ກອງປະຊຸມສຳມະນາ ຫົວຂໍ້ ການຄຸ້ມຄອງພະນັກງານ ດ້ວຍນິຕິກຳ ຢ່າງມີປະສິດທິພາບ

ຕອນເຊົ້າຂອງວັນທີ 27 ທັນວາ 2024, ທີ່ ເມືອງ ວັງວຽງ, ແຂວງ ວຽງຈັນ, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການ ຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້:” ການ ຄຸ້ມຄອງພະນັກງານ ດ້ວຍນິຕິກຳ ຢ່າງມີປະສິດທິພາບ ” ຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະກົມ, ຄະນະພະແນກ ແລະ ວິຊາການ ຕາງໜ້າຈາກຫ້ອງ ການ, ບັນດາກົມ, ຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ຫ້ອງການບໍລິການສະຖານທູດ ແລະ ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ເຂົ້າຮ່ວມລວມທັງໝົດ 38 ທ່ານ.
ໃນໂອກາດດັ່ງກ່າວ ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ ໂດຍໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ຂອງວຽກງານຄຸ້ມຄອງພະນັກງານ ດ້ວຍນິຕິກຳ ຢ່າງມີປະ ສິດທິພາບ ໃນໄລຍະໃໝ່ ແລະ ການຫັນເປັນທັນສະໄໝ, ພ້ອມ ທັງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຍົກສູງຄວາມຮັບຜິດ ຊອບ, ຄົ້ນຄວ້າ ປະກອບຄຳຄິດຄຳເຫັນຢ່າງເລິກເຊິ່ງຕໍ່ບັນດາເນື້ອ ໃນຂອງກອງປະຊຸມ ເພື່ອປັບປຸງ ແລະ ກຳນົດທິດທາງໃນຕໍ່ໜ້າ ເພື່ອຮັບປະກັນໃນການປະຕິບັດໜ້າທີ່ການເມືອງ, ການຕ່າງປະ ເທດ.
ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ພ້ອມກັນປະກອບຄຳເຫັນ ແລະ ແລກປ່ຽນບົດຮຽນນຳກັນຢ່າງກົງໄປກົງມາ ກ່ຽວກັບການຈັດຕັ້ງປະຕິບັດນິຕິກຳວ່າດ້ວຍການສັບປ່ຽນໝູນວຽນພະ ນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ໂດຍສະເພາະແມ່ນໄດ້ຍົກໃຫ້ເຫັນຂໍ້ສະດວກ, ສິ່ງທ້າທາຍ ແລະ ທິດທາງໃນການພ້ອມກັນຈັດຕັ້ງປະຕິບັດ, ການສັບຊ້ອນພະນັກງານຕິດພັນກັບການປັບປຸງກົງຈັກການຈັດຕັ້ງ ແລະ ການກຳນົດຕຳແໜ່ງງານ, ການເລື່ອນຕຳແໜ່ງບໍລິຫານ, ການໄປປະຈຳການ, ການເລື່ອນຊັ້ນນັກການທູດ, ການທຽບຊັ້ນນັກການທູດ ແລະ ອື່ນໆ. ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ປິດລົງໃນຕອນແລງຂອງວັນດຽວກັນດ້ວຍຜົນສຳເລັດຢ່າງຈົບງາມ




