ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງ ສະພາປະຊາຊົນ ແຂວງວຽງຈັນ ຊຸດທີ II

Jul 31, 2024

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ II ໄດ້ໄຂຂຶ້ນໃນວັນທີ 31 ກໍລະກົດ 2024 ນີ້, ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ, ໂດຍການເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ທ່ານ ສຈ ປອ ຈະເລີນ ເຍຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີບັນດາທ່ານການນຳ ພັກ-ລັດ, ພ້ອມດ້ວຍບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ 10, ສະມາຊິກສະພາປະຊາຊົນແຂວງວຽງຈັນ, ພ້ອມດ້ວຍບັນດາທ່ານເຈົ້າເມືອງ ແລະ ຫົວໜ້າພະແນກການເຂົ້າຮ່ວມ.
ທ່ານ ບຸນສອນ ເພັດລາວັນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ ໄດ້ໃຫ້ກຽດຂຶ້ນກ່າວໄຂກອງປະຊຸມວ່າ: ໃນກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງ ການລາຍງານ, ພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນສຳຄັນຕ່າງໆ ເປັນຕົ້ນແມ່ນ: ຮັບຟັງການລາຍງານ ໂດຍສັງເຂບ ຂອງທ່ານເຈົ້າແຂວງ ແຂວງວຽງຈັນ ກ່ຽວກັບ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024; ຮັບຟັງການລາຍງານ ຂອງພະແນກແຜນການ ແລະ ການລົງທຶນແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024; ຮັບຟັງການລາຍງານ ຂອງພະແນກການເງິນແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2024; ຮັບຟັງການລາຍງານ ບັນຫາພົ້ນເດັ່ນ ຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພະແນກຊັບພະຍາກອນ-ທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ; ຮັບຟັງການລາຍງານ ຂອງສະພາປະຊາຊົນແຂວງວຽງຈັນ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ລະຫວ່າງກອງປະຊຸມສະໄໝສາມັນ ເທື່ອທີ 6 ຫາ ເທື່ອທີ 7 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 8.
ກອງປະຊຸມ ຍັງຈະໄດ້ສຸມໃສ່ຄົ້ນຄວ້າປະກອບຄຳເຫັນ ແລະ ພິຈາລະນາ, ຮັບຮອງເອົາ ນິຕິກຳໃຕ້ກົດໝາຍ ຈຳນວນ 01 ສະບັບ ຄື: ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງ ກິດຈະການທ່ອງທ່ຽວທາງນ້ຳ.
ເພື່ອເຮັດໃຫ້ ການພິຈາລະນາ, ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ໃຫ້ມີຄຸນນະພາບ ແລະ ບັນລຸຜົນຕາມແຜນການທີ່ວາງໄວ້, ປະທານກອງປະຊຸມ ໄດ້ຮຽກຮ້ອງ ມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງໄດ້ສືບຕໍ່ໃຫ້ການຮ່ວມມື ແລະ ສະໜອງຂໍ້ມູນ ຕໍ່ບັນດາເນື້ອໃນ ທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມ ຄັ້ງນີ້, ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຈົ່ງໄດ້ໃຊ້ສິດປະຊາທິປະໄຕ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃນການຄົ້ນຄວ້າ, ປະກອບຄໍາເຫັນ ຕໍ່ທຸກບັນຫາ ແລະ ເນື້ອໃນ ທີ່ນຳມາພິຈາລະນາ, ຮັບຮອງໃນຄັ້ງນີ້ ຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິໄສ, ມີເຫດຜົນ, ເລິກເຊິ່ງ ແລະ ມີຄວາມເປັນເອກະພາບ ບົນພື້ນຖານເເນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ ຂອງແຂວງ, ສາມາດ ນໍາໄປຈັດຕັ້ງປະຕິບັດ ເປັນຮູບປະທໍາຢ່າງແທ້ຈິງ.
ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ II ຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 3 ວັນ ເລີ່ມແຕ່ວັນທີ 31 ກໍລະກົດ ຫາ ວັນທີ 2 ສິງຫາ 2024 ຈຶ່ງຈະອັດລົງ.
ພາບ-ຂ່າວ: ບຸນມາ ແກ້ວບຸດດາ
ໂທລະພາບແຂວງວຽງຈັນ