ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນຕຸລາ 2024 ທີ່ຈັດຂຶ້ນໃນລະຫວ່າງວັນທີ 23-24 ຕຸລານີ້ ໄດ້ປຶກສາ ຫາລືແລະເຫັນດີຫລາຍບັນຫາສໍາຄັນ, ໃນນີ້ ລວມເຖີງການຄົ້ນຄວ້າການເພີ່ມເງິນເດືອນໃຫ້ພະນັກງານ-ລັດຖະກອນ ແລະ ໂຄຕ້າລັດຖະ ກອນ ປະຈຳປີ 2025: ກອງປະຊຸມ ເຫັນດີຕາມການສະເໜີຂອງກະຊວງພາຍໃນ ບົນພື້ນຖານຕ້ອງຮັບປະກັນ ແລະ ສາມາດຕອບສະໜອງທາງດ້ານງົບປະມານ ໃນການເບີກຈ່າຍເງິນເດືອນ ແລະ ເງິນນະໂຍບາຍຕ່າງໆ ເພື່ອປັບປຸງຊີວິດການເປັນຢູ່ຂອງພະນັກ ງານ-ລັດຖະກອນ ໃຫ້ສອດຄ່ອງກັບສະພາບເສດຖະກິດໃນປັດຈຸ ບັນ, ທັງໃຫ້ສາມາດຮັບປະກັນ ມີພະນັກງານສືບທອດປ່ຽນແທນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຢ່າງຕໍ່ເນື່ອງ, ມີປະສິດທິ ພາບ ແລະ ປະສິດທິຜົນ.



