ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສຳມະນາ ກ່ຽວກັບ ການຈັດຕັ້ງປະຕິບັດຂໍ້ສະເໜີແນະພາຍໃຕ້ກົນໄກທົບທວນປະຈໍາໄລຍະຂອງສະພາສິດທິມະນຸດ (UPR) ຮອບວຽນທີ 3 ແລະ ແຜນປະຕິບັດຄໍາເຫັນມ້ວນທ້າຍ ຂອງສົນທິສັນຍາ ວ່າດ້ວຍ ສິດທິຄົນພິການ .

Feb 20, 2025

ວັນທີ 20 ກຸມພາ 2025ນີ້ ຢູ່ທີ່ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງບໍ່ແກ້ວ, ກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ຮ່ວມກັບ ອົດສະຕຣາລີ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການຈັດຕັ້ງປະຕິບັດຂໍ້ສະເໜີແນະ ພາຍໃຕ້ກົນໄກທົບທວນປະຈໍາໄລຍະຂອງສະພາສິດທິມະນຸດ (UPR) ຮອບວຽນທີ 3 ແລະ ແຜນປະຕິບັດ ຄໍາເຫັນມ້ວນທ້າຍຂອງສົນທິສັນຍາ ວ່າດ້ວຍ ສິດທິຄົນພິການ ໃຫ້ແກ່ຈຸປະສານງານດ້ານສິດທິມະນຸດຂັ້ນແຂວງ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ 7 ແຂວງພາກເໜືອຄື: ແຂວງບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ຫຼວງນ້ຳທາ, ໄຊຍະບູລີ, ຫົວພັນ ແລະ ແຂວງຜົ້ງສາລີ, ເຊິ່ງມີຕາງໜ້າສະມາຄົມທີ່ບໍ່ຫວັງຜົນກຳໄລຈາກແຂວງບໍ່ແກ້ວ. ໂດຍການເປັນປະທານຂອງທ່ານ ທິບພະສອນ ແສງສຸຣິຍະ ຮອງຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ ແລະ ທ່ານ ສີລັດ ແສງດາລາ ຫົວໜ້າພະແນກການຕ່າງປະເທດແຂວງບໍ່ແກ້ວ, ທ່ານນາງ Benita Simmerville ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ເຂົ້າຮ່ວມ..
ກອງປະຊຸມທ່ານ ທິບພະສອນ ແສງສຸຣິຍະ ປະທານກອງປະຊຸມ ໄດ້ກ່າວເຖິງສະພາບການຂອງໂລກ ແລະ ພາກພື້ນ ໃນປະຈຸບັນຍັງສືບຕໍ່ຜັນແປໄປຢ່າງວ່ອງໄວ, ສັບສົນ ແລະ ຄາດຄະເນໄດ້ຍາກ ບັນຫາຄວາມຂັດແຍ່ງທາງດ້ານການຄ້າ ລະຫວ່າງ ປະເທດມະຫາອໍານາດ, ການປະທະກັນດ້ວຍກໍາລັງທະຫານໃນຂົງເຂດຕາເວັນອອກກາງ, ອາຟຣິກາ ແລະ ເອີຣົບຕາເວັນອອກ, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໂລກ, ວິກິດການດ້ານພະລັງງານ, ບັນຫາຊາວອົບພະຍົບ ແລະ ການເຄື່ອນຍ້າຍແຮງງານ, ບັນຫາໄພພິບັດທາງທໍາມະຊາດທີ່ຮ້າຍແຮງ, ໂລກລະບາດ ຍັງສືບຕໍ່ເປັນສິ່ງທີ່ທ້າທາຍສໍາລັບການພົວພັນ ແລະ ຮ່ວມມືສາກົນເປັນສິ່ງທ້າທາຍຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາເສດຖະກິດ ແລະ ສັງຄົມໃນພາກພື້ນ ແລະ ໃນໂລກ, ຊຶ່ງສະພາບການເຫຼົ່ານີ້ ໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການພັດທະນາເສດຖະກິດສັງຄົມ, ກໍຄືການແກ້ໄຂສະພາບເສດຖະ ກິດຢູ່ປະເທດເຮົາ. ແນວໃດກໍ່ຕາມພັກ ແລະ ລັດເຮົາກໍ່ສືບຕໍ່ປະຕິບັດນະໂຍບາຍການຕ່າງປະເທດເປີດກ້ວາງ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືກັບທຸກປະເທດໃນໂລກ ໂດຍບໍ່ຈໍາແນກລະບອບການເມືອງ ແລະ ລະດັບການພັດທະນາ ບົນພື້ນຖານຫຼັກການຢູ່ຮ່ວມກັນໂດຍສັນຕິ, ເຄົາລົບເອກະ ລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ສປປ ລາວ ຍາມໃດກໍໄດ້ໃຫ້ຄວາມສໍາຄັນແກ່ການຮ່ວມມື ກັບວົງຄະນະຍາດສາກົນໃນວຽກງານການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ຕາມທີ່ກໍານົດໃນລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໂດຍສອດຄ່ອງກັບກົດບັດ ສປຊ, ຖະແຫຼງການສາກົນ ວ່າດ້ວຍ ສິດທິມະນຸດ ແລະ ສົນທິສັນຍາສາກົນດ້ານສິດທິມະນຸດ ທີ່ ສປປ ລາວ ເປັນພາຄີ. ໃນປີ 2024 ຜ່ານມາ ສປປ ລາວ ໄດ້ຕ້ອນຮັບການຢ້ຽມຢາມຂອງຂ້າຫຼວງໃຫຍ່ ສປຊ ເພື່ອສິດທິມະນຸດ ຊຶ່ງເປັນການຄັ້ງທໍາອິດທີ່ມາຢ້ຽມຢາມ ສປປ ລາວ ແລະ ໄດ້ຕ້ອນຮັບຜູ້ລາຍງານພິເສດ ສປຊ ວ່າດ້ວຍ ສິດທິທາງດ້ານວັດທະນະທໍາ ເປັນການປະຕິບັດຄໍາໝາຍໝັ້ນຂອງ ສປປ ລາວ ທີ່ມີຕໍ່ສາກົນ. ຈາກນັ້ນທ່ານ ແກຣ່ມີ່ ອຽດເກີ ຕັອນ (Graeme Edgerton) ຮອງທີ່ປຶກສາທົ່ວໄປ ໂຄງການຮ່ວມມືວິຊາການດ້ານສິດທິມະນຸດລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ໄດ້ນຳສະເໜີຈຸດປະສົງເພື່ອເຜີຍແຜ່ ແລະ ສ້າງຄວາມຮັບຮູ້-ເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດຂໍ້ສະເໜີແນະ ພາຍໃຕ້ກົນໄກທົບທວນປະຈຳໄລຍະຂອງສະພາສິດທິມະນຸດ (UPR), ນະໂຍບາຍ, ກົດໝາຍ ແລະ ນິຕິກໍາຂອງ ສປປ ລາວ ກ່ຽວກັບ ສົນທິສັນຍາ ວ່າດ້ວຍ ສິດທິຄົນພິການ ລວມທັງ ແຜນປະຕິບັດຄໍາເຫັນມ້ວນທ້າຍຂອງຄະນະກໍາມະການ ສປຊ ວ່າດ້ວຍ ສິດທິຄົນພິການ, ສິດທິການສຶກສາ ແລະ ທັດສະນະທິດທາງຂອງພັກປະຊາຊົນປະຕິວັດລາວ ຕໍ່ກັບການພັດທະນາຄົນເພື່ອຈັດຕັ້ງປະຕິບັດສິດທິໃນການພັດ ທະນາປະເທດຊາດ. ກອງປະຊຸມສຳມະນາຜູ້ເຂົ້າຮ່ວມຈະໄດ້ຮັບຟັງການສະເໜີຂໍ້ມູນຂ່າວສານກ່ຽວກັບ ກົນໄກສິດທິມະ ນຸດສາກົນອາຊຽນ ແລະ ການຈັດຕັ້ງວຽກງານສິດທິມະນຸດຂອງ ສປປ ລາວ ພວກເຮົາ ກໍຄືການເຄື່ອນໄຫວຂອງ ສປປ ລາວ ໃນວຽກງານສິດທິມະນຸດໃນລະດັບພາກພື້ນ ແລະ ສາກົນ, ສົນທິສັນຍາ ວ່າດ້ວຍ ການຕ້ານອາດຊະຍາກໍາຂ້າມຊາດ ແລະ ກົດໝາຍ ວ່າດ້ວຍ ສົນທິສັນຍາ ແລະ ສັນຍາສາກົນ.
ກອງປະຊຸມບັນດາຜູ້ເຂົ້າຮ່ວມໄດ້ມີການແລກປ່ຽນຄຳຄິດເຫັນຢ່າງສ້າງສັນ ເພື່ອຍົກໃຫ້ເຫັນຈຸດດີຈຸດອ່ອນ, ວິທີການ ແລະ ມາດຕະການແກ້ໄຂ, ໂດຍສະເພາະແມ່ນປັບປຸງຂອດປະສານງານ ລະຫວ່າງຂັ້ນສູນກາງ ກັບ ຂັ້ນທ້ອງຖິ່ນໃຫ້ມີຄວາມກົມກຽວ, ການຈັດຕັ້ງປະຕິບັດແຜນໂຄງການກິດຈະກຳຕ່າງໆ ຕ້ອງມີແຜນລະອຽດຊັດເຈນໃນການລົງຈັດຕັ້ງປະຕິ ບັດກິດຈະກຳດັ່ງກ່າວໃຫ້ສົມເຫດສົມຜົນ. ປັບປຸງແບບແຜນວິທີເຮັດວຽກໃຫ້ມີຄວາມຮັດກຸມກວ່າເກົ່າ ເຮັດໃຫ້ບັນດາໜ້າວຽກແຜນກິດຈະກຳໄດ້ບັນລຸຕາມແຜນການທີ່ໄດ້ກຳນົດໄວ້.
ທີ່ມາ: ໜັງສືພິມບໍ່ແກ້ວ Bokeo Newspaper