ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ II

May 22, 2025

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ II ໄດ້ເປີດຂຶ້ນໃນວັນທີ 22 ພຶດສະພານີ້ ທີ່ຫ້ອງວ່າການປົກຄອງ ນວ, ພາຍໃຕ້ການເປັນປະທານຂອງ ທ່ານນາງ ລໍາພອຍ ສີອັກຄະຈັນ ຄະນະປະຈໍາພັກ ຮອງປະທານສະພາປະຊາຊົນ ນວ, ທ່ານ ບຸນທາມ ພຸດທະວົງສາ ຄະນະພັກ ຮອງປະທານສະພາປະຊາຊົນ ນວ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຊົງເລົ່າ ຢົງນູ ຮອງເລຂາຄະນະພັກ ນວ, ທ່ານ ພູວົງ ວົງຄໍາຊາວ ຄະນະປະຈໍາພັກ ຮອງເຈົ້າຄອງ ນວ, ບັນດາທ່ານສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນວ, ບັນດາທ່ານການນໍາພັກ-ລັດ ຂອງ ນວ, ບັນດາທ່ານສະມາຊິກສະພາປະຊາຊົນ ນວ ພ້ອມດ້ວຍແຂກຖືກເຊີນ.
ໃນວາລະ, ທ່ານນາງ ລໍາພອຍ ສີອັກຄະຈັນ ໄດ້ກ່າວວ່າ: ມື້ນີ້, ສະພາປະຊາຊົນ ນວ ຊຸດທີ II ໄດ້ດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂຶ້ນຢ່າງເປັນທາງການ, ການດໍາເນີນກອງປະຊຸມໃນຄັ້ງນີ້ ດ້ານໜຶ່ງກໍເປັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນ ນວ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ; ອີກດ້ານໜຶ່ງ, ກໍເປັນຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ຂອງ ສະພາປະຊາຊົນ ນວ ໃນການຈັດຕັ້ງຜັນຂະຫຍາຍມະຕິຂອງສູນກາງພັກໃນການປັບປຸງກົງຈັກ – ການປົກຄອງຂັ້ນທ້ອງຖິ່ນ ຢູ່ປະເທດເຮົາ ເວົ້າລວມ, ເວົ້າສະເພາະ ແມ່ນ ຢູ່ ນວ.
ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ II ໃນຄັ້ງນີ້ ມີພຽງຫົວຂໍ້ດຽວ ກໍຄືຈະໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາການສ້າງຕັ້ງຕາແສງ (ທົດລອງ) ຢູ່ເມືອງໄຊທານີ ນວ ຊຶ່ງເປັນວາລະທີ່ສໍາຄັນ, ຈໍາເປັນ ແລະ ຮີບດ່ວນຂອງ ນວ, ທັງຈະເປັນຕົວແບບໃນການພິຈາລະນາ ແລະ ຮັບຮອງເອົາການສ້າງຕັ້ງຕາແສງ ຢູ່ ຂອບເຂດທົ່ວປະເທດ. ສະນັ້ນ, ເພື່ອເຮັດໃຫ້ການພິຈາລະນາບັນດາເນື້ອໃນຕ່າງໆໃຫ້ມີຄຸນນະພາບ, ປະສິດທິຜົນ ແລະ ບັນລຸຜົນຕາມແຜນການທີ່ວາງໄວ້.
ໂອກາດນີ້, ທ່ານນາງ ລໍາພອຍ ສີອັກຄະຈັນ ກໍໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ແລະ ບັນດາທ່ານສະມາຊິກສະພາປະຊາຊົນ ນວ ຈົ່ງໄດ້ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ, ສຸມທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄໍາເຫັນຢ່າງມີປະຊາທິປະໄຕ, ເລິກເຊິ່ງ, ມີຈຸດສຸມ, ເຈາະຈົງ, ພາວະວິໄສ, ມີເຫດຜົນຕົວຈິງ ແລະ ຮັບປະກັນຄວາມສອດຄ່ອງກັບນະໂຍບາຍຂອງພັກ, ຖືກຕ້ອງຕາມລັດຖະທໍາມະນູນ, ກົດໝາຍ, ສະພາບຈຸດພິເສດຕົວຈິງຂອງ ນວ ໃນປັດຈຸບັນເພື່ອແນໃສ່ຮັບປະກັນໃຫ້ການສ້າງຕັ້ງຕາແສງໃນຄັ້ງນີ້ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທໍາທີ່ແທ້ຈິງ ແລະ ເກີດດອກອອກຜົນ.
ຂ່າວ-ພາບ: ແສງຈັນ