ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 19

Oct 11, 2024

ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 19 ໄດ້ຈັດຂຶ້ນໃນວັນທີ 11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນ ຕີ ໂດຍການເຂົ້າຮ່ວມຂອງບັນດາຜູ້ນໍາອາຊຽນ ແລະ ຜູ້ນໍາ ສປ ຈີນ ຍີ່ປຸ່ນ ສ ເກົາຫຼີ ອິນເດຍ ອົດສະຕຣາລີ ນິວຊີແລນ ຣັດເຊຍ ແລະ ສ ອາເມຣິກາ ນາຍົກລັດຖະມົນຕີ ຕີມໍ ເລສເຕ ເຂົ້າຮ່ວມໃນນາມຜູ້ສັງເກດການ.
ກອງປະຊຸມ ໄດ້ທົບທວນຄືນການພົວພັນຮ່ວມມື ອີເອເອສ ໃນໄລຍະຜ່ານມາ ແລະ ໄດ້ກໍານົດທິດທາງການຮ່ວມມືໃນຕໍ່ໜ້າແນໃສ່ເສີມຂະຫຍາຍການຮ່ວມມື ຜ່ານກົນໄກອີເອເອສ ກໍຄື ການຈັດຕັ້ງປະຕິບັດແຜນປະຕິບັດງານອີເອເອສ ສໍາລັບສົກປີ 2024-2028 ຢ່າງເຕັມປ່ຽມ ແລະ ມີປະສິດທິພາບໂດຍເນັ້ນໃສ່ການຮ່ວມມືທີ່ເປັນບູລິມະສິດ ຄື: ການຮ່ວມມືດ້ານພະລັງງານ ແລະ ສິ່ງແວດລ້ອມ ສາທາລະນະ ສຸກ ການຄຸ້ມຄອງໄພພິບັດທາງທໍາມະຊາດ ການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ການຮັດແໜ້ນການເຊື່ອມຈອດ-ເຊື່ອມໂຍງດ້ານຕ່ອງໂສ້ການຜະລິດ ແລະ ການຫັນໄປສູ່ເສດຖະກິດດີຈິຕອນ.
ກອງປະຊຸມ ຍັງໄດ້ຢໍ້າຄືນຄວາມໝາຍໝັ້ນຕໍ່ຄວາມເປັນແກນກາງຂອງອາຊຽນ ກໍຄື ບົດບາດການນໍາພາກົນໄກຂອງ ອີເອເອສ ໃນຖານະທີ່ເປັນເວທີຂອງຜູ້ນໍາ ເພື່ອປຶກສາຫາລື ແລະ ຮ່ວມມືໃນຂົງເຂດຍຸດທະສາດ ການເມືອງ ແລະ ເສດຖະກິດ ທີ່ມີຜົນປະໂຫຍດຮ່ວມກັນ ໂດຍແນໃສ່ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ ສະຖຽນລະພາບ ແລະ ຄວາມ ສົມບູນພູນສຸກໃນພາກພື້ນ ກໍຄື ໃນໂລກ ໂດຍສອດຄ່ອງກັບບັນດາຫຼັກການພື້ນຖານຂອງອາຊຽນ.
ໃນໂອກາດກອງປະຊຸມສຸດຍອດອີເອເອສຄັ້ງນີ້ ທ່ານປະທານສະພາເອີຣົບ ແລະ ທ່ານເລຂາທິການໃຫຍ່ອົງການຮ່ວມມືຊາງໄຮ້ ໄດ້ເຂົ້າຮ່ວມກອງປະຊຸມໃນນາມແຂກຂອງ ປະທານ ແລະ ແຈ້ງໃຫ້ກອງປະຊຸມຊາບກ່ຽວກັບການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງໃນພາກພື້ນຂອງຕົນ.
ອີເອເອສ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2005 ແລະ ໄດ້ກາຍເປັນເວທີໜຶ່ງດຽວໃນພາກພື້ນ ທີ່ເຕົ້າໂຮມບັນດາຜູ້ນໍາຂອງບັນດາປະເທດໃນພາກພື້ນທີ່ມີຄວາມຫຼາກຫຼາຍ ເພື່ອປຶກສາຫາລື ແລະ ສົ່ງເສີມການຮ່ວມມືທີ່ສ້າງສັນ ໃນການຮັບມືກັບສິ່ງທ້າທາຍຕ່າງໆ ທີ່ອາດຈະເກີດຂຶ້ນໃນອະນາຄົດ.