ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 5 ທັນວາ 2022, ທີ່ຫໍປະຊຸມສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາອະດີດການນຳພັກ-ລັດ, ຄະນະລັດຖະບານ, ສະມາຊິກສະແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມາຫາຊົນ ແລະ ສະ ຫະພັນນັກຮົບເກົ່າ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາ ແຫ່ງຊາດຊຸດທີ IX ແມ່ນຈະດໍາເນີນໄປຮອດວັນທີ 30 ທັນວາ 2022. ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ກອງປະຊຸມ ຄັ້ງນີ້ ຈະໄດ້ຄົ້ນຄວ້າ ພິ ຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງລັດຖະບານ ເປັນຕົ້ນ: ການເຄື່ອນໄຫວວຽກງານພົ້ນເດັ່ນ ປະຈໍາປີ 2022 ແລະ ທິດທາງແຜນການ ໃນປີ 2023; ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023; ບົດສະຫລຸບຂາດຕົວການ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດ 2021; ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນ 3 ເດືອນທ້າຍປີ ແລະ ໝົດປີ 2022 ແລະ ທິດທາງ ການສ້າງແຜນງົບປະມານແຫ່ງລັດ 2023; ການຈັດຕັ້ງປະຕິບັດແຜນເງິນຕາ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023; ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ປະຈໍາປີ 2022 ແລະ ແຜນການປີ 2023; ການຈັດຕັ້ງປະ ຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈໍາປີ 2022 ແລະ ແຜນການປີ 2023; ການສ້າງວິຊາຊີບ, ການພັດທະນາສີມືແຮງງານ ແລະ ວຽກເຮັດງານທໍາໃຫ້ປະຊາຊົນ ເພື່ອແກ້ໄຂບັນຫາການວ່າງງານ. ນອກຈາກນີ້ ກອງປະຊຸມ ຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນ ການເຄື່ອນ ໄຫວວຽກງານ ປະຈໍາປີ 2023; ບົດລາຍງານ ຜົນການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021; ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນການ ເຄື່ອນໄຫວ ປະຈໍາປີ 2023 ຂອງອົງການກວດກາແຫ່ງລັດ; ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2020; ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງສານປະຊາຊົນສູງສຸດ; ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງອົງການໄອຍະການປະຊາຊົນສູງສຸດ. ພ້ອມນັ້ນ ຍັງຈະໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 12 ສະບັບ ປະ ກອບມີ ຮ່າງກົດໝາຍສ້າງໃໝ່ 3 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍໜັງສືຜ່ານແດນ; ຮ່າງກົດໝາຍວ່າດ້ວຍການທາງນໍ້າ ແລະ ຮ່າງກົດໝາຍວ່າດ້ວຍພິພິທະພັນ. ກົດໝາຍປັບປຸງ 9 ສະບັບ ຄື: ກົດໝາຍວ່າດ້ວຍ ທະນາຍຄວາມ; ກົດໝາຍວ່າດ້ວຍ ທະບຽນສານ; ກົດໝາຍວ່າດ້ວຍການ ກັນ ແລະ ຄວບຄຸມພະຍາດຕິດຕໍ່; ກົດໝາຍວ່າດ້ວຍ ວິສາຫະກິດ; ກົດໝາຍວ່າດ້ວຍ ວິທະຍາສາດ ແລະ ເຕັກໂນໂລຊີ; ກົດໝາຍວ່າດ້ວຍ ອົງການໄອຍະການທະຫານ; ກົດໝາຍວ່າດ້ວຍ ທຸລະກຳທາງເອເລັກໂຕຣນິກ; ກົດໝາຍວ່າດ້ວຍ ການກວດສອບແຫ່ງລັດ ແລະ ກົດໝາຍວ່າດ້ວຍ ການກວດກາລັດ. ກອງປະຊຸມ ຈະຮັບຟັງບົດລາຍງານການຈັດຕັ້ງປະຕິບັດ ແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງສະພາແຫ່ງຊາດ; ຜົນການຕິດຕາມກວດກາຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ຕາມມະຕິສະບັບເລກທີ 62/ສພຊ, ລົງວັນທີ 8 ກໍລະກົດ 2022; ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບແຜນການສ້າງ ແລະ ປັບ ປຸງກົດໝາຍ ແຕ່ປີ 2023-2025; ລວມທັງບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບັນດາບົດລາຍງານຂອງລັດຖະບານ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊົນສູງສຸດ; ບົດປະກອບຄໍາເຫັນຂອງສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ຕໍ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ.