ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສະຫຼຸບວຽກງານຂອງຫ້ອງວ່າການເມືອງຄຳເກີດ ປະຈຳປີ 2024 ແລະ ວາງທິດທາງແຜນການ 2025

Apr 3, 2025

ໃນວັນທີ 3 ເມສາ 2025 ນີ້ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງຄຳເກີດ ໄດ້ຈັດກອງປະຊຸມສະຫຼຸບວຽກງານຫ້ອງວ່າການເມືອງຄຳເກີດ ປະຈຳປີ 2024 ແລະ ວາງທິດທາງແຜນການ 2025 ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ກີ່ ຊົ່ງລ່າຫວ່າງ ຮອງເລຂາພັກເມືອງ, ຮັກສາການເຈົ້າເມືອງຄຳເກີດ. ມີຫົວໜ້າ, ຄະນະ ຫ້ອງວ່າການເມືອງຄຳເກີດ ພ້ອມດ້ວຍພະນັກງານຂອງຕົນ, ຕະຫຼອດຮອດແຂກທີ່ຖືກເຊີນຫົວໜ້າ ຫຼື ຄະນະ, ຜູ້ຮັບຜິດຊອບວຽກງານບໍລິຫານຂອງແຕ່ລະຫ້ອງການເຂົ້າຮ່ວມ. ໃນພິທີທ່ານ ທອງໄຂ ຄຳມະວົງ ກຳມະການພັກເມືອງ, ຫົວໜ້າຫ້ອງວ່າການເມືອງຄຳເກີດ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ທ່ານໃຫ້ຮູ້ວ່າ: ຫ້ອງວ່າການເມືອງ ເປັນອົງການຈັດຕັ້ງໜຶ່ງ ໃນໂຄງປະກອບຂອງກົງຈັກຂອງອົງຄະນະພັກ, ອົງການປົກຄອງ ເມືອງ, ເຮັດໜ້າທີ່ກວມສອງພາລະບົດບາດສໍາຄັນ ເປັນອົງການບໍລິຫານເຄື່ອນໄຫວຮັບໃຊ້ໃຫ້ແກ່ການນໍາສູງສຸດ ຂັ້ນເມືອງ. ໂຄງປະກອບຂອງຫ້ອງວ່າການເມືອງປະກອບມີຄື: ຫົວໜ້າຫ້ອງວ່າການເມືອງ 01 ທ່ານ, ມີຮອງຫົວໜ້າຫ້ອງວ່າການ 03 ທ່ານ, ມີ 6 ໜ່ວຍງານຂື້ນກັບຄື: ໜ່ວຍງານຄົ້ນຄວ້າ-ສັງລວມ, ໜ່ວຍງານຄຸ້ມຄອງບໍລິຫານ, ພິການ ແລະ ການເງິນ, ໜ່ວຍງານຈັດຕັ້ງ-ກວດກາ, ໜ່ວຍງານກໍ່ສ້າງຮາກຖານການເມືອງ, ໜ່ວຍງານຊ່ວຍວຽກ ສສຂ, ໜ່ວຍງານ ອະນຸສອນສະຖານ ປະທານໄກສອນພົມວິຫານ; ແຕ່ລະໜ່ວຍງານມີຄະນະຫ້ອງວ່າການນໍາພາ-ຊີ້ນໍາ; ມີພະນັກງານ ລັດຖະກອນທັງໝົດ 24 ທ່ານ, ຍິງ 9 ທ່ານ, ໃນນັ້ນ, ມີລະດັບວິຊາສະເພາະປະລິນຍາໂທ 2 ທ່ານ, ປະລິນຍາຕີ 19 ທ່ານ, ຍິງ 6 ທ່ານ; ຊັ້ນສູງ 3 ທ່ານ, ຍິງ 3 ທ່ານ, ລະດັບທິດສະດີຂັ້ນສູງ 3 ທ່ານ, ຂັ້ນກາງ 1 ທ່ານ, ຍິງ 1 ທ່ານ. ບໍາລຸງ 45 ວັນ 2 ທ່ານ ຍິງ 1 ທ່ານ ນອກນັ້ນ ຍົກລຳດັບທິດສະດີ ຂັ້ນກາງ 1 ສະຫາຍ. ດ້ານວິຊາສະເພາະ ຂອງໜ່ວຍງານຄົ້ນຄວ້າ-ສັງລວມ. ປະກອບຄໍາເຫັນເອກະສານໃຫ້ຂັ້ນເທິງໄດ້ 950 ສະບັບ, ໃນນັ້ນ ວຽກພັກ 80 ສະບັບ; ຮ່າງເອກະສານຂັ້ນເມືອງໄດ້ 720 ສະບັບ ໃນນັ້ນ, ມະຕິຕົກລົງ 15 ສະບັບ, ຂໍ້ຕົກລົງ 105 ສະບັບ, ບົດລາຍງານ 74 ສະບັບ ບົດປະກອບຄໍາເຫັນ 105 ສະບັບ, ແຈ້ງການ 81 ສະບັບ, ແຈ້ງຕອບ 75 ສະບັບ, ໜັງສືເຊີນ 75 ສະບັບ, ໜັງສືສະເໜີ 45 ສະບັບ, ຢັ້ງຢືນໃບຕາດິນ 65 ສະບັບ, ຄຳສັ່ງ 10 ສະບັບ ແລະ ບົດກ່າວຕ່າງໆ 75 ສະບັບ, ຮ່າງເອກະສານຂັ້ນ ຫ້ອງວ່າການໄດ້ 632 ສະບັບ ໃນນັ້ນ: ບົດລາຍງານ 75 ສະບັບ, ປະກອບຄໍາເຫັນ 55 ສະບັບ, ໜັງສືແຈ້ງການ 75 ສະບັບ, ແຈ້ງຕອບ 45 ສະບັບ. ໜັງສືເຊີນ 98 ສະບັບ. ບັດເຊີນ 35 ສະບັບ, ໜັງສືສະເໜີ 35 ສະບັບ, ສະໂນດນໍາສົ່ງ 60 ສະບັບ, ບົດບັນທຶກ 25 ສະບັບ, ໃບກິດສຳພັນ 64 ສະບັບ ແລະ ບົດກ່າວຕ່າງໆ 65 ສະບັບ.
ຈາກນັ້ນທ່ານ ພູວຽງ ສີວິໄຊອຸທອນ ຮອງຫົວໜ້າຫ້ອງວ່າການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າເມືອງຄຳເກີດ ສະບັບເລກທີ 160/ມຄກ ລົງວັນທີ 2 ເມສາ 2025 ວ່າດ້ວຍການປະຕິບັດນະໂຍບາຍຍ້ອງຍໍໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ປະຈຳປີ 2024. ຕົກລົງເຫັນດີມອບໃບຍ້ອງຍໍ ຈຳນວນ 24 ໃບ ແລະ ໃບຊົມເຊີຍຈຳນວນ 2 ໃບ. ເປັນກຽດຂຶ້ນມອບໃບຍ້ອງຍໍ ໂດຍທ່ານ ກີ່ ຊົ່ງລ່າຫວ່າງ ຮອງເລຂາພັກເມືອງ, ຮັກສາການເຈົ້າເມືອງຄຳເກີດ. ພ້ອມທັງໂອ້ລົມຕໍ່ພິທີຕື່ມອີກ.
ພາບ/ຂ່າວ ສີວັນ