ກອງປະຊຸມສະຫຼຸບວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2025 ແລະ ກອງປະຊຸມສະຫຼຸບວຽກງານຕິດຕາມກວດກາການດໍາເນີນຄະດີແພ່ງ ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 12 ມັງກອນ 2026, ທີ່ໂຮງແຮມ ດອນຈັນພາເລດ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ, ຄະນະນຳຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນພາກ, ແຂວງ, ນະຄອນຫຼວງວຽງຈັນ, ອົງການໄອຍະການປະຊາຊົນເຂດ ແລະ ຫ້ອງການໄອຍະການເຂດປະຈໍາເມືອງ ພາຍໃນນະຄອນຫຼວງວຽງຈັນ ແລະ ອົງການໄອຍະການທະຫານ ລວມທັງໝົດ 300 ຄົນເຂົ້າຮ່ວມ.
ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໄອຍະການປະຊາຊົນ ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026. ຈາກນັ້ນ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ຄະນະບໍລິຫານງານພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຜ່ານບົດສະຫຼຸບວຽກງານຕິດຕາມກວດກາການດຳເນີນຄະດີແພ່ງ ຂອງອົງການໄອຍະການປະຊາຊົນ. ກອງປະຊຸມຍັງໄດ້ ຮັບຟັງການປະກອບຄຳຄິດເຫັນຢ່າງກົງໄປກົງມາ ແລະ ມີເນື້ອໃນເລິກເຊິ່ງ ເປັນຕົ້ນ: ຜົນສໍາເລັດ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ຊອກໃຫ້ເຫັນບັນຫາສາເຫດຕົ້ນຕໍ ແລະ ວິທີການແກ້ໄຂຢ່າງມີລັກສະນະວິທະຍາສາດ, ຖືກຕ້ອງກັບຕົວຈິງ ແລະ ກົດໝາຍ.

ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສູດ, ປະທານກອງປະຊຸມ ໄດ້ໂອ້ລົມຕໍ່ກອງປະຊຸມໂດຍເນັ້ນໜັກ ຫຼາຍບັນຫາສໍາຄັນ ເຊັ່ນ:ໃຫ້ອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານແຕ່ລະຂັ້ນ ຮີບຮ້ອນຈັດຕັ້ງຜັນຂະຫຍາຍຜົນສໍາເລັດກອງປະຊຸມຄັ້ງນີ້ໂດຍໄວ, ໂດຍຫັນເປັນທິດທາງໜ້າທີ່, ແຜນງານ ແລະ ໂຄງການລະອຽດ, ຊີ້ນໍາຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ; ເພີ່ມທະວີການສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ຢ່າງມີຈຸດສຸມ ແນໃສ່ປັບປຸງຄຸນທາດການເມືອງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຮັບໃຊ້ປະຊາຊົນ, ດ້ວຍຄວາມສັດຊື່, ບໍລິສຸດ, ເດັດດ່ຽວກໍາຈັດ ແລະ ຕ້ານປາກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ; ສຸມໃສ່ປັບປຸງກົງຈັກການຈັດຕັ້ງ, ການແຕ່ງຕັ້ງ, ການສັບຊ້ອນ ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອປັບປຸງກົງຈັກການຈັດຕັ້ງຢູ່ສູນກາງ ແລະ ທ້ອງຖິ່ນ ແນໃສ່ສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດພາລະບົດບາດ ຂອງອົງການໄອຍະການປະຊາຊົນ;ເພີ່ມທະວີວຽກງານຕິດຕາມກວດກາການປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ;ສ້າງກົນໄກໃຫ້ປະຊາຊົນ ໄດ້ເຂົ້າເຖິງການບໍລິການທາງດ້ານກົດໝາຍ ແລະ ຫັນເອົາພະນັກງານຂັ້ນກົມ ລົງຕິດຕາມຊີ້ນໍາ-ນໍາພາ ແລະ ຊຸກຍູ້ການປະຕິບັດໜ້າທີ່ວຽກງານຢ່າງຮອບດ້ານ ຂອງທ້ອງຖິ່ນ ເພື່ອຮັບປະກັນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ;

ເປັນໃຈກາງປະສານສົມທົບກັບພາກສ່ວນຕ່າງໆ ເພື່ອເຮັດໃຫ້ກົນໄກປະສານງານໄດ້ຮັບການຈັດຕັ້ງປະຕິບັດໃຫ້ສອດຄ່ອງ, ກົມກຽວ, ມີຄວາມເປັນເອກະພາບ ແລະ ຈັດຕັ້ງປະຕິບັດບົດບັນທຶກຮ່ວມ 4 ພາກສ່ວນ ກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາຄັ້ງທີ VII ໃຫ້ເກີດດອກອອກຜົນ;ສືບຕໍ່ເອົາໃຈໃສ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ຕາມແຜນການທີ່ວາງໄວ້ ເປັນຕົ້ນ:ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ, ສ້າງກົດໝາຍວ່າດ້ວຍຫຼັກຖານ,
ສືບຕໍ່ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງ ຂອງອົງການໄອຍະການປະຊາຊົນ ນັບແຕ່ສູນກາງຮອດທ້ອງຖີ່ນຢ່າງມີຈຸດສຸມ;ເພີ່ມທະວີວຽກງານກວດກາພາຍໃນໃຫ້ເປັນປົກກະຕິ ແລະ ເຂັ້ມງວດຂຶ້ນກວ່າເກົ່າ ພ້ອມທັງຍົກລະດັບຄວາມຮູ້ຄວາມສາມາດການເຮັດວຽກງານກວດກາໃຫ້ແຂງແຮງ;ສືບຕໍ່ວຽກງານພົວພັນຮ່ວມມືກັບຕ່າງປະເທດ ເພື່ອຍາດແຍ່ງເອົາທຶນຮອນ ແລະ ເຕັກນິກ ເຂົ້າໃນການພັດທະນາວຽກງານໄອຍະການປະຊາຊົນ ໃຫ້ກ້າວໜ້າ ແລະ ທັນສະໄໝ.ຕອນທ້າຍຍັງມີພິທີ ມອບ-ຮັບໃບຍ້ອງຍໍ ແລະ ໃບຊົມເຊີຍໃຫ້ກົມກອງ ແລະ ບຸກຄົນໃນການປະກອບສ່ວນເຄື່ອນໄຫວວຽກງານຂອງອົງການໄອຍະການປະຊາຊົນສູງສຸດໃນໄລຍະຜ່ານມາຕື່ມອີກ.


