ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສຳມະນາທິດສະດີ ຄັ້ງທີ XIII ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ທີ່ແຂວງອຸດົມໄຊ ລະຫວ່າງ ວັນທີ 6 ພະຈິກ 2026

Oct 6, 2026

ໃນທ່າມກາງບັນຍາກາດ ທີ່ສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດນາມ ພວມອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ. ໃນລະຫວ່າງວັນທີ 5-8 ພຶດສາພາ 2026, ເພື່ອສືບຕໍ່ຜັນຂະຫຍາຍບົດບັນທຶກການຮ່ວມມືລະຫວ່າງສອງສະພາທິດສະດີສູນກາງພັກ ລາວ-ຫວຽດນາມ ໃນໄລຍະປີ 2022-2026, ສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ແລະ ສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ໄດ້ຮ່ວມກັນຈັດກອງປະຊຸມສຳມະນາທິດສະດີ ຄັ້ງທີ XIII ພາຍໃຕ້ຫົວຂໍ້: “ບຸກທະລຸການພັດທະນາ ແລະ ເພີ່ມທະວີການເຊື່ອມໂຍງເຊື່ອມຕໍ່ຍຸດທະສາດດ້ານເສດຖະກິດ-ສັງຄົມໃນສະພາບການໃໝ່: ບົດຮຽນລາວ ແລະ ບົດຮຽນຫວຽດນາມ” ທີ່ຫ້ອງປະຊຸມສະໂມສອນໃຫຍ່ຫ້ອງວ່າການແຂວງອຸດົມໄຊ ໂດຍການເປັນປະທານຮ່ວມຂອງ ສະຫາຍ ສຈ. ປອ. ກິແກ້ວ ໄຂຄຳພິທູນ, ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູດກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ສຈ. ປອ. ຫງວຽນ ຊວັນ ຖັງ ກຳມະການກົມການເມືອງສູນກາງພັກ ສະໄໝທີ XIII, ປະທານສະພາທິດສະດີສູນກາງພັກ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີບັນດາພະນັກງານການນໍາຂັ້ນສູງຫວຽດນາມ ແລະ ລາວ, ມີບັນດາສະຫາຍຄະນະປະຈຳສະພາທິດສະດີສູນກາງພັກ, ສະມາຊິກສະພາທິດສະດີສູນກາງພັກ, ບັນດາກະຊວງທີ່ກ່ຽວຂ້ອງ, ພະນັກງານນໍາພາຫຼັກແຫຼ່ງແຂວງອຸດົມໄຊ ແລະ ພະນັກງານການນໍາຫຼັກແຫຼ່ງ 4 ແຂວງພາກເໜືອ (ແຂວງຫຼວງນໍ້າທາ, ແຂວງຫຼວງພະບາງ, ແຂວງບໍ່ແກ້ວ ແລະ ແຂວງຜົ້ງສາລີ) ເຂົ້າຮ່ວມທັງໝົດ 150 ສະຫາຍ.
May be an image of dais and text May be an image of dais
ໃນກອງປະຊຸມຄັ້ງນີ້, ຄະນະປະທານທັງສອງຝ່າຍ ໄດ້ຜັດປ່ຽນກັນສະເໜີບົດນໍາ, ເຊິ່ງ ສະຫາຍ ສຈ. ປອ. ກິແກ້ວ ໄຂຄຳພິທູນ, ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູດກາງພັກປະຊາຊົນປະຕິວັດລາວ ໄດ້ສະເໜີບົດນໍາໃນຫົວຂໍ້: “ພັກປະຊາຊົນປະຕິວັດລາວນໍາພາການເຊື່ອມໂຍງ, ເຊື່ອມຕໍ່ຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໃນເງື່ອນໄຂໃໝ່” ແລະ ສະຫາຍ ສຈ. ປອ. ຫງວຽນ ຊວັນ ຖັງ, ກຳມະການກົມການເມືອງສູນກາງພັກ ສະໄໝທີ XIII ປະທານສະພາທິດສະດີສູນກາງພັກໄດ້ສະເໜີບົດນໍາຝ່າຍຫວຽດນາມ ໃນຫົວຂໍ້: “ການບຸກທະລຸດ້ານລະບອບລະບຽບການ, ການກະຕຸກຊຸກຍູ້ການເຊື່ອມໂຍງ ແລະ ການເຊື່ອມຕໍ່ຍຸດທະສາດການພັດທະນາເສດຖະກິດ-ສັງ ຄົມໃນສະພາບການໃໝ່; ບົດຮຽນຈາກພຶດຕິກໍາຕົວຈິງຂອງຫວຽດນາມ”. ເຊິ່ງມີເນື້ອໃນອຸດົມສົມບູນ ແລະ ຢັ້ງຢືນໃຫ້ເຫັນວ່າ: ການເຊື່ອມໂຍງເຊື່ອມຕໍ່ຍຸດທະສາດທາງດ້ານການພັດທະນາເສດຖະກິດ-ສັງຄົມ ແມ່ນວຽກສຳຄັນ ແລະ ມີເນື້ອໃນກວ້າງຂວາງ, ເລິກເຊິ່ງ ແລະ ຮອບດ້ານ.
May be an image of dais and text May be an image of one or more people, speaker, dais and text
ໂດຍທັງສອງຝ່າຍໄດ້ຍົກໃຫ້ເຫັນຢ່າງຈະແຈ້ງຕໍ່ບັນດາໝາກຜົນລວມຍອດສະຕິປັນຍາຂອງແຕ່ລະພັກຕະຫຼອດໄລຍະແຫ່ງການນໍາພາທີ່ຜ່ານມາ, ບັນດາແນວທາງຍຸດທະສາດຂອງແຕ່ລະພັກ ລ້ວນແຕ່ມີບົດບາດຕັດສິນໃຫ້ແກ່ການກ້າວເດີນໄປຕາມຈຸດໝາຍ ຂອງພັກທີ່ກໍານົດໄວ້ ແລະ ແລກປ່ຽນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄືສອງສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ແລະສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ໃຫ້ກ້າວເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກຳ.
May be an image of dais and text
ກອງປະຊຸມຄັ້ງນີ້, ບັນດານັກວິທະຍາສາດ, ນັກທິດສະດີ ຂອງທັງສອງຝ່າຍ ໄດ້ຜັດປ່ຽນກັນຂຶ້ນສະເໜີບົດປະກອບຄຳເຫັນ ລວມ 9 ຫົວຂໍ້ຍ່ອຍ, ຝ່າຍລາວ 5 ຫົວຂໍ້ຍ່ອຍ, ຝ່າຍຫວຽດນາມ 4 ຫົວຂໍ້ຍ່ອຍ. ພ້ອມກັນນັ້ນກໍ່ໄດ້ມີການແລກປ່ຽນບົດຮຽນ ໃນແຕ່ລະບັນຫາ ດ້ວຍຄວາມຈິງໃຈ ແລະ ກົງໄປກົງມາ ເຊິ່ງໄດ້ມີຄວາມກະຈ່າງແຈ້ງທັງໃນແງ່ທິດສະດີວິທະຍາສາດ ແລະ ພຶດຕິກຳທີ່ມີຊີວິດຊີວາ, ມີຄວາມໝາຍສໍາຄັນໃຫ້ແກ່ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ.
ພ້ອມດຽວກັນນັ້ນ, ຄະນະຜູ້ແທນ ຂອງທັງສອງຝ່າຍໄດ້ຜັດປ່ຽນກັນແລກປ່ຽນ ແລະ ຖອດຖອນບົດຮຽນທີ່ທັງສອງຝ່າຍໃຫ້ຄວາມສົນໃຈ, ກອງປະຊຸມສໍາມະນາຄັ້ງນີ້ ຈະເປັນການປະກອບສ່ວນເພີ່ມພູນຄັງສ້າງທິດສະດີຂອງສອງພັກພວກເຮົາໃຫ້ນັບມື້ນັບສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ.
ແຫຼ່ງຂ່າວ: ຫ້ອງສະພາທິດສະດີສູນກາງພັກ.