ບັນດາຜູ້ແທນສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນ, ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ພົອ ວິໄລ ຫຼ້າຄຳຟອງ ໄດ້ກ່າວໄຂກອງປະຊຸມ ຢ່າງເປັນທາງການ ເຊິ່ງ ທ່ານ ໄດ້ກ່າວວ່າ: ພັກ-ລັດ ຍາມໃດກໍຖືເອົາວຽກງານສື່ມວນຊົນ ເປັນວຽກງານໜຶ່ງທີ່ສຳຄັນ ແລະ ຕິດພັນສະໜິດແໜ້ນກັບການປະຕິວັດຊາດ ຕິດພັນກັບຂະບວນການຕໍ່ສູ້ຢ່າງພິລະອາດຫານຂອງປະຊົນລາວບັນດາເຜົ່າ ກໍຄື ການປົກປັກຮັກສາປະເທດຊາດໃນປັດຈຸບັນ, ເວລາໃດກໍຖືເອົາສື່ມວນຊົນເປັນສະໜາມຮົບດ້ານການເມືອງ-ແນວຄິດ ແລະ ວັດທະນະທຳ, ເປັນພາຫານະອັນແຫຼມຄົມ ເພື່ອນຳສົ່ງ ແລະ ສື່ສານຄວາມຖືກຕ້ອງໃນການໂຄສະນາເຜີຍແຜ່ແນວທາງນະໂຍຍາຍຂອງພັກ, ກົດໝາຍຂອງລັດ, ໂຄສະນາຜົນສໍາເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສ່ອງແສງເຫດການຕ່າງໆທີ່ສຳຄັນຂອງພັກ, ສ່ອງແສງເຖິງຄວາມມຸ່ງມາດປາຖະໜາ ແລະ ແຜນການເຄື່ອນໄຫວຂອງປະຊາຊົນ, ປຸກລະດົມນໍ້າໃຈຮັກຊາດ, ເຕົ້າໂຮມຄວາມສາມັກເປັນປຶກ ແຜ່ນ ທົ່ວປວງຊົນເຂົ້າໃນການພັດທະນາເສດຖະກິດ- ສັງຄົມ, ສ້າງບັນຍາກາດປະຊາທິປະໄຕເປັນເວທີແລກປ່ຽນຄຳຄິດຄຳເຫັນທັດສະນະສ້າງສັນລະຫວ່າງມະຫາຊົນກັບພາກລັດ.

ສື່ມວນຊົນ, ຍັງໄດ້ປະກອບສ່ວນອັນສໍາຄັນ ແລະ ຍົກບົດບາດ, ອິດທິພົນ ບໍ່ວ່າໃນອະດີດ ແລະ ປັດຈຸບັນຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ; ເຊິ່ງມະຕິ 36 ຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ແລະ ການຄຸ້ມຄອງລັດຕໍ່ວຽກງານສື່ມວນຊົນໃນໄລຍະໃໝ່ ເປັນເຂັມຊີ້ທິດເຍືອງທາງໃນການເຄື່ອນໄຫວວຽກງານສື່ມວນຊົນ ຕະຫຼອດໄລຍະ 30 ກວ່າປີທີ່ຜ່ານມາ ແລະ ໃນກອງປະຊຸມໃຫ່ຍ ຄັ້ງທີ XII ຂອງພັກ ໄດ້ເນັ້ນໄວ້ວ່າ: ເພີ່ມທະວີວຽກ ງານຖະແຫຼງຂ່າວສື່ມວນຊົນໃຫ້ເຂັ້ມແຂງ ມີຄວາມທັນສະໄໝ ວ່ອງໄວ ທັນກັບສະພາບການ ເປັນກະບອກສຽງທີ່ແຫຼມຄົມຂອງພັກ ຕິດພັນກັບການຍົກລະດັບວຽກງານໂຄສະນາປະຊາສຳພັນດ້ວຍຫຼາຍຮູບແບບ, ຫຼາຍສີ ມີຄວາມຈັບອົກຈັບໃຈ ແລະ ອຸດົມສົມບູນກວ່າເກົ່າ, ສົ່ງເສີມວຽກຈິງຄົນແທ້ ຜູ້ເຮັດແທ້ທໍາຈິງ ຕົວແບບການພັດທະນາຜົນສຳເລັດການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາໃຫ້ສັງຄົມໄດ້ຮັບຊາບ ແລະ ຮຽນຮູ້ຢ່າງກວ້າງຂວາງ ເພື່ອຈັດຕັ້ງປະຕິບັດທິດຊີ້ນໍາດັ່ງກ່າວ ຈຶ່ງໄດ້ຈັດກອງປະຊຸມໃນຄັ້ງນີ້ຂຶ້ນ ພາຍໃຕ້ຄຳຂວັນ “ເພີ່ມທະວີການນໍາພາຂອງພັກ ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ”.

ກອງປະຊຸມຄັ້ງນີ້ ຍັງເປັນຄັ້ງປະຫວັດສາດ ຈະໄດ້ພ້ອມກັນສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານສື່ມວນຊົນ ໃນໄລຍະຜ່ານມາ ກໍຄື ການຈັດຕັ້ງປະຕິບັດມະຕິ ຂອງກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີບົດບາດການນໍາພາຂອງພັກ, ການຄຸ້ມຄອງຂອງລັດຕໍ່ສື່ມວນຊົນໃນໄລຍະໃໝ່ ເຫັນໄດ້ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ວິທີການແກ້ໄຂ ພ້ອມທັງວາງທິດທາງແຜນການພັດທະນາວຽກງານສື່ມວນຊົນ ໃນໄລຍະໃໝ່ ໃຫ້ທັນກັບສະພາບການເງື່ອນໄຂການພັດທະນາເສດຖະກິດ-ສັງຄົມ ໃນເເຕ່ລະໄລຍະ ເເລະອື່ນໆ.
ພ້ອມນີ້, ບັນດາ ຜູ້ແທນກອງປະຊຸມຍັງຈະໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນໃສ່ເນື້ອຮ່າງບົດສະຫຼຸບເພື່ອເຮັດໃຫ້ມີເນື້ອຄົບຖ້ວນສົມບູນ ແລະ ນຳໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນວຽກຈິງໃຫ້ເກີດຜົນປະໂຫຍດສູງສຸດ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້. ເຊິ່ງກອງປະຊຸມ ຈະໄດ້ດຳເນີນເປັນເວລາ 2 ວັນ ( 14 -15 ກໍລະກົດ 2026) ຈຶ່ງສຳເລັດ.
ພາບ-ຂ່າວ: ແກ້ວ ອຸເພັດ


