ກອງປະຊຸມສາມັນຄົບຄະນະກຳມະການ ສູນກາງແນວລາວສ້າງຊາດ ຄັ້ງທີ 5 ສະໄໝທີ XI ໄດ້ອັດລົງ ໃນວັນທີ 25 ທັນວາ 2025 ພາຍຫລັງດຳເນີນມາເປັນເວລາ 1 ວັນເຄິ່ງ ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ພະເຖຣານຸເຖລະ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ມີຄໍາເຫັນວ່າ: ກອງປະຊຸມສາມັນຄົບຄະນະກຳມະການ ສູນກາງແນວລາວສ້າງຊາດ ຄັ້ງທີ 5 ສະໄໝທີ XI ເຊິ່ງເປັນທ້າຍສະໄໝນັ້ນ; ຮຽກຮ້ອງໃຫ້ບັນດາທ່ານກໍາມະການ ສູນກາງແນວລາວສ້າງຊາດ ຈົ່ງນໍາເອົາຜົນສໍາເລັດກອງປະຊຸມຄັ້ງນີ້ ແລະ ມະຕິອື່ນໆຂອງ ສູນກາງແນວລາວສ້າງຊາດໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ, ສ້າງເປັນແຜນວຽກ ແຜນງານຂອງຄະນະກໍາມະການ ສນຊ ແຕ່ລະຂັ້ນ, ພິເສດແມ່ນພ້ອມກັນກະກຽມກອງປະຊຸຸມໃຫຍ່ ຄັ້ງທີ XII ໃຫ້ໄດ້ດໍາເນີນຕາມແຜນການກໍານົດໄວ້, ສືບຕໍ່ປັບປຸງແບບແຜນ-ວິທີເຮັດວຽກຂອງຄະນະກໍາມະການ ສູນກາງແນວລາວສ້າງຊາດ ທຸກຂັ້ນ, ກຳມະການ ສູນກາງແນວລາວສ້າງຊາດ ຕ້ອງເປັນເຈົ້າການຜັນຂະຫຍາຍ 4 ເສີມສ້າງ ( ເສີມສ້າງຄຸນງາມຄວາມດີ, ເສີມສ້າງຄວາມສາມັກຄີ, ເສີມສ້າງຄຸນວຸດທິ ແລະ ເສີມສ້າງຄຸນນະທໍາ) ບົນຈິດໃຈ ເອົາໃຈໃສ່ປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ເປັນຕົ້ນ 9 ຂໍ້ແຂ່ງຂັນຂອງອົງການແນວລາວສ້າງຊາດຕາມຂໍ້ຕົກລົງເລກທີ 388/ຄປຈ, ອອກແຮງປຸກລະດົມຂົນຂວາຍປະຊາຊົນ, ພະຍາຍາມລົງຫາປະຊາຊົນ, ເອົາໃຈໃສ່ປະຊາຊົນ ແລະ ນໍາເອົາຜົນປະ ໂຫຍດມາໃຫ້ປະຊາຊົນ, ເພີ່ມທະວີຄວາມຮັບຜິດຊອບ ແລະ ເປັນແບບຢ່າງຂອງກໍາມະການແນວລາວສ້າງຊາດທຸກຂັ້ນໃຫ້ສູງກວ່າເກົ່າ, ເພື່ອສ້າງຄວາມສາມັກຄີປອງດອງ, ຄວາມເປັນປຶກແຜ່ນໃນໝູ່ປະຊາຊົນ, ເສີມສ້າງຄຸນງາມຄວາມດີໃຫ້ປະກົດເດັ່ນ, ເສີມສ້າງຄຸນວຸດທິ, ເຮັດໃຫ້ເກີດມີຫົວຄິດປະດິດສ້າງ, ລວມທັງພຶດຕິກໍາ ແລະ ການບູລະນະ ນະໂຍບາຍໃນຂົງເຂດແນວໂຮມໃຫ້ຈະແຈ້ງ ເຮັດໃຫ້ກົມກອງທ້ອງຖິ່ນມີໃບໜ້າໃໝ່; ພ້ອມກັນເສີມສ້າງໃຫ້ໄດ້ຄຸນນະທໍາ, ອະລິຍະທໍາ, ຄວາມທ່ຽງທໍາ ໃນການເຄື່ອນໄຫວ ໂດຍສະເພາະທຸກສາສະໜາ ເພື່ອໃຫ້ສາສະນິກະຊົນ, ປະຊາຊົນ ໄດ້ມີສັດທາ ແລະ ເປັນທີ່ເພິ່ງທາງດ້ານຈິດໃຈຕາມຫລັກທໍາຄໍາສອນ.



