ກອງປະຊຸມສະຫຼຸບວຽກງານປ້ອງກັນພາຍໃນ ປີ 2024 ຂອງສູນກາງແນວລາວສ້າງຊາດ ຈັດຂຶ້ນໃນວັນທີ 20 ພຶດສະພາ 2025. ກອງປະຊຸມໄດ້ຮັບຟັງ ການລາຍງານການສະຫຼຸບວຽກງານປ້ອງກັນພາຍໃນປີ 2024, ແຜນວຽກຈຸດສຸມປີ 2025, ຮັບຟັງການເຜີຍແຜ່ ເອກະສານທີ່ສໍາຄັນທີ່ກ່ຽວຂ້ອງເຖິງວຽກງານການແກ້ໄຂບັນຫາຢາເສບຕິດ, ການສໍາຫຼວດພົນລະເມືອງ ທີ່ຢູ່ອາໃສທົ່ວປະເທດຄັ້ງທີ 5 ປີ 2025. ເຊິ່ງທັງໝົດນັ້ນໄດ້ສ່ອງແສງໃຫ້ເຫັນເຖິງການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງຄະນະປ້ອງກັນ, ໜ່ວຍປ້ອງກັນພາຍໃນຂອງສູນກາງແນວລາວສ້າງຊາດໄລຍະ 1 ປີຜ່ານມາ ມີທັງຈຸດດີອັນພົ້ນເດັ່ນ, ຈຸດອ່ອນຄົງຄ້າງ ທີ່ຈະເປັນຄາດໝາຍສູ້ຊົນໃນຊຸມປີຕໍ່ໜ້າ, ສະພາບການແກ້ໄຂບັນຫາຢາເສບຕິດ ຊຶ່ງເປັນໜ້າທີ່ຂອງລັດຖະບານຊີ້ນໍາໂດຍກົງ ແລະ ທັງແມ່ນໜ້າທີ່ຂອງທົ່ວປວງຊົນ; ການສໍາຫລວດພົນລະເມືອງຄັ້ງທີ່ 5 ທົ່ວປະເທດ ປີ 2025.
ວຽກງານປ້ອງກັນຄວາມສະຫງົບພາຍໃນສູນກາງແນວລາວສ້າງຊາດ ແມ່ນຂຶ້ນກັບການນໍາພາຂອງໂດຍກົງ ຮອບດ້ານ ແລະ ເດັດຂາດຂອງຄະນະພັກ, ຄະນະປະຈຳສູນກາງແນວລາວສ້າງຊາດ ແລະ ຂຶ້ນກັບການຊີ້ນໍາດ້ານວິຊາສະເພາະຂອງກົມປ້ອງກັນພາຍໃນຂອງກະຊວງປ້ອງກັນຄວາມສະຫົງບ; ເປັນເສນາທິການໃຫ້ຄະນະພັກ, ຄະນະປະຈຳ ສນຊ ໃນການຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ຢູ່ພາຍໃນສູນກາງແນວລາວສ້າງຊາດ.
ທ່າມກາງສະພາບການຂອງໂລກ, ສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສັບສົນ ແລະ ສະຫຼັບສັບຊ້ອນ, ມີຫລາຍເຫດການທີ່ເກີດຂຶ້ນເປັນສິ່ງທ້າທາຍ ແລະ ທົດສອບ ຕໍ່ສະເຖຍລະພາບຄວາມໝັ້ນຄົງຂອງໂລກ, ຈຸດພົ້ນເດັ່ນແມ່ນ ບັນດາຂໍ້ຂັດແຍ່ງຕ່າງໆ ບໍ່ວ່າທາງດ້ານການເມືອງ, ການທະຫານ, ເສດຖະກິດ, ບັນຫາການກໍ່ ອາດສະຍາກໍາຂ້າມຊາດ, ການຄ້າຂາຍຢາເສບຕິດ, ໄພພິບັດທາງທຳມະຊາດ ແລະ ອື່ນໆ ກໍເປັນບັນຫາກະທົບຮ້າຍແຮງພໍສົມຄວນຕໍ່ປະເທດເຮົາ ໃນຫລາຍດ້ານ.
ໄປຄຽງຄູ່ກັນນັ້ນ, ພວກອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີຢູ່ພາຍໃນ ແລະຕ່າງປະເທດຍັງສືບຕໍ່ ອອກແຮງເຄື່ອນໄຫວໂຄສະນາໃສ່ຮ້າຍປ້າຍສີ ຕໍ່ແນວທາງແຜນນະໂຍບາຍຂອງພັກ, ລະບຽບການຂອງລັດ, ໂດຍນໍາໃຊ້ເຄື່ອງເອເລັກໂຕນິກຜ່ານສື່ສັງຄົມອອນລາຍ ເພື່ອປັ່ນປ່ວນແບ່ງແຍກພາຍໃນພັກ, ພາຍໃນສັງຄົມ ບັນຫາ ເລົ່ານັ້ນໄດ້ສົ່ງຜົນກະທົບເຖິງແນວຄິດ, ການດໍາລົງຊີວິດ ຂອງພະນັກງານ-ລັດຖະກອນ ແລະ ປະຊົນບັນດາເຜົ່າ.
ຕໍ່ບັນຫາດັ່ງກ່າວ ຍິ່ງຮຽກຮ້ອງໃຫ້ພວກເຮົາມີສະຕິສູງ, ບໍ່ຫຼົງເຊື່ອກົນອຸບາຍຕົວະຍົວະຫຼວງຂອງກຸ່ມ ຄົນທີ່ບໍ່ຫວັງດີ, ລະມັດລະວັງໃນການຮັບຟັງ ລວມທັງການນໍາໃຊ້ເຄື່ອງເລັກໂຕນິກຜ່ານສືຊື່ອອນລາຍຕ່າງໆ. ມາຮອດປັດຈຸບັນ ລັດຖະບານ ສປປລາວ, ກະຊວງແຜນການ-ການລົງທຶນ, ສູນສະຖິຕິແຫ່ງຊາດ, ໄດ້ກະກຽມສໍາລັບການສໍາຫວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ 5 ໃນປີ 2025. ໂດຍມີຈຸດປະສົງ ແລະ ລະດັບຄາດໝາຍ ດັ່ງນີ້ :
1. ເພື່ອດໍາເນີນການເກັບກຳຂໍ້ມູນ ພົນລະເມືອງໃນຂອບເຂດທົ່ວປະເທດ ຊຶ່ງປະກອບດ້ວຍ: ຄຸນລັກສະນະ ຂອງພົນລະເມືອງ, ການຂະຫຍາຍຕົວຂອງພົນລະເມືອງສະພາບການເກີດ, ການເສຍຊີວິດ, ຄວາມພິການ, ການຍົກຍ້າຍ, ແຮງງານ, ການຈົດທະບຽນການເກີດ, ຄຸນລັກສະນະຂອງທີ່ຢູ່ອາໄສ ແລະ ການເຂົ້າເຖິງການບໍລິການຕ່າງໆ ຂອງພົນລະເມືອງໃນ ສປປ ລາວ ໃນໄລຍະ 10 ປີ ເພື່ອສ້າງເປັນລະບົບຂໍ້ມູນຂ່າວສານສະແດງການປ່ຽນແປງທາງດ້ານປະຊາກອນໂດຍນໍາໃຊ້ເຄື່ອງມືທາງເອເລັກໂຕນິກ ເຂົ້າໃນການເກັບກໍາຂໍ້ມູນດັ່ງກ່າວ.
2. ເພື່ອປັບປຸງຈຸດທີ່ຕັ້ງບ້ານ, ຈຸດທີ່ຕັ້ງສ້າງອາຄານ, ຄົວເຮືອນ ແລະ ພື້ນຖານໂຄງລ່າງຕ່າງໆ ໃນຂອບເຂດທົ່ວປະເທດ, ເພື່ອສ້າງແຜນທີ່ບ້ານ, ແຜນທີ່ເຂດສໍາຫລວດ, ການວິໄຈ ແລະ ການເຜີຍແຜ່ຂໍ້ມູນເຂົ້າໃນລະບົບ ແຜນທີ່ດ້ານເສດຖະກິດ-ສັງຄົມຂອງ ສປປ ລາວ.
3. ເພື່ອປັບປຸງຖານຂໍ້ມູນຂໍ້ມູນພົນລະເມືອງຮັບໃຊ້ໃຫ້ແກ່ການສ້າງແຜນນະໂຍບາຍດ້ານພົນລະເມືອງ ແລະ ວຽກງານຄຸ້ມຄອງພົນລະເມືອງ, ຕິດຕາມ ແລະ ປະເມີນຄວາມຄືບໜ້າການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
4. ເພື່ອພັດທະນາ ແລະ ການສ້າງຖານຂໍ້ມູນພົນລະເມືອງແຫ່ງຊາດ ແລະ ການເຊື່ອມໂຍງລະບົບຂໍ້ມູນ ເພື່ອສ້າງແຜນນະໂຍບາຍ ແລະ ພັດທະນາຢ່າງກວ້າງຂວາງ ເປັນຕົ້ນແມ່ນປັບປຸງນະໂຍບາຍແຫ່ງຊາດດ້ານປະຊາກອນ ກໍຄືນະໂຍບາຍດ້ານສັງຄົມອື່ນໆ ເພື່ອປັບປຸງເງື່ອນໄຂການດໍາລົງຊີວິດ ແລະ ຍົກສູງລະດັບຄຸນນພາບຊີວິດຂອງປະຊາຊົນໃຫ້ດີຂຶ້ນ.
* ສໍາຫຼວດພົນລະເມືອງ ປີ2025 ແມ່ນໄດ້ແບ່ງອອກເປັນ 03 ໄລຍະດັ່ງນີ້:
– ໄລຍະການທີ 1 ແມ່ານການເກັບກຳຂໍ້ມູນ ຂຶ້ນບັນຊີ ຕຶກອາຄານ ແລະ ທີ່ຢູ່ອາໄສ ຕາມທີ່ຕັ້ງພູມີສາດ (GIS) ເລີ່ມແຕ່ວັນທີ 01 ມິນາ 2025 ຫາ 23 ພຶດສະພາ 2025;
– ໄລຍະທີ 2: ແມ່ນການເກັບກຳຂໍ້ມູນ ໃນລະດັບຄົວເຮືອນ. ຊຶ່ງຈະດໍາເນີນແຕ່ ວັນທີ 13 ເດືອນຕຸລາ ເປັນຕົ້ນໄປ;
– ໄລຍະທີ3: ການສໍາຫຼວດປະເມີນຄຸນນະພາບ ໃນລະຫວ່າງເດືອນທັນວາ 2025 ຫາ ເດືອນມັງກອນ 2026.
ຂ່າວ – ພາບ : ພັກສະຫວັນ






