ກອງປະຊຸມ ສະພາວິທະຍາສາດ ຄົ້ນຄວ້າວຽກງານແນວລາວສ້າງຊາດ ຈັດຂຶ້ນໃນວັນທີ 25 ມີນາ 2025 ທີ່ສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ (ສນຊ) ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການ ເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ.
ຈຸດປະສົງຂອງກອງປະຊຸມ ເພື່ອເປັນການສ້າງຕັ້ງສະພາວິທະ ຍາສາດຂຶ້ນມາ ເປັນເສນາທິການ ໃຫ້ແກ່ຄະນະປະຈຳ ສນຊ ໃນການຄົ້ນຄວ້າບັນດານະໂຍບາຍ, ຍຸດທະສາດຂອງແນວລາວສ້າງຊາດ, ຄົ້ນຄວ້າບົດວິທະຍາສາດຕ່າງໆ ທີ່ຕິດພັນກັບວຽກງານຂອງແນວລາວສ້າງຊາດ, ຢັ້ງຢືນຮັບຮອງເອົາບັນດາບົດຄົ້ນຄວ້າ ທີ່ນັກວິທະຍາສາດ ໄດ້ຄົ້ນຄວ້າຮຽບຮຽງກ່ອນຈະມີການເຜີຍ ແຜ່.
ກອງປະຊຸມ ຍັງໄດ້ຮັບຟັງການຜ່ານແຜນດຳເນີນງານ ຂອງສະພາວິທະຍາສາດ ຄົ້ນຄວ້າ ວຽກງານແນວລາວສ້າງຊາດ ປີ 2025 ພ້ອມທັງປະກອບຄຳຄິດຄຳເຫັນຕໍ່ຄຳຖາມເຈາະຈີ້ມກ່ຽວ ກັບເນື້ອໃນຈິດໃຈ ໃນການສ້າງຕັ້ງສະພາວິທະຍາສາດ, ວິທີໃນການຄົ້ນຄວ້າ, ການແບ່ງງານພາຍໃນຄະນະ ໃຫ້ມີຄວາມຮັດກຸມ.
ທ່ານ ສິນລະວົງ ຄຸດໄພທູນ ໄດ້ເນັ້ນວ່າ: ການສ້າງຕັ້ງສະພາວິທະຍາສາດ ແມ່ນມີຄວາມຈຳເປັນ, ຄວາມຮຽກຮ້ອງຕ້ອງການ ເພື່ອພັດທະນາວຽກງານແນວລາວສ້າງຊາດ ເປັນໃຈກາງເຮັດ ໜ້າ ທີ່ວຽກງານແນວໂຮມໃຫ້ເຂັ້ມແຂງໜັກແໜ້ນ, ທຸກວຽກງານຖ້າບໍ່ມີການຄົ້ນຄວ້າ ກໍບໍ່ມີການຫັນປ່ຽນໃໝ່; ຢາກອອກແບບຄົ້ນ ຄວ້າແບບບໍລິຫານ ໃຫ້ພະນັກງານແນວລາວສ້າງຊາດ ໄດ້ຄົ້ນຄວ້າຝຶກສະໝອງລອງປັນຍາ ໃຊ້ຄວາມຮູ້ຄວາມ ສາມາດທີ່ໄດ້ຮຽນຮູ້ມາ, ຍົກລະດັບພັດທະນາ, ສ້າງອົງກອນຂອງພວກເຮົາໃຫ້ມີຄົນ ໜຸ່ມຫລາຍຂຶ້ນ.
ພາບ-ຂ່າວ: ດວງມະນີ+ສຸວັນລີ




