ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສະຫຼຸບ ວຽກງານຂອງຄະນະກໍາມະການຮ່ວມມື ລາວ-ຈີນ ປະຈໍາປີ 2024

Mar 14, 2025

ກອງປະຊຸມສະຫຼຸບວຽກງານຂອງຄະນະກໍາມະການຮ່ວມມື ລາວ-ຈີນ ປະຈໍາປີ 2024 ແລະ ກໍານົດທິດທາງວຽກຈຸດສຸມ ປີ 2025ໄດ້ຈັດຂຶ້ນ ໃນວັນທີ 14 ມີນາ 2025 ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານກອງປະຊຸມຂອງ ທ່ານ ເພັດ ພົມພີພັກ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທັງເປັນປະທານຄະນະກໍາມະການຮ່ວມມື ລາວ-ຈີນ, ໂດຍມີບັນດາທ່ານ ຮອງລັດຖະມົນຕີ ຈາກກະຊວງ ແລະ ອົງການລັດທຽບເທົ່າ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານ ຮອງເຈົ້າແຂວງ ທີ່ເປັນຄະນະກຳມະການຮ່ວມມື ລາວ-ຈີນ ແລະຜູ້ຕາງໜ້າຈາກຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງເຂົ້າຮ່ວມ ສໍາລັບທ້ອງຖິ່ນແມ່ນເຂົ້າຮ່ວມກອງປະຊຸມຜ່ານລະບົບທາງໄກ.
ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກຳມະການຮ່ວມມື ລາວ-ຈີນ ໄດ້ກ່າວວ່າ, ປີ 2024 ທີ່ຜ່ານມາ, ບົນພື້ນຖານສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ, ບົນຈິດໃຈ 4 ດີ: “ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ” ແລະ ພິເສດປີ 2024 ນີ້ ເປັນປີທໍາອິດຂອງການຜັນຂະຫຍາຍແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ (2024-2028) ສະບັບທີ 2, ເຊິ່ງແຜນແມ່ບົດດັ່ງກ່າວ ເປັນແຜນທີ່ມີເປົ້າໝາຍເຮັດໃຫ້ເປັນແຜນທີ່ມີມາດຕະຖານ, ຄຸນນະພາບ ແລະ ລະດັບທີ່ສູງກວ່າເກົ່າ, ເຊິ່ງເຫັນວ່າໄດ້ຮັບໝາກຜົນອັນດີ ເປັນພື້ນຖານໃຫ້ແກ່ການສືບຕໍ່ຮັດແໜ້ນສາຍພົວພັນຂອງສອງປະເທດໃນຊຸມປີຕໍ່ໜ້າ. ຜົນງານທີ່ພົ້້ນເດັ່ນໃນໜຶ່ງປີຜ່ານມາ ເປັນຕົ້ນແມ່ນ: ການປະຕິບັດໂຄງການຊ່ວຍເຫຼືອລ້າ, ເຊິ່ງໃນປີ 2024 ນີ້ ແມ່ນໄດ້ປະຕິບັດສໍາເລັດໂຄງການທີ່ສໍາຄັນຫຼາຍໂຄງການ, ເປັນຕົ້ນແມ່ນ: ໂຄງການສະຖາບັນເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ, ໂຄງການ E-Commerce ສໍາລັບສິນຄ້າກະສິກໍາຂອງລາວ; ໂຄງການຊ່ວຍເຫຼືອວັດຖຸອຸປະກອນຮີບດ່ວນ ເພື່ອຮັບໃຊ້ແກ່ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025, ໂຄງການປັບປຸງຍົກລະດັບ ໂຮງໝໍແຂວງຫຼວງພະບາງ, ໂຄງການຊ່ວຍເຫຼືອວັດຖຸອຸປະກອນສຳລັບຫ້ອງທົດລອງອະຊີວະສຶກສາ. ພິເສດແມ່ນຍັງໄດ້ຮັບການຊ່ວຍເຫຼືອຮີບດ່ວນ ດ້ານພາຫະນະ ແລະ ອຸປະກອນ ເພື່ອຮອງຮັບການເປັນເຈົ້າພາບປະຊຸມ ASEAN ແລະ ອື່ນໆ; ການຮ່ວມມືດ້ານການຄ້າ, ສະເພາະປີ 2024 (ໄລຍະ ເດືອນມັງກອນ ຫາ ທັນວາ) ມູນຄ່າການຄ້າສອງຝ່າຍ ລາວ-ຈີນ ໄດ້ 8.23ຕື້ USD, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ເພີ່ມຂຶ້ນ 15.91%, ໃນນີ້ ລາວສົ່ງອອກໄປຈີນ 4.56ຕື້ USD, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 21.4%, ລາວນໍາເຂົ້າຈາກຈີນ 3.68ຕື້ USD, ເພີ່ມຂຶ້ນ 9.8%(ໃນໄລຍະ 10 ປີ ຜ່ານມາ (ນັບແຕ່ປີ 2014-2024) ມູນຄ່າການຄ້າສອງຝ່າຍລາວ-ຈີນ ແມ່ນມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໂດຍສະເພາະແມ່ນພາຍຫຼັງເລີ່ມເປີດນໍາໃຊ້ຂະບວນລົດໄຟຂົນສົ່ງສິນຄ້າລະຫວ່າງປະເທດເປັນຕົ້ນມາ, ໃນປີ 2022 ມູນຄ່າການຄ້າສອງຝ່າຍ ບັນລຸໄດ້ 5.68 ຕື້ USD, ປີ 2023 ບັນລຸໄດ້ 7.09 ຕື້ USD ແລະ ປີ 2024 ບັນລຸໄດ້ 8.23 ຕື້ USD). ສັງເກດເຫັນວ່າມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຍັງມີທ່າແຮງບົ່ມຊ້ອນຫລາຍ, ເຊິ່ງຄາດວ່າ ອີກບໍ່ດົນຈີນ ຈະກາຍເປັນຄູ່ຄ້າອັນດັບໜຶ່ງຂອງລາວ, ການດຶງດູດການລົງທຶນ ສປ ຈີນ ນັບແຕ່ລັດຖະບານໄດ້ເປີດນະໂຍບາຍສົ່ງເສີມການລົງທຶນ, ການຮ່ວມມື ແລະ ການຄ້າຈາກ ສປ ຈີນ ກໍ່ມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ຊຶ່ງສາມາດສັງເກດເຫັນໄດ້ຈໍານວນໂຄງການ ແລະ ມູນຄ່າໂຄງການ ທີ່ໄດ້ອະນຸມັດແຕ່ປີ 1989 ຮອດປັດຈຸບັນ ມີທັງໝົດ 927 ໂຄງການ, ມີມູນຄ່າອະນຸມັດທັງໝົດຫຼາຍກວ່າ 18 ຕື້ກວ່າໂດລາສະຫະລັດ ເປັນອັນດັບ 1 ໃນ 53 ປະເທດ ແລະ ເຂດແຄ້ວນທີ່ເຂົ້າມາລົງທຶນໃນ ສປປ ລາວ. ສ່ວນໃຫຍ່ແມ່ນການລົງທຶນ ໃນຂະແໜງ ພະລັງງານໄຟຟ້າ, ບໍ່ແຮ່, ບໍລິການ, ກະສິກຳ ແລະ ຂະແໜງການອື່ນໆ. ນອກນັ້ນ, ສໍາລັບການຮ່ວມມືພັດທະນາຊັບພະຍາກອນມະນຸດໂດຍຜ່ານການຝຶກອົບຮົມໄລຍະສັ້ນ ທັງຢູ່ ສປ ຈີນ ແລະ ພາຍໃນປະເທດລາວ, ເຊິ່ງໄດ້ສ້າງໂອກາດໃຫ້ພະນັກງານຈາກບັນດາຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ຂອງລາວ ເຂົ້າຮ່ວມໄດ້ເປັນຈໍານວນຫຼວງຫຼາຍ, ສະເພາະ ໃນປີ 2024 ປະຕິບັດສໍາເລັດແລ້ວ 196 ຫົວຂໍ້, ມີຜູ້ເຂົ້າຮ່ວມທັງໝົດ 2,068 ເທື່ອຄົນ.
ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຊາບກ່ຽວກັບ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການຮ່ວມມື ລາວ-ຈີນ (ສະບັບປັບປຸງໃໝ່ ເລກທີ637/ນຍ, ລົງວັນທີ 18/11/2024) ທີ່ໄດ້ເພີ່ມສິດ ແລະ ບົດບາດ ໃຫ້ ຄລຈ ມີສ່ວນຮ່ວມຫຼາຍຂຶ້ນ ຕໍ່ກັບວຽກງານສົ່ງເສີມ ແລະ ດຶງດູດການລົງທຶນ ຂອງບັນດາຫົວໜ່ວຍວິສາຫະກິດຈີນ ຢູ່ ລາວ; ນອກນັ້ນ ຍັງໄດ້ປະກອບຄໍາຄິດຄໍາເຫັນໃສ່ (ຮ່າງ) ແຜນແມ່ບົດການຮ່ວມມືດ້ານເສດຖະກິດ-ເຕັກນິກ ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຈີນ (5 ປີ) ຊຸດທີ 3 ເຊິ່ງຈະໄດ້ກໍານົດທິດທາງ, ຂົງເຂດ ແລະ ຂອບເຂດການຮ່ວມມືໃນແຜນແມ່ບົດ, ເພື່ອສືບຕໍ່ສົມທົບກັບ ຝ່າຍຈີນ ແລະ ຮ່ວມກັນລົງນາມໃນຕໍ່ໜ້າ;ໄດ້ນໍາເອົາຮ່າງເນື້ອໃນກ່ຽວກັບ ຂໍ້ກໍານົດ ແລະ ລະບຽບການຄຸ້ມຄອງການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອລ້າ ຈາກ ສປ ຈີນ ຕໍ່ ສປປ ລາວ.
ຄຽງຄູ່ກັບຜົນງານຢ່າງຫຼວງຫຼາຍທີ່ຍາດມາໄດ້, ກອງປະຊຸມຍັງໄດ້ຕີລາຄາຈຸດອ່ອນຂໍ້ຄົງຄ້າງ, ສາເຫດຕ່າງໆພ້ອມທັງຖອດຖອນບົດຮຽນ ແນໃສ່ຊອກຫາມາດຕະການແກ້ໄຂບັນດາຂໍ້ຄົງຄ້າງໂດຍກໍານົດທິດທາງແຜນການຮ່ວມມື ໃນປີ 2025 ໃຫ້ມີຄວາມສອດຄ່ອງກັບສະພາບການໃໝ່ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືອັນແໜ້ນແຟ້ນລະຫວ່າງລາວ-ຈີນ ແລະ ທັງສືບຕໍ່ຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດາເອກະສານຮ່ວມມື ທີ່ການນໍາຂັ້ນສູງສອງຝ່າຍໄດ້ລົງນາມຮ່ວມກັນໃນໄລຍະຜ່ານມາໃຫ້ມີໝາກຜົນສູງຍິ່ງໆຂຶ້ນ. ຂ່າວ: ຄລຈ, ພາບ: ພູວຽງຄຳ