ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 35

Oct 8, 2024

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ເປັນປະທານກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 35 ພາຍໃຕ້ຄຳຂັວນ “ເພິ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”.
ກອງປະຊຸມ ໄດ້ປຶກສາຫາລື ແລະ ຮັບຊາບຄວາມຄືບໜ້າ ກ່ຽວກັບ ການກະກຽມເຂົ້າເປັນສະມາຊິກອາຊຽນສົມບູນຂອງ ຕີມໍແລັດສະເຕ, ໂດຍສະເພາະຄວາມຄືບໜ້າການຈັດຕັ້ງປະຕິບັດແຜນດໍາເນີນງານການເຂົ້າເປັນສະມາ ຊິກອາຊຽນສົມບູນຂອງ ຕີມໍແລັດສະເຕ ກໍຄື ການກະກຽມບັນດາຮ່າງເອກະສານທາງດ້ານກົດໝາຍສໍາລັບການເຂົ້າເປັັນສະມາຊິກອາຊຽນຂອງ ຕີມໍແລັດສະເຕ.
ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງບັນດາບົດລາຍງານພາຍໃຕ້ 3 ເສົາຄຳ້ປະຊາຄົມອາຊຽນ, ລວມທັງ ບົດລາຍງານຂອງເລຂາທິການໃຫຍ່ອາຊຽນກ່ຽວກັບ ການປະຕິບັດໜ້າທີ່ວຽກງານຂອງກອງເລຂາອາຊຽນ, ບົດລາຍງານຂອງຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ, ບົດລາຍງານຂອງປະທານຄະນະສະເພາະກິດຮັບຜິດ ຊອບຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ, ບົດລາຍງານຂອງຄະນະກໍາມະການປະສານງານການເຊື່ອມຈອດອາຊຽນ ແລະ ບົດລາຍງານຄວາມຄືບໜ້າປະຈໍາປີ 2024 ຂອງເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ ລວມທັງຫມົດ 13 ບົດລາຍງານ.
ນອກຈາກນີ້, ກອງປະຊຸມ ໄດ້ທົບທວນບັນດາເອກະສານຜົນຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45.​ ອັນສຳຄັນກອງປະຊຸມ ໄດ້ຮັບຮອງເອົາການແຕ່ງຕັ້ງຮອງເລຂາທິການອາຊຽນຂອງເສົາຄໍ້າປະຊາຄົມວັດ ທະນະທຳ-ສັງຄົມອາຊຽນຄົນໃໝ່ຕາມຮອບວຽນຕົວອັກສອນ, ຊື່ງແມ່ນທ່ານ San Lwin, ຈາກ ມຽນມາ ໂດຍຈະປະຕິ ບັດໜ້າທີ່ແຕ່ປີ 2024-2027.