ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສຳມະນາວິຊາການຂອງຂະແໜງການພາຍໃນ ປຶກສາຫາລືກັນຫລາຍບັນຫາທີ່ສໍາຄັນ

Feb 14, 2024

ກອງປະຊຸມສຳມະນາວິຊາການຂອງຂະແໜງການພາຍໃນຈັດຂຶ້ນໃນວັນທີ 13 ກຸມພານີ້ ທີ່ກະຊວງພາຍໃນ ນະຄອນຫຼວງ ວຽງຈັນ ໂດຍການເປັນປະທານຂອງ ທ່ານ ທອງຈັນ ມະນີໄຊ ລັດຖະ ມົນຕີກະຊວງພາຍໃນ, ມີຮອງລັດຖະມົນຕີກະຊວງ ພາຍ ໃນ, ຫົວໜ້າ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານຂອງບັນ ດາກະຊວງ, ອົງການອ້ອມຂ້າງສູນກາງ, ຫົວໜ້າ ຮອງຫົວໜ້າພະແນກພາຍໃນແຂວງ ແລະ ນະຄອນຫຼວງ, ຫົວໜ້າ ຮອງຫົວ ໜ້າຫ້ອງການ, ກົມ, ສະຖາບັນ ແລະ ສູນ ພ້ອມດ້ວຍພະນັກງານພາຍໃນກະຊວງພາຍໃນເຂົ້າຮ່ວມ.
ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ມີຄໍາເຫັນວ່າ: ກະຊວງພາຍໃນ ເປັນອົງການຈັດຕັ້ງໜຶ່ງໃນໂຄງປະ ກອບກົງ ຈັກຂອງລັດຖະບານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານໃນການຄຸ້ມຄອງມະຫາພາກ ໃນວຽກງານການປົກຄອງ, ການບໍລິຫານລັດ, ການຄຸ້ມຄອງລັດຖະກອນ, ການຄຸ້ມຄອງອົງການຈັດຕັ້ງທາງສັງຄົມລາວ, ວຽກງານສາມສ້າງ, ວຽກງານສໍາຫຼວດວັດແທກ ແລະ ແຜນທີ່, ວຽກງານເອກະສານ, ວຽກງານຊົນເຜົ່າ ແລະ ສາສະໜາ, ວຽກງານຄຸ້ມຄອງພົນລະ ເມືອງ, ວຽກງານແຂ່ງຂັນ ແລະ ຍ້ອງຍໍ, ວຽກງານການຫັນຫົວ ໜ່ວຍວິຊາການເປັນເຈົ້າຕົນເອງທາງດ້ານການເງິນ ແລະ ພາລະກອນ. ໄລຍະຜ່ານມາ ກະຊວງພາຍໃນ ໄດ້ມີຄວາມເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມການມອບໝາຍຂອງສູນກາງພັກ ກໍ່ຄືລັດຖະບານ ໃນການຈັດຕັັ້ງປະຕິບັດບັນດາວຽກງານຂອງຂະແໜງການພາຍໃນຕາມມະຕິ, ຄໍາສັ່ງ, ແຜນການ, ແຜນງານ, ໂຄງການທີ່ວາງອອກໃນແຕ່ລະໄລຍະ, ຊຶ່ງມີທັງຜົນສໍາເລັດດ້ານດີ ແລະ ຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍໃນການ ຈັດຕັ້ງປະຕິບັດວຽກງານຂອງຂະແໜງການພາຍໃນ ເປັນຕົ້ນ: ວຽກງານການ ປົກຄອງທ້ອງຖິ່ນ,ວຽກງານພັດທະນາການບໍລິຫານລັດ, ວຽກ ງານຄຸ້ມຄອງລັດຖະກອນ ແລະ ບັນຫາອື່ນໆ ທີ່ຈະຕ້ອງໄດ້ມີການຄົ້ນຄວ້າ, ປຶກສາຫາລືຮ່ວມກັນລະຫວ່າງສູນກາງກັບທ້ອງຖິ່ນ ແລະ ກັບບັນດາກະຊວງອົງການ ເພື່ອຊອກຫາວິທີແກ້ໄຂບັນດາຂໍ້ຄົງຄ້າງ ຫຼື ສິ່ງທີ່ອຸດຕັນຕ່າງໆ ຢ່າງເປັນເອກະພາບ.
ກອງປະຊຸມວິຊາການຂອງຂະແໜງການພາຍໃນຄັ້ງນີ້ ໄດ້ຮັບຟັງການລາຍງານຜົນການຈັດ ຕັ້ງປະຕິບັດວຽກງານວິຊາສະເພາະຂອງຂະແໜງການພາຍໃນໄລຍະ 1 ປີຜ່ານມາ ຈາກທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນໂດຍຫຍໍ້ ເຊຶ່ງ ທ່ານໄດ້ຍົກໃຫ້ເຫັນໄລຍະໜຶ່ງປີຜ່ານ ມາ ສາມາດສະຫຼຸບສັງລວມຜົນສຳເລັດດ້ານວຽກງານວິຊາສະເພາະໃນແຕ່ລະຂົງເຂດວຽກ ງານເປັນຕົ້ນ: ຂົງເຂດການປົກຄອງ, ຂົງເຂດລັດຖະກອນ ແລະ ຂົງເຂດເຕັກນິກການປົກຄອງ ເຊິ່ງມີວຽກງານທີ່ພົ້ນເດັ່ນຄື: ວຽກງານປັບປຸງກົງຈັກການຈັດຕັ້ງໄດ້ສໍາເລັດການຄົ້ນຄວ້າ ແລະ ສະເໜີ ນາຍົກລັດຖະມົນຕີພິຈາລະນາອະນຸມັດດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການບໍລິຫານແຫ່ງລັດຈໍານວນ 8 ພາກສ່ວນ; ວຽກງານກໍານົດຕໍາແໜ່ງງານເຜີຍແຜ່ຄໍາແນະນໍາກ່ຽວກັບການກໍານົດຕໍາແໜ່ງງານ ແລະ ແຈ້ງການກ່ຽວກັບການແບ່ງຄວາມຮັບຜິດຊອບວຽກງານກໍານົດຕໍາແໜ່ງງານໃຫ້ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນຮັບຜິດຊອບໂດຍກົງ.
ຂ່າວ: ບຸນຍັງ ພຸດສະຫວັດ
ພາບ: ປະຊາຊົນ