ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສະໄໝທີ 14 ຂອງສະພາປະຊາຊົນແຫ່ງຊາດຈີນ ຈະພິຈາລະນາ 7 ວຽກງານສຳຄັນຂອງຊາດ

Mar 6, 2024

ການປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນ ສະໄໝທີ 14 ຈັດຂື້ນຢ່າງເປັນທາງການລະຫວ່າງວັນທີ 5-11 ມີນາ 2024 ທີ່ນະຄອນຫລວງປັກກິ່ງ ສປ ຈີນ, ເຊິ່ງກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາ ແລະປຶກສາຫາລືຫລາຍບັນຫາສໍາຄັນຄື:
ພິຈາລະນາລາຍງານວຽກງານຂອງລັດຖະບານ, ພິຈາລະນາສະພາບການປະຕິບັດງານແຜນພັດທະນາເສດຖະກິດສັງຄົມປະຈຳປີ 2023 ແລະຮັບຟັງການລາຍແຜນພັດທະນາ ປະຈຳປີ 2024, ພິຈາລະນາສະພາບການປະຕິບັດງົບປະມານທັງສູນກາງ ແລະທອ້ງຖິ່ນປະຈຳປີ 2023 ແລະພິຈາລະນາແຜນຮ່າງງົບປະມານປະຈຳປີ 2024., ພິຈາລະນາກ່ຽວກັບການແກ້ໄຂເພີ່ມເຕີມກົດໝາຍການຈັດການຂອງຄະນະລັດຖະມົນຕີ ສປຈີນ, ພິຈາລະນາວຽກງານຂອງຄະນະກຳມະການປະຈຳສະພາປະຊາຊົນແຫ່ງຊາດຈີນ, ພິຈາລະນາລາຍງານວຽກງານຂອງສານປະຊາຊົນສູງສຸດ ແລະ ພິຈາລະນາລາຍງານວຽກງານຂອງໄອຍະການປະຊາຊົນສູງສຸດ ເຊິ່ງກອງປະຊຸມຄັ້ງນີ້ ຈະດຳເນີນໄປເປັນເວລາ 7 ວັນ ເລີ່ມແຕ່ວັນທີ 5-11 ມີນາ 2024ນີ້ຈຶ່ງຈະສຳເລັດ.
ໂດຍ: ເພັດສະໝອນ