ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສະຫຼຸບວຽກງານ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳປີ 2025

Dec 25, 2025

ວັນທີ 25 ທັນວາ 2025, ຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ( ຄຄອຊ ) ໄດ້ຈັດກອງປະຊຸມສະ ຫຼຸບວຽກງານ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026 ຢ່າງເປັນທາງການ ທີ່ຫ້ອງປະຊຸມໃຫຍ່ສະໜາມມ້າ ກະຊວງ ປ້ອງກັນຄວາມສະຫງົບ ໂດຍການເປັນປະທານຂອງ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຮອງປະທານ-ຜູ້ປະຈຳການ, ພ້ອມດ້ວຍບັນດາຮອງລັດຖະມົນຕີ, ຫົວໜ້າກົມ-ຮອງກົມ,ຕາງໜ້າຈາກບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ໃນກອງປະຊຸມ, ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສະເໜີ ຮ່າງບົດສະຫຼຸບການເຄື່ອນໄຫວວຽກງານ ຄຄອຊ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026, ສະເໜີ ຮ່າງການປັບປຸງ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ຄຄອຊ, (ສະບັບເລກທີ 559/ຄຄ ອຊ,ລົງວັນທີ 31 ທັນວາ 2018) ຊຶ່ງທ່ານໄດ້ຍົກໃຫ້ເຫັນຜົນສຳເລັດຫຼາຍດ້ານ ທີ່ຕິດພັນກັບການຄຸ້ມຄອງ, ການພັດທະນາ ແລະ ການນໍາໃຊ້ອິນເຕີເນັດ, ເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ, ການພັດທະນາຂົງເຂດດັ່ງກ່າວ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ, ການດຳເນີນທຸລະກິດ, ການດຳລົງຊີວິດ, ການຕິດຕໍ່ພົວພັນກັບສັງຄົມຕ່າງໆ, ຍິ່ງເຫັນໄດ້ແຈ້ງເຖິງຄວາມສໍາຄັນ ແລະ ຄວາມຈຳເປັນ ຂອງອິນເຕີເນັດ, ຄຽງຄູ່ກັບຜົນປະໂຫຍດອັນມະຫາສານຈາກອິນເຕີເນັດ, ພວກເຮົາເຫັນໄດ້ແຈ້ງເຖິງບັນຫາ ແລະ ສິ່ງທ້າທາຍຕ່າງໆ ໂດຍສະເພາະ ການນໍາໃຊ້ສື່ສັງຄົມອອນລາຍ ແລະ ການນຳໃຊ້ອິນເຕີເນັດ ໄປໃນທາງທີ່ບໍ່ດີ ຊຶ່ງ ຄຄອຊ ໄດ້ຊີ້ນຳພາກສ່ວນທີ່ກ່ຽວຂ້ອງ ສຸມໃສ່ຄົ້ນຄວ້າຊອກຫາວິທີການແກ້ໄຂດ້ວຍມາດຕະການຕ່າງໆ ເພື່ອແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ.
ໃນໄລຍະຜ່ານມາ, ຄຄອຊ ສາມາດຈຳກັດ ແລະ ມີຜົນສຳເລັດໃນເບື້ອງຕົ້ນ ທີ່ສຳຄັນ ບໍ່ວ່າຈະເປັນ ຂົງເຂດລວມສູນການສື່ສານ, ການກວດກາຄື້ນຄວາມຖີ່ ວິທະຍຸສື່ສານ, ການນຳໃຊ້ສັນຍານ-ການນຳໃຊ້ສາຍສົ່ງໂທລະຄົມມະນາຄົມ, ການສຸມໃສ່ຂຶ້ນທະບຽນເລກໝາຍໂທລະສັບ, ການປັບປຸງພື້ນຖານໂຄງລ່າງດີຈິຕ໋ອນ, ການຄຸ້ມຄອງຄວາມປອດໄພທາງດ້ານໄຊເບີ, ເນື້ອໃນຂໍ້ມູນຂ່າວສານຜ່ານອິນເຕີເນັດ ແລະ ດ້ານອື່ນໆ.
ໃນໂອກາດກັນນີ້, ຍັງໄດ້ມີພິທີເປີດນຳໃຊ້ ສູນຕ້ານການຫຼອກລວງທາງອອນລາຍ ສາຍດ່ວນ 1533 ຢ່າງເປັນທາງການ. ການເປີດດຳເນີນການຕົວຈິງ ແມ່ນຈະເລີ່ມຕົ້ນໃນວັນທີ 29 ທັນວາ 2025 ນີ້.


ໃນຕອນທ້າຍ, ພົນເອກ ວິໄລ ຫຼ້າຄຳຟອງ ປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນຳ ຕໍ່ກັບການສະຫຼຸບລາຍງານ, ທິດທາງແຜນການ ແລະ ຂໍ້ສະເໜີຕ່າງໆ ໃນການຈັດຕັ້ງປະຕິບັດບັນດາວຽກງານໃນຕໍ່ໜ້າ ໂດຍໃຫ້ເອົາໃຈໃສ່ບາງບັນຫາ ເປັນຕົ້ນ: ການຄົ້ນຄວ້າປັບປຸງພາລະບົດບາດ ຂອງ ຄຄອຊ, ການປັບປຸງ ແລະ ສ້າງບັນດາຈຸດປະສານງານ ຄຄອຊ ຢູ່ແຕ່ ລະກະຊວງ, ອົງການພັກ-ລັດ ແລະ ບັນດາ ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ຂັ້ນແຂວງ/ ນະຄອນຫຼວງວຽງຈັນ ໃຫ້ສອດຄ່ອງກັບສະພາບການຕົວຈິງ ໃນປັດຈຸບັນ,ເອົາໃຈໃສ່ຄົ້ນຄວ້າ ແລະ ປັບປຸງບັນດານິຕິກຳທີ່ມີແລ້ວ, ນິຕິກໍາໃດຄວນໄດ້ປັບປຸງຄືນ ເພື່ອໃຫ້ສອດຄ່ອງກັບສະພາບການໃໝ່ ໃນປັດຈຸບັນ ເປັນຕົ້ນ: ປັບປຸງ ກົດ ໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ, ປັບປຸງດໍາລັດວ່າດ້ວຍ ການຄຸ້ມຄອງຂໍ້ມູນຂ່າວສານ ຜ່ານອິນເຕີເນັດ, ສ້າງຍຸດທະສາດ ການພັດ ທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດ ແຫ່ງຊາດ, ສ້າງຍຸດທະສາດຄວາມປອດໄພໄຊເບີ ແຫ່ງຊາດ, ສ້າງຍຸດ ທະສາດການພັດທະນາ ພື້ນຖານໂຄງລ່າງດີຈີຕອນ, ສ້າງ ຍຸດທະສາດການພັດທະນາ ເລກໝາຍອິນເຕີເນັດ ຮຸ່ນທີ 6, ແລະ ນິຕິກຳອື່ນໆ ເພື່ອເປັນບ່ອນອີງໃຫ້ວຽກງານຄຸ້ມຄອງອິນເຕີເນັດ ແລະ ຄຸ້ມຄອງຄວາມປອດໄພ ທາງໄຊເບີ ຢ່າງຄົບຖ້ວນ, ຮັດກຸມ ແລະ ແທດເໝາະກັບສະພາບການ ໃນແຕ່ລະໄລຍະ, ເພີ່ມທະວີ ແລະ ປັບປຸງວຽກງານຕິດຕາມ, ກວດກາ ແລະ ຕອບໂຕ້ ຫາງສຽງບໍ່ດີໃນສັງຄົມ ໃຫ້ ເຂັ້ມແຂງ ແລະ ມີປະສິດທິພາບກວ່າເກົ່າ, ເພີ່ມທະວີການຄຸ້ມ ຄອງຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ, ເລັ່ງຈັດຕັ້ງປະຕິບັດການລົງທະບຽນເລກໝາຍໂທລະສັບ ໃຫ້ສໍາເລັດຕາມແຜນການ ແລະ ພັດທະນາໂທລະຄົມມະ ນາຄົມ ແລະ ອິນເຕີເນັດ. ຂະຫຍາຍລະບົບໂທລະຄົມມະ ນາຄົມ ແລະ ອິນເຕີເນັດ ໄປສູ່ເຂດຫ່າງໄກສອກຫຼີກສາ ມາດ ເຂົ້າເຖິງການນໍາໃຊ້ອິນເຕີເນັດໄດ້.


ໃນປີ 2026, ຄຄອຊ ຕ້ອງໄດ້ເລັ່ງແກ້ໄຂບັນຫາຫຍໍ້ທໍ້ ຜ່ານທາງລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດເຊັ່ນ: ອາຊະຍາກໍາ ແລະ ການຕົວະຍົວະຫຼອກລວງຜ່ານລະບົບອິນເຕີເນັດ, ຜ່ານແກ້ງຄໍເຊັນເຕີ,ຕິດຕາມກວດກາບັນດາສື່ ແລະເວັບໄຊ ລາມົກອານາຈານ,ບັນຫາ ເກມ- ການພະນັນ,ຄາສິໂນອອນລາຍ,ການຄ້າຂາຍຫວຍເຖື່ອນ, ການຄ້າປະເວນີ,ການຄ້າຢາເສບຕິດ ຜ່ານທາງອອນລາຍ ຕ່າງໆທີ່ຜິດກົດໝາຍ ເພື່ອເຮັດໃຫ້ສະພາບແວດລ້ອມ ອິນເຕີເນັດ ຂອງ ສປປ ລາວພວກເຮົາ ມີຄວາມປອດໄພ. ທ່ານຍັງກ່າວຕື່ມວ່າ ໃຫ້ເອົາໃຈໃສ່ໃນການຄົ້ນຄວ້າການຮ່ວມມືແລກປ່ຽນບົດຮຽນ ກັບປະເທດຄູ່ຮ່ວມມືຍຸດທະສາດ,ບັນ ດາປະເທດໃນພາກພື້ນ ແລະອົງການສາກົນຕ່າງໆ ໃນວຽກ ງານການພັດທະນາ ແລະການຄຸ້ມຄອງອິນເຕີເນັດ.

ຂ່າວ: ສັນຕິສຸກ