ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບວຽກງານສາສະໜາ

Dec 18, 2024

ໃນວັນທີ 16 ທັນວາ 2024 ທີ່ ເມືອງວັງວຽງ, ແຂວງວຽງຈັນ ກົມສາສະໜາ ສນຊ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບວຽກງານສາສະໜາ, ໃຫ້ກຽດເຂົ້າຮ່ວມເປັນປະທານເປີດກອງປະຊຸມໂດຍ ທ່ານ ດຣ ນ ອິນລາວັນ ແກ້ວບຸນພັນ, ກຳມະການສູນກາງພັກ, ຮອງປະທານ ສນຊ, ມີ ທ່ານ ຄຳຢາດ ຣາຊດາວົງ ຄະນະປະຈຳ ສນຊ, ຫົວໜ້າກົມສາສະໜາ ສນຊ, ມີບັນດາທ່ານຮອງປະທານແນວລາວສ້າງຊາດແຂວງ, ນະຄອນຫຼວງວຽງຈັນ ແລະ ບັນດາເມືອງຂອງແຂວງວຽງຈັນ, ເຂົ້າຮ່ວມທັງໝົດ 36 ທ່ານ, ຍິງ 12ທ່ານ
ໃນກອງປະຊຸມບັນດາທ່ານຮອງປະທານແນວລາວສ້າງຊາດແຂວງ, ນະຄອນຫຼວງວຽງຈັນ, ໄດ້ຂື້ນລາຍງານສະພາບທີ່ພົ້ນເດັ່ນ, ຂໍ້ດີ, ຂໍ້ຄົງຄ້າງຕໍ່ການປະຕິບັດວຽກງານສາສະໜາໃນໄລຍະຜ່ານມາ, ແລະໃນໂອກາດນີ້ ທ່ານ ຮອງປະທານ ຜູ້ຊີ້ນໍາວຽກງານສາສະໜາ ສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນໂອ້ລົມ ຕໍ່ກອງປະຊຸມ ເຊິ່ງທ່ານໄດ້ເນັ້ນ ບາງບັນຫາສໍາຄັນວ່າ: ໃນໄລຍະຜ່ານມາ ການແບ່ງຄວາມຮັບຜິດຊອບລະຫວ່າງແນວລາວສ້າງຊາດ ແລະ ພາຍໃນ ມີລັກສະນະລວມໆ ບໍ່ຈະແຈ້ງຜ່ານການຈັດຕັ້ງຕົວຈິງ ແນວລາວສ້າງຊາດແຕ່ລະຂັ້ນຍັງສືບຕໍ່ຈັດຕັ້ງປະຕິບັດບົດບາດຂອງພາຍໃນ, ບາງຄັ້ງເຮັດວຽກມີລັກສະນະເອື່ອຍອີງໃສ່ກັນ, ວຽກງານດຽວມີຫຼາຍພາກສ່ວນເຮັດພາໃຫ້ເກີດຄວາມສັບສົນ, ແຕ່ເຖິງຢ່າງໃດກໍ່ຕາມ ແຕ່ລະສາສະໜາກໍ່ຍັງເຫັນວ່າມີຄວາມສາມັກຄີປອງດອງ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ບັນດາວັດ, ໂບດ ຍັງຮັກສາບົດບາດເປັນສູນລວມທາງດ້ານຈິດໃຈຂອງສາສະນິກະຊົນ ກອງປະຊຸມຈະໄດ້ດຳເນີນເປັນເວລາ 02 ວັນ ແຕ່ວັນທີ 16-17 ທັນວາ 2024.