ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງການສາທາລະນະສຸກທົ່ວປະເທດປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ພາຍໃຕ້ຄໍາຂວັນ : “ເພີ່ມທະວີການຄຸ້ມຄອງບໍລິຫານ, ການບໍລິການສາທາລະນະສຸກໃຫ້ມີຄຸນນະພາບ, ທັນສະໄໝ ແລະ ເປັນເຈົ້າຕົນເອງເທື່ອລະກ້າວ” ຈັດຂຶ້ນໃນວັນທີ 9 ກຸມພາ 2026 ທີ່ໂຮງເເຮມເເລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກມີຄຳເຫັນວ່າ: ໃນ 1 ປີຜ່ານມາ, ພາຍໃຕ້ການຊີ້ນໍາ-ນໍາພາຂອງສູນກາງພັກ, ລັດຖະບານ, ສະພາແຫ່ງຊາດເວົ້າລວມ, ເວົ້າສະເພາະ ຄະນະພັກ, ຄະນະນໍາກະຊວງສາທາລະນະສຸກ,ອົງການປົກຄອງທ້ອງຖິ່ນບວກກັບຄວາມຮັບຜິດຊອບຂອງຜູ້ບໍລິຫານ, ບຸກຄະລາກອນສາທາລະນະສຸກທັງສູນກາງ ແລະ ທ້ອງຖິ່ນ ດ້ວຍການປະກອບສ່ວນຢ່າງເປັນເຈົ້າການຂອງສັງຄົມທັງພາກລັດ ແລະ ພາກທຸລະກິດ ສົມທົບແໜ້ນກັບການສະໜັບສະໜູນຂອງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກຕະຫຼອດໄລຍະ 5 ປີຜ່ານມາໄດ້ມີຜົນສໍາເລັດຕາມຄາດໝາຍທີ່ກໍານົດໄວ້. ໂດຍສຸມໃສ່ຈັດຕັ້ງປະຕິບັດ 7 ແຜນງານໃຫຍ່, ແຜນງານຍ່ອຍຕາມສາຍແຜນງານ ແລະ ໂຄງການຈຸດສຸມ, 11 ຕົວຊີ້ບອກຂອງຂະແໜງການ, ການບໍລິການປິ່ນປົວສຸຂະພາບໄດ້ຮັບການພັດທະນາ ແລະ ມີຄຸນນະພາບດີຂຶ້ນເທື່ອລະກ້າວ ສາມາດຄວບຄຸມການລະບາດຂອງພະຍາດຕາມລະດູການໄດ້ເປັນຢ່າງດີ, ການຄວບຄຸມອັດຕາການເສຍຊີວິດຂອງແມ່ ແລະ ເດັກ ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້. ລວມທັງພື້ນຖານໂຄງລ່າງ, ຕາໜ່າງສາທາລະນະສຸກ ກໍໄດ້ຮັບການຍົກລະດັບ ແລະ ປັບປຸງໃຫ້ມີຄຸນນະພາບດີຂຶ້ນເທື່ອລະກ້າວ.
ທ່ານ ນາງ ໃບຄໍາ ຂັດທິຍະ ໃຫ້ຮູ້ຕື່ມວ່າ: ເພື່ອຮັບປະກັນຄຸນນະພາບຂອງການປຶກສາຫາລື, ເພື່ອລະດົມແນວຄວາມຄິດຈາກບຸກຄະລາກອນທົ່ວຂະແໜງສາທາລະນະສຸກຢ່າງກວ້າງຂວາງ. ກອງປະຊຸມ, ຍັງໄດ້ມີການຈັດແບ່ງກຸ່ມເພື່ອຄົ້ນຄວ້າສົນທະນາຕາມຫົວຂໍ້ທີ່ໄດ້ກຳນົດໄວ້, ບັນດາຫົວຂໍ້ວິຊາການທີ່ສົນທະນາໃນກຸ່ມນັ້ນລ້ວນແຕ່ແມ່ນຈຸດສຸມທີ່ຂະແໜງສາທາລະນະສຸກຕ້ອງໄດ້ສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ຮອບດ້ານ ເພື່ອແກ້ໄຂບັນຫາທີ່ທ້າທາຍ ແລະ ພ້ອມກັນກ້າວຂຶ້ນໄປຕາມທິດກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 10, ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສາທາລະນະສຸກ ຄັ້ງທີ 10 ແລະ ແຜນພັດທະນາວຽກງານສາທາລະນະສຸກ 5 ປີ ຄັ້ງທີ 10( 2026-2030 ). ໃນກອງປະຊຸມຍັງຈະໄດ້ຮັບຟັງຄໍາເຫັນໂອ້ລົມຂອງການນໍາຂັ້ນສູງ ເພື່ອເປັນເຂັມທິດເຍືອງທາງໃຫ້ການເຄື່ອນໄຫວວຽກງານສາທາລະນະສຸກໃນປີ 2026 ແລະ ຊຸມປີຕໍ່ໜ້າໄດ້ມີໝາກຜົນກວ່າເກົ່າ.%
ພາບ: ບິນລີ່ ຂ່າວສານສາທາ
ຂຽນໂດຍ: ບຸນຍັງ ພຸດສະຫວັດ


