ກອງປະຊຸມສະຫລຸບວຽກງານ ປະຈຳປີ 2024 ແລະວາງແຜນການ ປີ 2025.

ໃນວັນທີ 5 ກຸມພາ 2025, ຢູ່ທີ່ຫ້ອງປະຊຸມຫ້ອງການສາທາລະນະສຸກ ເມືອງວຽງທອງ ແຂວງ ບໍລິຄຳໄຊ ໄດ້ມີກອງປະຊຸມສະຫຼຸບວຽກງານ ປະຈຳປີ 2024 ແລະ ວາງແຜນການ ປີ 2025 ວຽກງານສາທາ ຮ່ວມກັບ ບໍລິສັດໄຟຟ້ານ້ຳເທີນ1 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບົວພັນ ອິນຄຳມະວົງ ຄະນະປະຈຳພັກເມືອງວຽງທອງ,ທ່ານ ບຸນຍັງ ອຸ່ນຊຽງໃໝ່ ຮອງເຈົ້າເມືອງ ປາກກະດິງ, ທ່ານ ດຣ ຟອງສາລີ ຫຼວງມີໄຊ ຮອງຫົວໜ້າພະແນກສາທາແຂວງ, ມີຄະນະພະແນກສາທາ, ພ້ອມດ້ວຍວິຊາການ, ຫົວໜ້າຫ້ອງການສາທາເມືອງວຽງທອງ, ເມືອງປາກກະດິງ, ຕາງໜ້າບໍລິສັດນ້ຳເທີນ1, ຄະນະ RMU ປະຈຳເມືອງ, ຕາງໜ້າໂຮງໝໍນ້ອຍຈອມທອງ-ໂຮງໝໍນ້ອຍຫ້ວຍຫອຍ ແລະ ນາຍບ້ານທີ່ນອນຢູ່ໃນໂຄງການນ້ຳເທີນ1 ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ບົວພັນ ອິນຄຳມະວົງ ຄະນະປະຈຳພັກເມືອງ ໄດ້ໃຫ້ກຽດກ່າວຈຸດປະສົງ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການຈາກນັ້ນຄະນະຮັບຜິດຊອບວຽກສາທາ ຮ່ວມກັບ ບໍລິສັດນ້ຳເທີນ ທັງ2 ເມືອງ ແລະ ຄະນະຮັບຜິດຊອບຂັ້ນແຂວງກໍ່ໄດ້ຜັດປ່ຽນກັນຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານສາທາ, ໃນນັ້ນກິດຈະກຳຫຼັກຂອງວຽກງານສາທາເມືອງວຽງທອງ ປະຈຳປີ 2024 ແມ່ນ: ການຈັດຊື້ອຸປະກອນຮັບໃຊ້ໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍຫ້ວຍຫອຍ, ວຽກຍົກລະດັບດ້ານວິຊາການໃຫ້ໄດ້ມາດຕະຖານ ໃຫ້ແພດໝໍທີ່ປະຈຳຢູ່ໂຮງໝໍເມືອງ, ສຸກສາລາ, ເພີ່ມການເຂົ້າເຖິງການບໍລິການດ້ານສຸຂະພາບ, ໃຫ້ວຽກງານສົ່ງເສີມສຸຂະພາບມີຄວາມຍືນຍົງ ແລະ ປະຊາຊົນມີສຸຂະພາບດີ, ສົ່ງເສີມໃຫ້ປະຊາຊົນເຂົ້າເຖິງຂໍ້ມູນຂ່າວສານການຮັກສາສຸຂະພາບ ແລະ ກິດຈະກຳຫຼັກໃນການຈັດຕັ້ງປະຕິບັດຢູ່ເມືອງປາກກະດິງ ມີ: ວຽກງານຍົກລະດັບໃຫ້ແກ່ພະນັກງານຂົງເຂດສາທາເມືອງ, ໂຮງໝໍເມືອງແລະ ອສບ ພາຍໃນ 8 ບ້ານລຸ່ມເຂື່ອນ, ສະນັບສະໜູນໂຄສະນາວຽກງານພະຍາດຕິດຕໍ່ທາງເພດສຳພັນໃຫ້ກຸ່ມເປົ້າໝາຍ, ສົ່ງເສີມສະໜັບສະໜຸນໃຫ້ມີຄວາມຍືນຍົງ ແລະ ປະຊາຊົນມີສຸຂະພາບດີ ແລະຕິດຕາມຊຸກຍູ້ຈາກຫ້ອງການສາທາເມືອງ ໃນວຽກງານຮັກສາສຸຂະພາບຂອງປະຊາຊົນ ເຊິ່ງມີຈຸດສົ່ງເພື່ອສ້າງຄວາມໝັ້ນໃຈແລະຮັບປະກັນສຸຂະພາບຂອງປະຊາຊົນທີ່ຍົກຍ້າຍ ແລະ ບ້ານເຈົ້າພາບ, ເພື່ອເຮັດໃຫ້ວຽກງານສົ່ງເສີມສຸຂະພາບມີຄວາມຍືນຍົງ, ປະຊາຊົນສຸຂະພາບດີທົ່ວໜ້າ ແລະ ເພື່ອຮັບປະກັນວຽກງານທີ່ຈັດຕັ້ງປະຕິບັດໄດ້ບັນລຸຕາມຈຸດປະສົງທີ່ຕັ້ງໄວ້ ແລະ ຮັບປະກັນການລົງຕິດຕາມວຽກສາທາໃຫ້ໄດ້ຕາມຄາດໝາຍທີ່ວາງອອກ. ກອງປະຊຸມຜູ້ເຂົ້າຮ່ວມໄດ້ມີຄຳຄິດ, ຄຳເຫັນຕໍ່ບົດສະຫຼຸບລາຍງານເພື່ອສົ່ງເສີມຈຸດດີ ແລະ ແກ້ໄຂຈຸດຄົງຄ້າງເພື່ຶອຈະໄດ້ປັບປຸ່ງແກ້ໄຂໃນແຜນ ປີ 2025 ໃຫ້ດີຂຶ້ນກ່ວາເກົ່າ.
ພາບ-ຂ່າວ ທອງວັນດີ




