ກອງປະຊຸມສະພາເຂດການລົງທືນອາຊຽນຄັ້ງທີ 27 ຈັດຂື້ນໃນຕອນບ່າຍວັນທີ 16 ກັນຍາ 2024 ທີ່ໂຮງແຮມຄຣາວພາຊ່າ, ນະຄອນຫຼວງວຽງຈັນ ໂດຍການເປັນປະ ທານຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີສະພາເຂດການຄ້າເສລີອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕິມໍເລດສເຕ, ບັນດາທ່ານຫົວໜ້າຄະນະຜູ້ແທນຂອງປະເທດສະມາຊິກອາຊຽນ ແລະແຂກຮັບເຊີນເຂົ້າຮ່ວມ.
ກອງປະຊຸມ ໄດ້ລົງເລິກປຶກສາຫາລື ກ່ຽວກັບ ການປະເມີນສະ ພາບການລົງທຶນໃນອາຊຽນ ສໍາລັບ ປີ 2024 ພ້ອມທັງການເພີ່ມທະວີການດຶງດູດການລົງທຶນໃນຕໍ່ໜ້າ. ນອກຈາກນັ້ນ, ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງຄະ ນະເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ກ່ຽວກັບການຮ່ວມມືດ້ານການລົງທຶນໃນ ອາຊຽນ, ແລະ ບົດຄົ້ນຄວ້າສະພາບການລົງທຶນໃນອາຊຽນຂອງບັນດາຊ່ຽວຊານຕ່າງປະເທດ.
ໃນໂອກາດກ່າວເປີດກອງປະຊຸມຄັ້ງນີ້, ທ່ານ ມະໄລທອງ ກົມມະສິດ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ດໍາເນີນໃນທ່າມກາງທີ່ສະພາບການຂອງໂລກ ແລະ ພາກພື້ນ ກໍາລັງຜັນແປໄປຢ່າງສະຫຼັບຊັບຊ້ອນ, ສະພາບເສດຖະກິດ ແລະ ການເງິນ ຍັງສືບຕໍ່ປະເຊີນກັບຄວາມທ້າທາຍທີ່ເກີດຈາກຄວາມຂັດແຍ້ງທາງດ້ານພູມສາດການເມືອງ, ການລົງ ໂທດທາງດ້ານເສດຖະກິດ ແລະ ການຄ້າ ແລະ ການປ່ຽນ ແປງຂອງສະພາບດິນຟ້າອາກາດ ເຊິ່ງໃນອາທິດຜ່ານມານີ້ ມີໄພພິ ບັດທີ່ຮຸນແຮງຈາກພະຍຸຢາກິ, ດິນຖະລົ່ມ ແລະ ນໍ້າຖ້ວມຢູ່ຫຼາຍປະເທດສະມາຊິກອາຊຽນ ເຊັ່ນ: ຫວຽດນາມ, ສປປ ລາວ, ມຽນ ມາ, ໄທ ແລະ ຟິລິປິນ ເຊິ່ງຮຽກຮ້ອງໃຫ້ພວກເຮົາຕ້ອງຮ່ວມມືກັນ, ແລກປ່ຽນບົດ ຮຽນ ແລະ ຄໍາຄິດເຫັນເພື່ອ ຄົ້ນຄ້ວາມາດຕະການແກ້ໄຂບັນດາສິ່ງທ້າທາຍເຫຼົ່ານີ້ໃຫ້ມີປະສິດທິພາບ-ປະ ສິດທິຜົນທີ່ສຸດ.
ສິ່ງທ້າທາຍເຫຼົ່ານີ້, ໄດ້ສົ່ງຜົນກະທົບຕໍ່ການຄ້າ ແລະ ການລົງ ທຶນຢູ່ໃນພາກພື້ນອາຊຽນ, ທັງໄດ້ປ່ຽນແປງໂຄງສ້າງຂອງ ຕ່ອງໂສ້ການສະໜອງໃນລະດັບພາກພື້ນ ແລະ ສາກົນ ເຮັດໃຫ້ເກີດການເຄື່ອນຍ້າຍຖານການຜະລິດຈາກບັນດາປະເທດນອກອາຊຽນເຂົ້າສູ່ບາງປະເທດອາຊຽນພວກເຮົາຫຼາຍຂຶ້ນ. ຄຽງຄູ່ກັນນັ້ນ, ການປ່ຽນແປງຂອງສະພາບດິນຟ້າອາກາດ ຍັງສືບຕໍ່ເປັນສິ່ງທ້າທາຍຕໍ່ການພັດທະນາແບບຍືນຍົງ ຊຶ່ງຮຽກຮ້ອງໃຫ້ອາຊຽນຕ້ອງໄດ້ທົວທວນນະໂຍບາຍ ແລະ ເພີ່ມທະວີການອໍານວຍຄວາມສະດວກດ້ານການລົງທຶນໃນພາກພື້ນໃຫ້ຫຼາຍຂື້ນ ເພື່ອຫຼຸດຜ່ອນຜົນກະທົບຈາກສິ່ງທ້າທາຍເຫຼົ່ານັ້ນ.
ເຖິງວ່າ ພາກພື້ນຂອງອາຊຽນປະເຊີນກັບສິ່ງທ້າທາຍຫລາຍອັນ, ແຕ່ໂດຍລວມ ອາຊຽນຍັງສືບຕໍ່ຮັກສາໄດ້ສະຖຽນລະພາບດ້ານການລົງທຶນທີ່ໝັ້ນທ່ຽງ ຊຶ່ງສະແດງອອກໃນຕົວເລກມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດ ເພີ່ມຂຶ້ນ 0.3% ຈາກ 229 ຕື້ໂດລ້າ ໃນປີ 2022 ມາເປັນ 230 ຕື້ໂດລ້າ ໃນປີ 2023.
ເພື່ອຮັບປະກັນຜົນສໍາເລັດຂອງກອງປະຊຸມໃນຄັ້ງນີ້, ທ່ານ ມະໄລທອງ ກົມມະສິດໄດ້ຮຽກຮ້ອງມາຍັງບັນດາຜູ້ແທນກອງປະຊຸມໃຫ້ການສະໜັບສະໜູນ ແລະ ປະກອບ ຄໍາຄິດຄໍາເຫັນຢ່າງກົງ ໄປກົງມາ ແລະ ສ້າງສັນ ເພື່ອສ້າງອາຊຽນໃຫ້ກາຍເປັນສູນ ກາງດ້ານການລົງທຶນຂອງພາກພື້ນ ແລະ ສາກົນ, ນໍາເອົາຜົນ ປະໂຫຍດມາສູ່ປະຊາ ຊົນອາຊຽນໃຫ້ຫຼາຍຂື້ນ.




