ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສຸດຍອດ ຄັ້ງທີ 15 ລະຫວ່າງພັກ ປປ ລາວ ແລະ ພັກປະຊາຊົນ ກຳປູເຈຍ

Feb 7, 2025

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງຂອງພັກປະຊາຊົນ ກໍາປູເຈຍ ນໍາໂດຍ ສົມເດັດ ອັກຄະມາຫາເສນາບໍດີ ເຕໂຈ ຮຸນແຊນ ປະທານພັກ ປະຊາຊົນ ກໍາປູເຈຍ ປະທານສະພາສູງໄດ້ເດີນທາງມາຮ່ວມກອງປະຊຸມສຸດຍອດ ຄັ້ງທີ 15 ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກໍາປູເຈຍ ທີ່ ນະຄອນຫຼວງວຽງຈັນ ສປປ ລາວ ໃນວັນທີ 7 ກຸມພານີ້.
ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ; ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບສະພາບການສາກົນ ແລະ ພາກພື້ນ ທີ່ມີຄວາມສົນໃຈຮ່ວມກັນ ສອງຝ່າຍໄດ້ຮ່ວມກັນທົບທວນຄືນການຮ່ວມມືສອງພັກ-ສອງລັດ ໃນໄລຍະຜ່ານມາ, ໂດຍສະເພາະການຈັດຕັ້ງຜັນ ຂະຫຍາຍ ບົດບັນທຶກກອງປະຊຸມ ຄັ້ງທີ 14 ລະຫວ່າງ ພັກ ປປ ລາວ ແລະ ພັກປະຊາຊົນ ກຳປູເຈຍ ແລະ ໄດ້ປຶກສາຫາລື ເປັນເອກະພາບກ່ຽວກັບທິດທາງເສີມຂະຫຍາຍການພົວພັນຮ່ວມມືໃນຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ- ກໍາປູເຈຍ.
ສອງຝ່າຍ ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຢ່າງສຸດໃຈ ຕໍ່ ການຂະຫຍາຍຕົວຢ່າງຕໍ່ເນື່ອງຂອງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືແບບຍຸດທະສາດ ຮອບດ້ານ ໝັ້ນຄົງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ.
ສອງຝ່າຍຕ່າງກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຜົນສໍາເລັດກອງປະຊຸມສຸດຍອດ ລະຫວ່າງພັກ ປປ ລາວ ແລະ ພັກປະຊາຊົນ ກຳປູເຈຍໃນຄັ້ງນີ້ ຊຶ່ງຈະເປັນຂີດໝາຍໃໝ່ສໍາຄັນໃນການປະກອບສ່ວນ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະ ສາດ ຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃຫ້ໄດ້ຮັບການເສີມ ຂະຫຍາຍ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ພະນະ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ ທີ່ ປະຊາຊົນ ກໍາປູເຈຍ ຍາດມາໄດ້ ໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ໃນຕະຫຼອດໄລຍະຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາອັນປີຊາສາ ມາດ ແລະ ສະຫຼາດສ່ອງໃສຂອງ ພັກປະຊາຊົນ ກໍາປູເຈຍ ອັນມີ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ເປັນຜູ້ນຳໜ້າ, ອັນໄດ້ເຮັດໃຫ້ກຳປູເຈຍມີການພັດທະນາຢ່າງໃຫຍ່ຫຼວງ ແລະ ຮອບດ້ານ.
ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຜົນສຳເລັດອັນສຳຄັນທີ່ປະຊາຊົນລາວສາມາດຍາດມາໄດ້ ພາຍໃຕ້ການນຳພາ-ຊີ້ນຳ ອັນສະຫຼາດສ່ອງໃສ ຂອງ ພັກ ປປ ລາວ ໃນການສ້າງສາພັດທະນາປະເທດຊາດຕາມມະຕິກອງປະຊຸມໃຫຍ່ສະໄໝທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ- ສັງຄົມ 5 ປີ ຄັ້ງທີ IX ຂອງ ສປປ ລາວ.
ພະນະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກ ປປ ລາວ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ປະ ທານພັກ ປະຊາຊົນ ກໍາປູເຈຍ ໄດ້ເປັນເອກະພາບ ແລະ ຍິນດີຮ່ວມກັນ ສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ເສີມຂະຫຍາຍການພົວພັນ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃຫ້ນັບມື້ນັບຫຼາຍຂຶ້ນ, ປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ການຮ່ວມມື ແລະ ການພັດທະນາໃນພາກ ພື້ນ ແລະ ໃນໂລກ.
ພາຍຫຼັງການພົບປະ, ພະນະທ່ານ ທອງລຸນ ສີສຸລິດ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ໄດ້ເປັນສັກຂີ ພິຍານການລົງນາມ ເອກະສານຮ່ວມມືສອງພັກ ຈຳນວນໜຶ່ງ ແລະ ໃນຕອນທ່ຽງຂອງວັນດຽວກັນ ພະນະທ່ານ ທອງລຸນ ສີສຸລິດ ໄດ້ຈັດງານລ້ຽງເປັນກຽດຕ້ອນຮັບ ສົມເດັດ ອັກຄະມະ ຫາເສນາບໍດີ ເຕໂຈ ຮຸນແຊນ ພ້ອມດ້ວຍຄະນະ.
ຂ່າວ-ພາບ: ຄຕພ