ຕອນບ່າຍ ວັນທີ 20 ກັນຍາ 2024 ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ກະຊວງການຕ່າງປະເທດແຫ່ງ ສປປ ລາວ ໃນນາມອະນຸກໍາມະການກອງເລຂາຄະນະຊີ້ນຳລະດັບຊາດເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ໃນປີ 2024 ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບການກະກຽມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນວັນທີ 8-11 ຕຸລາ 2024 ທີ່ ຫໍປະຊຸມແຫ່ງຊາດ,ໃຫ້ແກ່ບັນດາທູຕານຸທູດປະເທດສະມາຊິກອາຊຽນ, ຄູ່ຮ່ວມເຈລະຈາອາຊຽນ ແລະ ຄູ່ຮ່ວມມືພາຍນອກອາຊຽນ ໂດຍການເປັນປະທານຂອງທ່ານ ຈາຕຸລົງ ບົວສີສະຫວັດ, ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ ໃນນາມອະນຸກໍາມະການກອງເລຂາ.
ຈຸດປະສົງຂອງການຈັດກອງປະຊຸມເຜີຍແຜ່ໃນຄັ້ງນີ້ ແມ່ນເພື່ອແຈ້ງຄວາມພ້ອມກ່ຽວກັບການກະກຽມດ້ານພາລະທິການຕ່າງໆເຊັ່ນ: ສະຖານທີ່ຈັດກອງປະຊຸມ, ສະຖານທີ່ພັກເຊົາ, ພາຫະນະຮັບໃຊ້, ຂັ້ນຕອນການຂໍວິຊາເຂົ້າ-ອອກປະເທດ, ການກະກຽມຄວາມພ້ອມຂອງສະໜາມບິນ, ມາດຕະການຮັກສາຄວາມປອດໄພໃຫ້ຄະນະຜູ້ແທນ, ການຂຶ້ນທະບຽນຄະນະຜູ້ແທນ, ການແຈກຍາຍເອກະສານໄລຍະກອງປະຊຸມ, ການມອບໝາຍພະນັກງານຊ່ວຍວຽກຄະນະຜູ້ແທນ, ຄວາມພ້ອມຂອງສູນຂ່າວ, ແຜນການເຄື່ອນໄຫວຂອງຄູ່ຮ່ວມສົມຣົດຂອງຜູ້ນໍາ ແລະ ແຜນການເຄື່ອນໄຫວອື່ນໆ.
ພາຍຫລັງໄດ້ຮັບຟັງການເຜີຍແຜ່ຄວາມຄືບໜ້າດ້ານຕ່າງໆແລ້ວ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ໄປຢ້ຽມຊົມ ແລະ ກວດກາສະຖານທີ່ປະຊຸມຕົວຈິງຢູ່ ຫໍປະຊຸມແຫ່ງຊາດ ໂດຍສະເພາະບັນດາຫ້ອງປະຊຸມ, ຫ້ອງຮັບແຂກ, ຫ້ອງທີ່ຈັດໃຫ້ແຕ່ລະປະເທດ, ຫ້ອງອາຫານ, ຫ້ອງງານລ້ຽງ, ຫ້ອງພົບປະ ແລະ ສະຖານທີ່ຈອດລົດຄະນະຜູ້ແທນທີ່ຈະຮັບໃຊ້ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.
ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ພາຍໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ”ທີ່ຈະຈັດຂຶ້ນໃນວັນທີ 8-11 ກັນຍາ 2024ນີ້ ຈະມີກອງປະຊຸມສຸດຍອດທັງໝົດ ຫຼາຍກວ່າ 20 ກອງປະຊຸມ ແລະ ຈະມີບັນດາປະມຸກລັດ ຫຼື ຫົວໜ້າລັດຖະບານ ຈາກປະເທດສະມາຊິກອາຊຽນ, ປະເທດຄູ່ເຈລະຈາ, ປະເທດຄູ່ຮ່ວມມືພາຍນອກ ແລະ ຜູ້ຕາງໜ້າອົງການຈັດຕັ້ງພາກພື້ນ ແລະ ສາກົນ ຫຼາຍກວ່າ 30 ປະເທດ ແລະ ອົງການ ເຂົ້າຮ່ວມ ແລະ ຄາດວ່າຈະມີຄະນະຜູ້ແທນເຂົ້າຮ່ວມຫຼາຍກວ່າ 2,000 ທ່ານ ແລະ ມີນັກຂ່າວຈາກພາຍໃນ ແລະ ຕ່າງປະເທດ ມາເກັບກຳຂ່າວ ຫຼາຍກ່ວາ 1,000 ທ່ານ.





