ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມໃນວັນທີ 20 ມີນານີ້ ພາຍຫລັງດຳ ເນີນມາແຕ່ວັນທີ 17ມີນາເປັນຕົ້ນມາ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ບັນດາການນຳພັກ-ລັດ, ອະດີດການນຳ ພັກ-ລັດ, ພ້ອມດ້ວຍສະມາ ຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ເຂົ້າຮ່ວມ.
ກອງປະຊຸມ ໄດ້ພິຈາລະນາ, ຮັບຮອງເອົາເນື້ອໃນສໍາຄັນຈໍານວນໜຶ່ງ ເປັນຕົ້ນ ໄດ້ພິຈາລະນາ ແລະ ຮັບຮອງເອົາ ລັດຖະທໍາມະນູນ ສະ ບັບປັບປຸງປີ 2025 ເຊິ່ງການປັບປຸງລັດຖະທໍາມະນູນ ປີ 2025 ນີ້, ເປັນການສືບຕໍ່ຜັນຂະຫຍາຍແນວທາງປ່ຽນແປງໃໝ່ຂອງພັກ ທີ່ວາງອອກໃນແຕ່ລະໄລຍະ ໃຫ້ເປັນອັນລະອຽດ ເຂົ້າໃສ່ເນື້ອໃນຂອງ ລັດຖະທໍາມະນູນ ເຊິ່ງເປັນກົດໝາຍ ພື້ນຖານສໍາຄັນຂອງຊາດ, ເປັນເຄື່ອງມືສໍາຄັນຂອງລັດ ໃນການປົກປ້ອງສິດ ແລະ ຜົນ ປະໂຫຍດຂອງພັກກຳອຳນາດ, ການຄຸ້ມຄອງລັດ ແລະ ຄຸ້ມຄອງສັງຄົມດ້ວຍກົດໝາຍ.
ການປັບປຸງລັດຖະທໍາມະນູນ ຄັ້ງນີ້, ແນໃສ່ການປັບປຸງລະບົບອໍານາດແຫ່ງລັດ ປະຊາທິປະໄຕ ປະຊາຊົນ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສາມາດເຊື່ອມໂຍງເສດຖະກິດພາກ ພື້ນ ແລະ ສາກົນ ແນໃສ່ສ້າງພື້ນຖານທາງດ້ານກົດໝາຍ ກໍຄື ນິຕິກໍາທີ່ວາງອອກໃນຕໍ່ໜ້າໃຫ້ຮັບປະກັນຄວາມສອດຄ່ອງກັບແນວ ທາງການເມືອງຂອງພັກ, ທັງຈະເປັນການຊ່ວຍໃຫ້ການຄຸ້ມຄອງ -ບໍລິຫານລັດ ດ້ວຍກົດໝາຍໃນໄລຍະໃໝ່ໃຫ້ມີຄຸນນະພາບສູງ ຂຶ້ນເລື້ອຍໆ; ກອງປະຊຸມ ຍັງໄດ້ສະເໜີໃຫ້ຄະນະກໍາມະການລະ ດັບຊາດ ປັບປຸງລັດຖະທໍາມະນູນ ຮີບຮ້ອນຮຽບຮຽງ, ປັບປຸງເນື້ອໃນຕາມບັນດາຄໍາຄິດຄໍາເຫັນ ຂອງກອງປະຊຸມ ເພື່ອນໍາສະ ເໜີຂໍການພິຈາລະນາລົງລາຍເຊັນ ຈາກປະທານສະພາແຫ່ງຊາດ. ຫລັງຈາກນັ້ນ, ນໍາສະເໜີຂໍການພິຈາລະນາ ຈາກທ່ານປະທານປະເທດ ໃນການອອກລັດຖະດໍາລັດ ປະກາດນໍາໃຊ້ ຢ່າງເປັນທາງການໃນມໍ່ໆນີ້.
ກອງປະຊຸມ ຍັງໄດ້ພິຈາລະນາ, ຮັບຮອງເອົາການປັບປຸງກົດ ໝາຍ ຈໍານວນ 2 ສະບັບຄື: ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ເພື່ອໃຫ້ສອດຄ່ອງກັບມະຕິຂອງພັກ, ການປັບປຸງກົງຈັກການຈັດຕັ້ງ ແລະ ສອດຄ່ອງກັບລັດຖະທໍາມະນູນ ສະບັບປັບປຸງ ປີ 2025 ທັງເປັນການປະກອບສ່ວນສໍາຄັນໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ໃຫ້ເປັນຮູບປະທໍາ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. ກອງປະຊຸມ ມອບໃຫ້ຄະນະຮັບຜິດຊອບ ນໍາເອົາເນື້ອ ໃນຂອງຮ່າງໄປຮຽບຮຽງໃຫ້ຄົບຖ້ວນ ສົມບູນ ເພື່ອໄດ້ປະກາດໃຊ້ໂດຍໄວ ແລະ ນໍາໄປສູ່ການຈັດຕັ້ງປະຕິບັດ ໃຫ້ມີປະສິດພາບ ແລະ ປະສິດທິຜົນເປັນຢ່າງດີ.
ພ້ອມນັ້ນ, ຍັງໄດ້ພິຈາລະນາ ແລະ ຮັບຮອງເອົາຄໍາສະເໜີຂອງນາຍົກລັດຖະມົນຕີ ກ່ຽວກັບການປັບປຸງກົງຈັກການ ຈັດຕັ້ງຂອງ ກະຊວງ-ອົງການ ຈໍານວນໜຶ່ງ ເຊິ່ງກອງປະຊຸມໄດ້ສະແດງຄວາມຊົມເຊີຍທີ່ລັດຖະບານ ໄດ້ມີຄວາມຕັດສິນໃຈສູງໃນການ ປັບປຸງກົງຈັກການຈັດຕັ້ງ ຕາມທິດກະທັດຮັດ, ໂລ່ງລ່ຽນ, ມີປະ ສິດທິພາບ, ສອດຄ່ອງກັບສະພາບການພັດທະນາເສດຖະກິດ -ສັງຄົມ ໃນປັດຈຸບັນ, ທັງເປັນການຍົກສູງປະສິດທິພາບຂອງການນໍາພາ-ຊີ້ນໍາ ແລະ ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ໃນເງື່ອນໄຂໃໝ່, ທັງເປັນການເພີ່ມຄວາມເຂັ້ມແຂງ ແລະ ຄວາມ ຮັບຜິດຊອບຂອງພະນັກງານ-ລັດຖະກອນໃຫ້ສູງຂຶ້ນ. ກອງປະຊຸມມີຄວາມເຊື່ອໝັ້ນວ່າ ລັດຖະບານ ຈະສຸມໃສ່ການປັບປຸງຂັ້ນກະຊວງ-ອົງການໃຫ້ສໍາເລັດ ພາຍໃນເດືອນພຶດສະພາ 2025 ແລະ ການປັບປຸງການຈັດຕັ້ງສາຍຕັ້ງ ຢູ່ທ້ອງຖິ່ນ ໃຫ້ສໍາເລັດພາຍ ໃນເດືອນກໍລະກົດ 2025 ເພື່ອກ້າວສູ່ການປັບປຸງກົງຈັກ ໃນຂອບເຂດທົ່ວປະເທດ ແລະ ສ້າງບັນຍາກາດ ໃໝ່ໃຫ້ແກ່ການສ້າງຜົນງານຕ້ອນຮັບ 3 ວັນປະຫວັດສາດ ແລະ ການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ກ້າວໄປສູ່ການດໍາເນີນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໃນຕໍ່ໜ້າ.
ກອງປະຊຸມ ຍັງໄດ້ພິຈາລະນາ ແລະ ຮັບຮອງເອົານະໂຍບາຍສົ່ງເສີມພິເສດ ສະເພາະໃຫ້ຜູ້ລົງທຶນ ໃນນິຄົມອຸດສາຫະກໍາອະ ມະຕະ ຕາມການສະເໜີຂອງລັດຖະບານ ກ່ຽວກັບການຍົກເວັ້ນອາກອນກໍາໄລ ໄລຍະ 30 ປີ (ສະ ເພາະຜູ້ທີ່ມາລົງທຶນພາຍໃນ 7 ປີທໍາອິດ ຂອງການດໍາເນີນນິຄົມດັ່ງກ່າວ) ທີ່ຈະລົງທຶນໃນ 4 ກິດຈະກໍາສົ່ງເສີມພິເສດ ຄື: ອຸດສາຫະກໍາຜະລິດ, ປະກອບເຄື່ອງຈັກ ແລະ ອຸປະກອນຮັບໃຊ້ການກະເສດ, ອຸດສາຫະກໍາຝຸ່ນຊີວະພາບ, ເຄມີ ແລະ ການຜະລິດອາຫານສັດ, ອຸດສາຫະກໍາຜະລິດແຜງຊິ້ນສ່ວນພະລັງງານແສງອາທິດ ແລະ ພະລັງງານທົດແທນ, ອຸດສາ ຫະກໍາຜະລິດລົດ ແລະ ອາໄຫລ່, ອຸດສາຫະກໍາຜະລິດອຸປະກອນໄຟຟ້າ ແລະ ເອເລັກໂຕຣນິກ.
ຜ່ານການພິຈາລະນາດ້ວຍເຫດຜົນ ແລະ ເຫັນໄດ້ຄວາມຈໍາ ເປັນ ໃນການດຶງດູດເອົາການລົງທຶນມາພັດທະນາເຂດທຸລະການດານ, ພື້ນຖານໂຄງລ່າງບໍ່ທັນມີຄວາມສະດວກນັ້ນ, ຜູ້ແທນກອງປະຊຸມໄດ້ມີຄວາມເຫັນເປັນເອກະພາບ ເຫັນດີ ຮັບຮອງເອົາ ນະ ໂຍບາຍສົ່ງເສີມພິເສດ ສະເພາະໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກໍາອະມະຕະ ເຊິ່ງຈະເປັນເງື່ອນໄຂສໍາຄັນໃນການສົ່ງເສີມ ແລະ ດຶງດູດເອົາການລົງທຶນຂອງຕ່າງປະເທດ ເຊິ່ງສອດ ຄ່ອງກັບທິດທາງໃນການພັດທະນາເຂດເສດຖະກິດຂອງປະເທດເຮົາ, ສ້າງການຫັນ ປ່ຽນໂຄງປະກອບເສດຖະກິດ ທີ່ຈະສົ່ງເສີມການຜະລິດອຸດສາ ຫະກໍາ, ການຜະລິດເພື່ອສົ່ງອອກ ແທນການຂຸດຄົ້ນ ແລະ ຂາຍຊັບພະຍາກອນທໍາມະຊາດດັ່ງຜ່ານມາ ແລະ ປັດຈຸບັນ.
ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ຄຸ້ມຄອງວຽກ ງານນິຄົມອຸດສາຫະກໍາດັ່ງກ່າວ, ໃຫ້ປະຕິບັດຕາມລະບຽບ, ກົດ ໝາຍຢ່າງເຂັ້ມງວດ, ຊຸກຍູ້ໃຫ້ນັກລົງທຶນມີການປະກອບສ່ວນພັດທະນາທ້ອງຖິ່ນ, ມີການຖ່າຍທອດບົດຮຽນ-ເຕັກນິກວິຊາການໃຫ່ແກ່ຄົນລາວ ແລະ ມີການສ້າງວຽກເຮັດງານທໍາໃຫ້ປະຊາ ຊົນໃນທ້ອງຖິ່ນໃຫ້ນັບມື້ຫລາຍຂຶ້ນ.






