ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມສະໄໝສາມັນ ເທື່ອທີ 2 ສະພາປະຊາຊົນແຂວງຈໍາປາສັກ ຊຸດທີ II ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 29 ທັນວາ 2021ນີ້ ຢູ່ທີ່ສະໂມສອນຫຼັກ 4 ຂອງແຂວງ ພາຍໄຕ້ການເປັນປະທານ ຂອງທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມຄະນະ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ວິໄລວົງ ບຸດດາຄຳ ກຳ ມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ທ່ານ ສົມມາດ ພົນເສນາ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດສະມາຊິກສະພາແຫ່ງ ຊາດປະຈໍາເຂດເລືອກຕັ້ງ ເຂດ 15 ແຂວງຈໍາປາສັກ, ມີຄະນະປະຈຳ ສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດຜ,ສະມາຊິກສະພາປະຊາຊົນແຂວງ,ບັນດາການນຳພະແນການກົມກອງ,ອົງການຈັດຕັ້ງແນວລາວສ້າງຊາດແຂວງ,ອົງການຈັດຕັ້ງມິຫາຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄດ້ກ່າວໄຂກອງປະຊຸມສະໄໝສາມັນເທື່ອທີ2ຂອງສະພາປະຊາຊົນແຂວງຊຸດທີ2 ເຊິ່ງທ່ານໄດ້ກ່າວວ່າ ກອງປະຊຸມຄັ້ງນີ້ແມ່ນມີຄວາມສຳຄັນຫຼາຍ ເພາະປີ 2021 ເປັນປີທໍາອິດ ທີ່ສະພາປະຊາຊົນແຂວງຈໍາປາສັກ ຊຸດທີ II ໄດ້ສຸມໃສ່ເຄື່ອນໄຫວຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ກໍານົດໄວ້ໃນລັດຖະທໍາມະນູນ ແຫ່ງ ສປປ ລາວ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ໃນທ່າມກາງທີ່ສະພາບການຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງສະຫຼັບຊັບຊ້ອນ, ເຄັ່ງຮ້ອນ ແລະ ມີຄວາມຫຼໍ່ແຫຼມຫຼາຍດ້ານ ທີ່ຄາດຄະເນໄດ້ຍາກ ບວກກັບການແຜ່ລະບາດຂອງພະຍາດໂຄວິດ-19 ມີທ່າອ່ຽງແກ່ຍາວ, ເປັນວົງກວ້າງ ເຊິ່ງໄດ້ສົ່ງຜົນກະ ທົບຕໍ່ບັນດາປະເທດຕ່າງໆໃນໂລກ ລວມທັງປະເທດລາວຂອງພວກເຮົາ, ໂດຍສະເພາະແຂວງຈໍາປາສັກ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ. ເຖິງຢ່າງໃດກໍ່ຕາມຕະຫຼອດໄລຍະ 1 ປີຜ່ານມາ, ພາຍໃຕ້ການນໍາພາຂອງຄະນະພັກ-ອົງການປົກຄອງແຂວງ, ໄດ້ມີຄວາມພະຍາຍາມສູງຜ່ານຜ່າສິ່ງທ້າທາຍດັ່ງກ່າວ, ສາມາດສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ- ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາປີ 2021, ຕິດພັນກັບການຈັດຕັ້ງປະຕິບັດມາດຕະການສະກັັດກັ້ນ ແລະ ປ້ອງກັນການແຜ່ລະບາດລະບາດຂອງພະຍາດໂຄວິດ-19 ຢ່າງຈິງຈັງ, ການແກ້ໄຂໄພພິບັດທາງທໍາມະຊາດ ແລະ ວຽກງານຮອບດ້ານຂອງແຂວງ ໄດ້ຮັບຜົນສໍາເລັດຫຼາຍດ້ານ.
ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນດາເນື້ອໃນທີ່ສໍາຄັນ ດັ່ງນີ້:
1. ພິຈາລະນາ, ຮັບຮອງເອົາບົດລາຍງານອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາປີ 2021 ແລະ ແຜນ ການ ປະຈໍາປີ 2022;
2. ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການກວດກາລັດຂັ້ນແຂວງ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022, ຜົນການກວດກາຕາມຜົນການກວດສອບ ປີ 2019;
3. ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການກວດສອບ ປະຈໍາພາກໃຕ້ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022, ຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິ ບັດແຜນງົບປະມານຂອງປີ 2020;
4. ພິຈາລະນາ, ຮັບຮອງເອົາບົດລາຍງານຂອງສານປະຊາຊົນພາກໃຕ້ ແລະ ບົດລາຍງານຂອງອົງການໄອຍະການປະຊາຊົນ ພາກໃຕ້ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;
5. ພິຈາລະນາ, ຮັບຮອງເອົາບົດລາຍງານຂອງສານປະຊາຊົນແຂວງ ແລະ ບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;
6. ພິຈາລະນາ, ຮັບຮອງເອົາບົດລາຍງານຂອງສະພາປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022.
7. ຮັບຟັງການປະກອບຄໍາເຫັນຕາງໜ້າອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ຕໍ່ການເຄື່ອນໄຫວຂອງສະພາປະຊາຊົນແຂວງ.
ທັງໝົດນີ້ ເປັນເນື້ອໃນຕົ້ນຕໍຈະໄດ້ພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມຄັ້ງນີ້, ພ້ອມນັ້ນ, ຈະໄດ້ຮັບຟັງການຊີ້ແຈງຂອງອົງການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາປະຊາຊົນແຂວງ.
ທ່ານ ປອ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຈຳປາສັກ ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ,ແຜນງົບປະມານປະຈຳປີ 2021ແລະ ແຜນການປີ 2022 ເຊິ່ງໃນນັ້ນທ່ານໄດ້ຍົກໃຫ້ເຫັນສິ່ງທ້າທາຍຫຼາຍດ້ານ ຕໍ່ກັບການຈັດຕຫ້ງປະຕິບັດ ແຕ່ຍ້ອນຄວາມເອົາໃຈໄສ່ອຳນາດການປົກຄອງຂອງແຂວງ ເຫັນນວ່າສະຖຽນນະພາບທາງດ້ານການເມືອງມີຄວາມສະຫົງບ,ມີຄວາມເປັນລະບຽບຮຽມຮ້ອຍໃນສັງຄົມຢ່າງໜັກແໝ້ນ ມດ້ານເສດຖະກິດມີຄວາມໝັ້ນທ່ຽງ ລວມຍອດຜະລິດຕະພັນພາຍໃນປີປະຕິບັດໄດ້ 2 ໝື່ນ 2 ພັນກວ່າຕື້ກີບທຽບໄສ່ແຜນປີປະຕິບັດໄດ້ 97% ອັດຕາການຂະຫຍາຍຕົວຂອງ GDPຂະຫຍາຍຕົວໃນລະດັບເກືອບ 4% ສະເລ່ຍຕໍ່ຫົວຄົນໄດ້ 3,050 ສະຫະລັດຕໍ່ຄົນຕໍ່ປີ ຫຫຼືເທົ່າກັບ 29 ລ້ານກ່ວາກີບຕໍ່ຄົນຕໍ່ປີ ໂຄງປະກອບເສດຖະກິດ ຂະ ແໜງກະສິກຳແລະປ່າໄມ້ ກວມເອົາ32,22%,ຂະແໜງອຸດສະ ຫະກຳກວມເອົາ 20,92%,ຂະແໜງບໍລິການກວມເອົາ 46,86% ຂອງ GDP,ຍົກໃຫ້ເຫັນຈຸດດີ,ຈຸດອ່ອນແລະຂໍ້ຄົງຄ້າງທີ່ຈະຕ້ອງໄດ້ພ້ອມ ກັນແກ້ໄຂໃນຕໍ່ໜ້າໃຫ້ສຳເລັດ ຈາກນີ້ ທ່ານເຈົ້າອຂວງໆຈຳປາ ສັກຍັງໄດ້ວາງທິດທາງແຜນການປີ2022ອີກດ້ວຍ.
ຈາກນີ້ກໍ່ໄດ້ມີການປະກອບຄຳເຫັນຂອງຄະນະປະຈຳຂອງສະພາແຫ່ງຊາດຕໍ່ກັບບົດລາຍງານຂອງທ່ານເຈົ້າແຂວງ ອີກດ້ວຍ.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງຈໍາປາສັກ ຊຸດທີ II ຈະດຳເນີນໄປເປັນເວລາສອງວັນຈິ່ງຈະສຳເລັດ.
ຂ່າວ: ປະພິດ ສີສົມບູນ
ພາບ: ດວງໃຈ ຂຸນສັກດາ