ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ທິດທາງແຜນການ ປີ 2025 ຂອງກະຊວງພາຍໃນ

Jan 29, 2025

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ທິດທາງແຜນການ ປີ 2025 ຂອງກະຊວງພາຍໃນ ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2025 ນີ້ ພາຍໃຕ້ການເປັນປະທານຂອງທ່ານ ປອ ວິໄລວົງ ບຸດດາຄໍາ ລັດຖະມົນຕີ ກະຊວງພາຍໃນ, ມີບັນດາທ່ານ ຮອງລັດຖະມົນຕີ, ຄະນະຫ້ອງການ, ກົມ, ສະຖາບັນ ແລະ ສູນ ກະຊວງພາຍໃນ, ບັນດາຫົວໜ້າ-ຮອງຫົວໜ້າພະແນກພາຍໃນແຂວງ ແລະ ນະຄອນຫຼວງວຽງຈັນ, ຫົວໜ້າ-ຮອງຫົວໜ້າຫ້ອງການ ແລະ ກົມຈັດຕັ້ງ ແລະ ພະນັກງານ ບັນດາກະຊວງ, ອົງການອ້ອມຂ້າງສູນກາງ ພ້ອມດ້ວຍພະນັກງານ-ລັດຖະກອນ ກະຊວງພາຍໃນ ເຂົ້າຮ່ວມ.
ທ່ານ ປອ ວິໄລວົງ ບຸດດາຄໍາ ລັດຖະມົນຕີ ກະຊວງພາຍໃນ ໄດ້ກ່າວເປີດກອງປະຊຸມບາງຕອນວ່າ: ກະຊວງພາຍໃນ ເປັນອົງການຈັດຕັ້ງໜຶ່ງໃນໂຄງປະກອບກົງຈັກຂອງລັດຖະບານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານໃນການຄຸ້ມຄອງມະຫາພາກກ່ຽວກັບວຽກງານການປົກຄອງ, ການບໍລິຫານລັດ, ການຄຸ້ມຄອງລັດຖະກອນ, ການຄຸ້ມຄອງອົງການຈັດຕັ້ງທາງສັງຄົມ, ວຽກງານສາມສ້າງ, ວຽກງານສໍາຫລວດ, ວັດແທກ ແລະ ແຜນທີ່, ວຽກງານເອກະສານ, ວຽກງານຊົນເຜົ່າ ແລະ ສາສະໜາ, ວຽກງານຄຸ້ມຄອງພົນລະເມືອງ, ວຽກງານແຂ່ງຂັນ ແລະ ຍ້ອງຍໍ, ວຽກງານຄຸ້ມຄອງຫົວໜ່ວຍວິຊາການ ແລະ ພາລະກອນ. ໃນໄລຍະ 01 ປີຜ່ານມາ ເຖິງແມ່ນວ່າມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງສູນກາງພັກ ແລະ ລັດຖະບານ ເວົ້າລວມ, ເວົ້າສະເພາະ ແມ່ນການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກກະຊວງພາຍໃນ, ຄະນະພັກ, ຄະນະນຳ ຂອງບັນດາກະຊວງ, ອົງການ ແລະ ຄະນະພັກ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ດ້ວຍຄວາມສາມັກຄີເປັນປຶກແຜ່ນ ຂອງພະນັກງານ-ລັດຖະກອນຂະແໜງການພາຍໃນທົ່ວປະເທດ ຊຶ່ງໄດ້ພ້ອມກັນສູ້ຊົນຜ່ານຜ່າບັນດາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບຫຼາຍຢ່າງສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຈົນສາມາດຍາດໄດ້ຜົນງານ ແລະ ບັນລຸຜົນສໍາເລັດ ໃນຫຼາຍດ້ານທີ່ເປັນພື້ນຖານ.
ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານປະຈໍາປີ 2024 ແລະ ວາງທິດທາງແຜນການປະຈໍາປີ 2025 ຂອງຂະແໜງການພາຍໃນຈາກ ທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີ ກະຊວງພາຍໃນ ເຊິ່ງໄດ້ຕີລາຄາ ແລະ ທົບທວນຄືນການນຳພາ-ຊີ້ນຳຂອງຄະນະພັກ, ຄະນະນຳກະຊວງພາຍໃນ ແລະ ຄະນະພັກ, ຄະນະນໍາທຸກຂັ້ນຂອງຂະແໜງການພາຍໃນ ໃນການຈັດຕັ້ງປະຕິບັດບັນດາວຽກງານວິຊາສະເພາະ ທີ່ຕິດພັນກັບພາລະບົດບາດຂອງຂະແໜງການພາຍໃນ ໂດຍສະເພາະແມ່ນການຕີລາຄາບັນດາຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນປີ 2024 ທີ່ຜ່ານມາ ແລະ ວາງທິດທາງແຜນການ ປີ 2025; ພ້ອມກັນນັ້ນກໍ່ຍັງຈະໄດ້ຮັບຟັງການຜ່ານມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດວຽກງານ 03 ສ້າງ ຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 02/ສພຊ, ລົງວັນທີ 28 ມັງກອນ 2016, ແຜນການຄາດໝາຍສູ້ຊົນປີ 2025 ແລະ ທິດທາງແຜນການ 05 ປີ (2026-2030) ສະບັບເລກທີ 135/ສພຊ, ລົງວັນທີ 11 ທັນວາ 2024, ການປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ທີ່ຕິດພັນກັບການສ້າງຕາແສງ ແລະ ຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຕາແສງ, ການລາຍງານກ່ຽວກັບສະພາບການປັບປຸງກົງຈັກການຈັດຕັ້ງ ແລະ ການກໍານົດຕໍາແໜ່ງງານ, ວຽກງານບໍລິການຜ່ານປະຕູດຽວ.
ກອງປະຊຸມຈະດໍາເນີນໄປເປັນເວລາ 03 ວັນ, ພິເສດໃນຕອນບ່າຍຂອງ ວັນທີ 31 ມັງກອນ 2025 ຈະໄດ້ຮັບກຽດເປັນຢ່າງສູງ ຈາກ ທ່ານ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຈະໄດ້ເຂົ້າຮ່ວມກອງປະຊຸມ ພ້ອມທັງໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມໃນຄັ້ງນີ້ດ້ວຍ.
ທີ່ມາ: ຂ່າວສານພາຍໃນ