ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9

Mar 19, 2025

ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງ ໄດ້ພ້ອມກັນຄົ້ນຄວ້າ, ພິຈາລະນາ ແລະປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ສະບັບປັບປຸງ ທີ່ສະເໜີໂດຍທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ຊື່ງທ່ານໄດ້ຍົກໃຫ້ເຫັນ ສະພາບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ພາຍຫລັງໄດ້ຮັບຮອງ ແລະ ປະກາດໃຊ້ໃນປີ 2015 ເປັນຕົ້ນມາ, ຕະຫຼອດໄລຍະເວລາ 10 ປີ ຜ່ານມາ, ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ແລະ ບັນດານິຕິກຳກ່ຽວຂ້ອງ ກາຍເປັນເຄື່ອງມືອັນສໍາຄັນໃຫ້ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນທົ່ວ ປະເທດໃນການຄຸ້ມຄອງ ແລະ ຫັນວຽກງານຄຸ້ມຄອງພະນັກງານ-ລັດຖະກອນໃຫ້ເຂົ້າສູ່ລະບົບ, ມີຄວາມເປັນເອກະພາບ, ເຂັ້ມແຂງ, ໜັກແໜ້ນ, ມີປະສິດທິພາບ ແລະ ປະສິດທິຜົນ, ຊຶ່ງສະແດງອອກໃນຜົນສໍາເລັດຫຼາຍດ້ານ ເຊັ່ນ: ການສອບເສັງຄັດເລືອກ, ການບັນຈຸສັບຊ້ອນ, ການດັດແກ້ຊັ້ນ-ຂັ້ນເງິນ ເດືອນ, ການປະເມີນຜົນ ແລະ ການຝຶກອົບຮົມພັດທະນາ ພະນັກງານ-ລັດຖະກອນ, ການປະຕິບັດນະໂຍບາຍໃຫ້ພະນັກງານ-ລັດຖະກອນ ໃນຂອບເຂດທົ່ວປະເທດ ແລະ ບັນຫາອື່ນໆ ທີ່ຕິດພັນກັບວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ໄດ້ຫັນເຂົ້າສູ່ລະບຽບການ ແລະ ເປັນລະບົບຂຶ້ນເທື່ອລະກ້າວ. ຄຽງຄູ່ກັບຜົນສໍາເລັດເຫລົ່ານັ້ນເຫັນວ່າ ບາງພາກສ່ວນຍັງມີຄວາມເຂົ້າໃຈຄາດເຄື່ອນຕໍ່ກັບຈຸດປະສົງ, ເນື້ອໃນ ແລະ ຂັ້ນຕອນວິທີການຈັດຕັ້ງປະຕິບັດເນື້ອໃນມາດຕາຕ່າງໆຂອງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ເຮັດໃຫ້ການປະຕິບັດວຽກງານຍັງບໍ່ທັນເປັນເອກະພາບສູງ ແລະຖືກຕ້ອງຕາມຈຸດປະສົງຂອງນິຕິກຳ; ການເຜີຍແຜ່ເຊື່ອມຊຶມກົດໝາຍ ແລະ ນິຕິກຳບາງຄັ້ງ ຍັງມີຄວາມຊັກຊ້າ ແລະ ບໍ່ທົ່ວເຖິງ; ເນື້ອໃນນິຕິກຳລຸ່ມກົດໝາຍບາງສະບັບຍັງບໍ່ແທດເໝາະ ແລະ ບໍ່ສາມາດປະຕິບັດໄດ້ຢ່າງເຕັມສ່ວນ ແລະອື່ນໆ.
ທ່ານ ສີຄໍາ ບຸນມີໄຊ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 8 ແຂວງຫົວພັນ ປະກອບຄໍາເຫັນໃສ່ມາດຕາ 15 ທີ່ເວົ້າເຖິງການເລື່ອນຊັ້ນ ເລື່ອນຂັ້ນຂອງພະນັກງານ-ລັດຖະກອນ ທ່ານສະເໜີໃຫ້ກຳນົດລະອຽດຕື່ມກ່ຽວກັບຜົນງານທີ່ຈະໄດ້ຮັບການເລື່ອນຂັ້ນຕ້ອງຢູ່ໃນລະດັບໃດ ໂດຍສະເພາະຂໍ້ທີ 6 ທີ່ລະບຸພະນັກງານ-ລັດຖະກອນທີ່ເລື່ອນກ່ອນກໍານົດຕ້ອງມີຜົນງານຕໍ່ເນື່ອງ 5 ປີ.
ທ່ານ ນາງ ບຸນສຸວັນ ໂພໄຊຊະນະະສັກ, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ປະກອບຄໍາເຫັນໃສ່ມາດຕາ 29 ກ່ຽວກັບໄລຍະເວລາການພັກອອກລູກ ຈາກຫ້າເດືອນ ມາເປັນ ສາມເດືອນເຄິ່ງ ເພື່ອໃຫ້ສອດຄ່ອງກັບຫຼັກການສາກົນທີ່ ສປປ ລາວ ເປັນພາຄີ ແລະ ຄວາມສະເໜີພາບຕໍ່ໜ້າລັດຖະທຳມະນູນ ແລະກົດໝາຍຂອງເພດຍິງທົ່ວສັງຄົມ, ພ້ອມທັງປັບກຳນົດເວລາຂອງການລາພັກຫຼຸລູກເປັນ ສາມໄລຍະໃຫ້ແທດເໝາະກັບສະພາບສຸຂະພາບຂອງແມ່ ແລະເດັກ ໃນມາດຕານີ້ ທ່ານໄດ້ສະເໜີໃຫ້ຮັກສາໄລຍະເວລາການພັກເກີດລູກໄວ້ 5 ເດືອນຄືເກົ່າ ເນື່ອງຈາກອີງໃສ່ສະພາບຮ່າງກາຍຂອງແມ່,​ ນອກຈາກນັ້ນ​ ຍັງມີບັນດາທ່ານສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງຕ່າງໆທີ່ໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງກົດຫມາຍສະບັບນີ້ຕຶ່ມອີກ.
ສຳລັບ​ຮ່າງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບເກົ່າ ປະກອບມີ 9 ພາກ 18 ໝວດ 99 ມາດຕາ,​ ສ່ວນສະບັບປັບປຸງໃໝ່ມີ 9 ພາກ 19 ໝວດ 101 ມາດຕາ. ໃນນັ້ນມີມາດຕາປັບປຸງໃໝ່ ຈໍານວນ 44 ມາດຕາ ແລະ ສ້າງໃໝ່ 5 ມາດຕາ. ສໍາລັບການປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ຈະດໍາເນີນໄປໝົດມື້ນີ້ ພາຍຫລັງສໍາເລັດການປະກອບຄໍາເຫັນຂອງສະມາຊິກສະພາແຫ່ງຊາດແລ້ວ ຄະນະຮັບຜິດຊອບປັບປຸງຮ່າງກົດໝາຍຈະຊີ້ແຈງ ແລະ ໃຫ້ຄວາມກະຈ່າງແຈ້ງຕື່ມຕໍ່ບັນຫາທີ່ສະມາຊິກສະພາແຫ່ງຊາດໃຫ້ຄວາມສົນໃຈ ກ່ອນທີ່ປະທານກອງປະຊຸມຈະສະຫລຸບສັງລວມຕື່ມການປະກອບຄໍາເຫັນຕໍ່ຮ່າງກົດໝາຍສະບັບນີ້.
May be an image of 13 people
May be an image of 7 people, dais and text
May be an image of 7 people, dais and text