ກອງປະຊຸມສະຫຼູບການຈັດຕັ້ງປະຕິ
ບັດໂຄງການໃນຫົວຂໍ້: ການຟື້ນຟູເສດຖະກິດພາຍຫຼັງໂຄວິດ-19 ໂດຍ
ຜ່ານຮູບແບບເສດຖະກິດໝູນວຽນສີຂຽວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ໜຶ່ງແລວ ໜຶ່ງເສັ້ນທາງ ສີຂຽວ
ໃນວັນທີ 15 ກຸມພາ 2024, ທີ່ ແຂວງຫຼວງພະບາງ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການໃນຫົວຂໍ້: ການຟື້ນຟູເສດຖະກິດພາຍຫຼັງໂຄວິດ-19 ໂດຍຜ່ານຮູບແບບເສດຖະກິດໝູນວຽນສີຂຽວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ໜຶ່ງແລວ ໜຶ່ງເສັ້ນທາງ ສີຂຽວ ( “Conference of Post-COVID 19 Economic Recoveries through Bio-Circular-Green (BCG) Economic Growth Model of Mekong-Lancang Cooperation and Build Green Belt and Road Initiative”) ໂດຍໄດ້ຮັບການສະໜັບສະໜູນຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.
ກອງປະຊຸມຄັ້ງນີ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍໄດ້ມີຜູ້ເຂົ້າຮ່ວມຈາກບັນດາກະຊວງ/ຂະແໜງການພາຍໃນຂອງ ສປປ ລາວແລະ ຜູ້ຕາງໜ້າຈາກສະຖານກົງສຸນ ປະຈຳ ສປ ຈີນ ແລະ ສະຖານກົງສຸນ ປະຈຳ ສສ.ຫວຽດນາມ ທີ່ ຫຼວງພະບາງ ຫຼາຍກວ່າ 50 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສະຫຼຸບໝາກຜົນ ຂອງການຈັດຕັ້ງປະຕິບັດໂຄງການ ຟື້ນຟູເສດຖະກິດພາຍຫຼັງໂຄວິດ-19 ໂດຍຜ່ານຮູບແບບເສດຖະກິດໝູນວຽນສີຂຽວ ແລະ ທິດທາງໃນຕໍ່ໜ້າ. ພ້ອມທັງ, ປຶກສາຫາລືແລກປ່ຽນບົດຮຽນ ແບບເປີດກວ້າງ ເພື່ອເປັນທິດທາງວາງນະໂຍບາຍໃນການຈັດຕັ້ງປະຕິບັດຮູບແບບ ການໝູນວຽນເສດຖະກິດສີຂຽວ ຢູ່ ສປປ ລາວ ແລະ ປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃຫ້ເກີດປະສິດທິພາບ ແລະ ໃຫ້ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ.
ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ, ມີການແລກປ່ຽນຄໍາຄິດເຫັນ, ຂໍ້ມູນຂ່າວສານ ແລະ ການປຶກສາຫາລື ແບບກົງໄປກົງມາ ແລະ ມີຄວາມອຸດົມສົມບູນທາງດ້ານເນື້ອໃນ ໂດຍເນັ້ນໃສ່ການສ້າງຄວາມເຂົ້າໃຈ ກ່ຽວກັບ ນະໂຍບາຍການພັດທະນາເດຖະກິດ-ສັງຄົມ ໃຫ້ມີຄວາມຍືນຍົງ, ບໍ່ກະທົບຕໍ່ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ, ສ້າງກົນໄກການມີສ່ວນຮ່ວມຂອງສັງຄົມໃນການເຊື່ອມໂຍງ-ເຊື່ອມຈອດ, ການຄ້າ ແລະ ການລົງທຶນ ເພື່ອຍົກລະດັບການພັດທະນາເສດຖະກິດ ແລະ ປັບປຸງຄຸນະພາບຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນ.
ຮູບແບບເສດຖະກິດໜູນວຽນສີຂຽວ (Bio-Circular-Green (BCG) Economic Model) ແມ່ນຮູບແບບການພັດທະນາເສດຖະກິດສັງຄົມ ທີ່ແນໃສ່ການຮ່ວມມື ແລະ ມີສ່ວນຮ່ວມຂອງພາກລັດ, ເອກະຊົນ ແລະ ປະຊາຊົນ ໃນການພັດທະນາເສດຖະກິດ ຄ່ຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນການນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີປະສິດທິພາບສູງສຸດ ໂດຍປະກອບມີ 3 ຈຸດສຸມຫຼັກຄື: 1), ເສດຖະກິດຊີວະພາບ ຫຼື Bio Economic ແມ່ນການເພີ່ມປະລິມານ ແລະ ຄຸນນະພາບໃນການຜະລິດສິນຄ້າ, ສ້າງມູນຄ່າເພີ່ມໃນສິນຄ້າ, ສ້າງຄວາມຫຼາກຫຼາຍ ໂດຍການນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີທັນສະໄໝ. 2), ເສດຖະກິດໝູນວຽນ ຫຼື Circular Economic ແມ່ນແນໃສ່ການນຳໃຊ້ຊັບພະຍາກອນໃຫ້ຄຸ້ມຄ່າ ແລະ ມີປະສິດທິພາບສູງສຸດ ກໍຄືນະໂຍບາຍ ການໝູນເອົາສິ່ງທີ່ໃຊ້ແລ້ວນຳມາໃຊ້ຄືນໃໝ່ (Recycle). 3), ເສດຖະກິດສີຂຽວ ຫຼື Green Economic ແມ່ນສຸມໃສ່ການຫຼຸດຜ່ອນມມົນລະຜິດໃນທຸກຊ່ອງທາງເພື່ອຮັບປະກັນບໍ່ໃຫ້ເກີດຜົນກະທົບຕໍ່ສິ່ງແວດລ້ອມ.
ຮູບແບບເສດຖະກິດ ດັ່ງກ່າວແມ່ນສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 9 ຄືທິດຫັນເປັນຄຸນນະພາບ, ມີຈຸດສຸມ, ຍືນຍົງ ແລະ ສີຂຽວ ເພື່ອສາມາດບັນລຸເປົ້າໝາຍການພັດທະນາແບບ ຍືນຍົງ ຂອງອົງການສະຫະປະຊາຊາດ (SDGs). ເປັນຕົ້ນແມ່ນການສຸມໃສ່ກະສິກໍາສະອາດ, ນໍາໃຊ້ພະລັງງານທົດແທນ ແລະ ສະອາດ, ການທ່ອງທ່ຽວແບບອະນຸລັກທຳມະຊາດ ແລະ ອື່ນໆ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ







