ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ໄດ້ສໍາເລັດຜົນຢ່າງຈົບງາມ ພາຍຫຼັງໄດ້ດໍາເນີນມາແຕ່ວັນທີ 16 ທັນວາ ຫາ ວັນທີ 24 ທັນວານີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ, ໂດການເປັນປະທານຂອງທ່ານ ນາງ ລໍາພອຍ ສີອັກຄະຈັນ ຮອງປະທານ ຄະນະປະຈໍາສະພາປະຊາຊົນນະຄອນຫຼວງວຽງຈັນ.
ເປັນກຽດເຂົ້າຮ່ວມ, ໂດຍ ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານ ການນໍາພັກ-ລັດ ຂັ້ນນະຄອນຫຼວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາທ່ານສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ພ້ອມດ້ວຍແຂກຖືກເຊີນ.
ໃນວາລະ, ທ່ານ ນາງ ລໍາພອຍ ສີອັກຄະຈັນ ກ່າວວ່າ: ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ໄດ້ສໍາເລັດຜົນຢ່າງຈົບງາມ, ກອງປະຊຸມຕີລາຄາສູງ ຕໍ່ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ຊຶ່ງໄດ້ມີຄວາມຮັບຜິດຊອບສູງໃນການຄົ້ນຄວ້າ, ປະກອບຄໍາເຫັນ, ຕັ້ງຄໍາຊັກຖາມ ແລະ ຄໍາສະເໜີແນະວິທີການແກ້ໄຂຢ່າງມີເຫດຜົນ, ມີເນື້ອໃນທີ່ເລິກເຊິ່ງ, ເຈາະຈົງ, ລະອຽດຖີ່ຖ້ວນ ແລະ ມີຄວາມເປັນເອກະພາບສູງໃນການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນ ຂອງນະຄອນຫຼວງວຽງຈັນ ຄື:
ຮັບຮອງເອົາບົດລາຍງານຂອງອົງການປົກຄອງນະຄອນຫຼວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ແຜນການລົງທຶນຂອງລັດ ປະຈໍາປີ 2025, ແຜນຄາດຄະເນການນໍາໃຊ້ເງິນເກີນແຜນປະຈໍາປີ 2024 ແລະ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຢູ່ນະຄອນຫຼວງວຽງຈັນ.
ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນນະຄອນຫຼວງວຽງຈັນ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025.
ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025, ບົດລາຍງານຜົນຂອງການກວດສອບຄືນ ແລະ ການສະຫຼຸບງົບປະມານຂາດຕົວ ປະຈໍາປີ 2023 ຂອງອົງການກວດສອບປະຈໍາພາກກາງ 1;
ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂອງອົງການກວດກາລັດ ນະຄອນຫຼວງວຽງຈັນ;
ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງອົງການໄອຍະການປະຊາຊົນ ພາກກາງ ແລະ ອົງການໄອຍະການປະຊາຊົນ ນະຄອນຫຼວງ, ຂອງສານປະຊາຊົນ ພາກກາງ, ສານປະຊາຊົນ ນະຄອນຫຼວງ ແລະ ກອງປະຕິບັດຄຳຕັດສິນຂອງສານ ນະຄອນຫຼວງວຽງຈັນ;
ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II;
ຮັບຟັງການປະກອບຄຳເຫັນ ຂອງອົງການແນວລາວສ້າງຊາດນະຄອນຫຼວງວຽງຈັນ ກ່ຽວກັບການເຄື່ອນໄຫວວຽກງານ ຂອງສະພາປະຊາຊົນນະຄອນຫຼວງ;
ຮັບຮອງເອົາ ຮ່າງມະຕິ ຂອງກອງປະຊຸມສະພາປະຊາຊົນ ວ່າດ້ວຍການດໍາເນີນກອງປະຊຸມຂອງສະພາປະຊາຊົນ ແລະ ການລົງພົບປະຜູ້ມີສິດເລືອກຕັ້ງ;
ຮັບຟັງບົດລາຍງານ ການປະເມີນຜົນການຈັດຕັ້ງປະຕິບັດບັນດານິຕິກໍາໃຕ້ກົດໝາຍ ທີ່ສະພາປະຊາຊົນ ນະຄອນຫຼວງ ໄດ້ຮັບຮອງ ຈໍານວນ 2 ສະບັບ ຄື:
ຂໍ້ຕົກລົງ ຂອງທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ວ່າດ້ວຍການປະເມີນລາຄາທີ່ດິນ ທົ່ວນະຄອນຫຼວງວຽງຈັນ ສະບັບເລກທີ 142/ຈນວ, ລົງວັນທີ 26 ກຸມພາ 2021;
ຂໍ້ຕົກລົງ ຂອງທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ວ່າດ້ວຍການພັດທະນາ ແລະ ຄຸ້ມຄອງເຂດສະຫງວນ ຄອງນໍ້າວຽງຈັນ, ສະບັບເລກທີ 0966/ຈນວ, ລົງວັນທີ 11 ພະຈິກ 2019.
ຮັບຮອງເອົາຮ່າງຂໍ້ຕົກລົງວ່າດ້ວຍ ກອງທຶນຄຸ້ມຄອງໄພພິບັດ ນະຄອນຫຼວງວຽງຈັນ.
ຮັບຟັງການລາຍງານ, ຊີ້ແຈງບັນຫາສໍາຄັນຕ່າງໆ ຂອງນະຄອນຫຼວງ ເປັນຕົ້ນ:
ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ຕິດພັນກັບການກໍານົດແຜນວຽກຈຸດສຸມ, ບຸລິມະສິດ ເພື່ອຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ຂອງທ້າຍສະໄໝຮອດປີ 2025;
ມາດຕະການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼ ຂອງລາຍຮັບງົບປະມານແຫ່ງລັດ ແລະ ແຜນການຈັດສັນເງິນເກີນແຜນປີ 2024;
ການປະຕິບັດມາດຕະການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໃຫ້ແກ່ພະນັກງານລັດ, ທະຫານ, ຕໍາຫຼວດ;
ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກ່ຽວກັບການສົ່ງເສີມການຜະລິດສິນຄ້າພາຍໃນ, ການກໍານົດໂຄງປະກອບລາຄາສິນຄ້າ ແລະ ການເຂົ້າຫາແຫຼ່ງທຶນສົ່ງເສີມວິສາຫະກິດ ຂະໜາດນ້ອຍ-ຂະໜາດກາງ;
ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ນະຄອນຫຼວງວຽງຈັນ;
ການຄຸ້ມຄອງການນໍາເຂົ້າສິນຄ້າທີ່ມີສານຕັ້ງຕົ້ນປະເພດຢາເສບຕິດ ເປັນຕົ້ນ: ຢາສູບໄຟຟ້າ, ກາເຟປາຕີ້ຄໍລາເຈນ, ປຸ່ມເປົ້າ ແລະ ອື່ນໆ;
ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫຼວງວຽງຈັນ; (ລົດເມດ່ວນ BRT)
ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຜັງເມືອງ ແລະ ແຜນຜັງເມືອງ ສະບັບທີ III ຂອງນະຄອນຫຼວງວຽງຈັນ ໄປຄຽງຄູ່ກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ;
ການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງຂະຫຍາຍນໍ້າປະປາຈີ່ນາຍໂມ້ ແລະ ທໍ່ສົ່ງນະຄອນຫຼວງວຽງຈັນ ທີ່ນໍາໃຊ້ເງິນກູ້ຢືມຈາກລັດຖະບານຍີ່ປຸ່ນ;
ມາດຕະການໃນການຄຸ້ມຄອງການຂຸດຄົ້ນແຮ່ທາດ ຢູ່ນະຄອນຫຼວງວຽງຈັນ ຕິດພັນກັບການນໍາໃຊ້ງົບປະມານພັດທະນາທ້ອງຖິ່ນ ແລະ ພັດທະນາຊຸມຊົນ;
ສະພາບການສຶກສາ ໃນນະຄອນຫຼວງວຽງຈັນ ທີ່ຕິດພັນກັບການປະລະການຮຽນ ຂອງນັກຮຽນໃນຊັ້ນ ມ.ຕົ້ນ ແລະ ມ.ປາຍ ປະຈໍາສົກປີ 2023-2024 ແລະ ທິດທາງແຜນການປະຈໍາສົກປີ 2024-2025.
ຮັບຟັງບົດລາຍງານກ່ຽວກັບ ວິທີການ ຫຼື ມາດຕະການແກ້ໄຂ ໃຫ້ຖືກຕ້ອງຕາມກົດໝາຍ ວ່າດ້ວຍການປະຕິບັດຄໍາຕັດສິນຂອງສານ ໂດຍສະເພາະແມ່ນຄໍາຕັດສິນຂອງສານທີ່ຄ້າງປະຕິບັດຫຼາຍປີ; ບົດລາຍງານກ່ຽວກັບວິທີການແກ້ໄຂ ກໍລະນີຜູ້ຖືກປະຕິບັດຄໍາຕັດສິນຂອງສານ ໄດ້ເອົາຕົວຫຼົບຫຼີກ ຫຼື ຫຼົບໜີ ເພື່ອໃຫ້ຄໍາຕັດສິນຂອງສານໄດ້ຮັບການປະຕິບັດຖືກຕ້ອງ, ຄົບຖ້ວນ, ທົ່ວເຖິງ ແລະ ທັນເວລາ.
ບົດລາຍງານ ຂອງອົງການໄອຍະການປະຊາຊົນ ນະຄອນຫຼວງ ກ່ຽວກັບການຕິດຕາມກວດກາ ການດໍາເນີນຄະດີ ຂອງອົງການສືບສວນ-ສອບສວນຂັ້ນສູນກາງ ໃນໄລຍະຜ່ານມາ ໄດ້ຈັດຕັ້ງປະຕິບັດແນວໃດ? ມີຄວາມສະດວກ ແລະ ຄວາມຫຍຸ້ງຍາກແນວໃດ?
ບົດລາຍງານຂອງສານປະຊາຊົນ ນະຄອນຫຼວງ ກ່ຽວກັບກົນໄກການປະສານງານ ລະຫວ່າງ ສານປະຊາຊົນ ກັບຄ້າຍຄຸມຂັງ-ດັດສ້າງ ກ່ຽວກັບການຈັດຕັ້ງສານເຄື່ອນທີ່, ການເອົາຜູ້ຖືກຫາມາຕັດສິນຢູ່ສານ ແລະ ການສົ່ງປະເດັນ ຫຼື ຄໍາຕັດສິນໃຫ້ຄ້າຍຄຸມຂັງ-ດັດສ້າງ ເພື່ອຮັບປະກັນໃຫ້ມີຄວາມກົມກຽວ ຕາມຂັ້ນຕອນຂອງກົດໝາຍ. ນອກຈາກນີ້ ກອງປະຊຸມຍັງໄດ້ຮັບຟັງການຊີ້ແຈງ ບາງບັນຫາສໍາຄັນຈໍານວນໜຶ່ງທີ່ຜູ້ແທນຊັກຖາມ ແລະ ຍົກຂຶ້ນໃນກອງປະຊຸມຈາກອົງການປົກຄອງ, ສານປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຢ່າງຈະແຈ້ງຊັດເຈນຂຶ້ນຕື່ມ ແລະ ຍັງມອບໃຫ້ບາງພະແນກການ ຈໍານວນໜຶ່ງ ໄດ້ລາຍງານຊີ້ແຈງເປັນລາຍລັກອັກສອນ ແລະ ວຽກງານອື່ນໆ.
ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ຄັ້ງທີ 13 ສະໄໝທີ VII ເຂົ້າສູ່ວຽກງານຕົວຈິງ, ແມ່ນໝາກຜົນຂອງສະຕິປັນຍາ, ການຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ຄວາມເປັນເຈົ້າການຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ໃນການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງນະຄອນຫຼວງ, ແມ່ນການຕັດສິນໃຈສູງຂອງອົງການປົກຄອງ, ບັນດາພະແນກການ, ອົງການທີ່ກ່ຽວຂ້ອງເຂົ້າໃນການສືບຕໍ່ຈັດຕັ້ງປະຕິບັດແຜນການທີ່ແຕ່ລະອົງການໄດ້ຮັບຜິດຊອບ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ນະຄອນຫຼວງເຮົາປະເຊີນຢູ່ໃນປັດຈຸບັນ ເພື່ອສືບຕໍ່ພັດທະນານະຄອນຫຼວງວຽງຈັນ ໃຫ້ມີຄວາມເຂັ້ມແຂງ.
ເພື່ອສືບຕໍ່ຈັດຕັ້ງປະຕິບັດເນື້ອໃນຜົນສໍາເລັດກອງປະຊຸມຄັ້ງນີ້, ກອງປະຊຸມຮຽກຮ້ອງມາຍັງຄະນະປະຈໍາ ສະພາປະຊາຊົນ, ບັນດາຄະນະກໍາມະການ, ຄະນະເລຂາທິການ, ອົງການປົກຄອງ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1, ສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງໄດ້ຜັນຂະຫຍາຍ ບັນດາມະຕິກອງປະຊຸມຄັ້ງນີ້ ທີ່ໄດ້ຮັບຮອງເຂົ້າໃນການປະຕິບັດວຽກ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.
ຂ່າວ-ພາບ: ແສງຈັນ





