ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສົນທະນາຊາວໜຸ່ມອາຊຽນຄັ້ງທີ 3 ປະຈຳປີ 2024

Oct 6, 2024

ກອງປະຊຸມສົນທະນາຊາວໜຸ່ມອາຊຽນຄັ້ງທີ 3 ປະຈຳປີ 2024 ພາຍໃຕ້ຫົວຂໍ້:” ເສີມສ້າງຄວາມເຂັ້ມແຂງ ແລະ ການຊຸກຍູ້ແບບຮອບດ້ານເພື່ອການພັດທະນາຊາວໜຸ່ມອາຊຽນທີ່ຍືນຍົງ” ໄດ້ຈັດຂຶ້ນໃນວັນທີ 5-8 ຕຸລາ 2024 ທີ່ໂຮງແຮມພູແມນ ນະ ຄອນຫລວງພະບາງ ແຂວງຫຼວງພະບາງ ພາຍໃຕ້ການເປັນປະ ທານ ຂອງ ທ່ານ ມອນໄຊ ລາວມົ່ວຊົງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ສຸກັນ ບຸນຍົງ ຮອງເຈົ້າແຂວງຫຼວງພະບາງ ແລະ ທ່ານ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍ ເຈົ້າໜ້າທີ່ອາວຸໂສຊາວໜຸ່ມອາຊຽນ, ຜູ້ແທນຊາວ ໜຸ່ມຈາກບັນດາປະເທດ ອາຊຽນ ແລະ ຕີມໍເລສເຕ້ ແລະ ແຂກທີ່ ຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ກາຍເປັນແຮງບັນດານໃຈໃຫ້ຊາວໜຸ່ມຈາກປະເທດອາຊຽນໄດ້ສະແດງໃຫ້ເຫັນເຖິງບົດບາດປະຈັນບານ, ຂີດຄວາມສາມາດ, ການແຂ່ງຂັນ, ການຍາດແຍ່ງການຮ່ວມມືໃນຂົງເຂດອາຊຽນ ແລະ ພາກພື້ນຂອງຊາວໜຸ່ມ, ເປັນການປຶກສາ ຫາລືແລກປ່ຽນແນວຄວາມຄິດ ແລະ ຄວາມເປັນໄປໄດ້ໃນການ ຮ່ວມມືກັນພັດທະນາ ຊາວໜຸ່ມໃນອະນາຄົດ ,ອີກຢ່າງໜຶ່ງຜູ້ແທນຊາວໜຸ່ມອາຊຽນຈະໄດ້ທົບທວນຄືນເຖິງດັດສະນີໝາຍພັດທະນາຊາວໜຸ່ມ ( YDI ) ຂອງອາຊຽນທີ່ໄດ້ຮັບຮອງໃນໄລ ຍະຜ່ານມາໃຫ້ສອດຄ່ອງກັບຍຸດທະສາດການພັດທະນາຊາວ ໜຸ່ມຂອງແຕ່ລະ ປະເທດ ສະມາຊິກອາຊຽນວາງອອກ, ນອກນັ້ນ; ກໍ່ຍັງໄດ້ສືບຕໍ່ທົບທວນຄືນບາງຄາດໝາຍ, ແຜນງານທີ່ໄດ້ສະເໜີໄປ ແລ້ວໃນກອງປະຊຸມຄັ້ງທີ່ຜ່ານມາໃນປີ 2023 ສາມາດບັນລຸໄປແລ້ວຈັກແຜນວຽກທີ່ໄດ້ວາງແຜນຮ່ວມກັນເພື່ອຈະ ໄດ້ພ້ອມ ກັນເດີນໜ້າ,
ກອງປະຊຸມຄັ້ງນີ້ແມ່ນສຸດທີ່ມີຄວາມໝານຄວາມສຳຄັນເພາະສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຮັບກຽດ ເປັນເຈົ້າ ພາບຄັ້ງທຳອິດ ແລະ ກໍ່ຢູ່ໃນໄລຍະທີ່ ສາທາລະນະລັດ ປະຊາຊທິປະໄຕ ປະຊາຊົນລາວ ເປັນປະທານອາຊຽນ ອີກດ້ວຍ.
ກອງປະຊຸມຄັ້ງນີ້ບັນດາສະຫາຍຜູ້ແທນຊາວໜຸ່ມຈະໄດ້ສ້າງກາລະໂອກາດ, ສ້າງຄູ່ຮ່ວມງານ, ແບ່ງປັນປະສົບການ ແລະ ການ ຮຽນຮູ້ແລກປ່ຽນປະສົບການເຊິ່ງກັນ ແລະ ກັນໃນຂົງເຂດການພັດທະນາຊາວໜຸ່ມເປັນຕົ້ນ: ສຸຂະພາບ ແລະ ສະຫວັດດີພາບ, ການສຶກສາ, ວຽກເຮັດງານທຳ ແລະ ການປະກອບການ, ການປົກປ້ອງທາງສັງຄົມ, ການພັດທະນາ ແລະ ການມີສ່ວນຮ່ວມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືໃນອາຊຽນ, ພ້ອມ ກັນນັ້ນກໍ່ຍັງໄດ້ສືບຕໍ່ແລກປ່ຽນບົດ ຮຽນທາງດ້ານເຕັກໂນໂລຊີ ແລະ ນະວັດຕະກຳອັນໃໝ່ໆເຂົ້າໃນແຕ່ລະຂົງເຂດຂອງການພັດ ທະນາຊາວໜຸ່ມຕິດພັນ ກັບການປົກປັກຮັກສາສິ່ງແວດລ້ອມເພື່ອຄວາມຍືນຍົງໃນອານາຄົດນຳອີກ. ໃນຕອນທ້າຍຂອງກອງປະຊຸມເວທີສົນທະ ນາຊາວໜຸ່ມອາຊຽນ ຄັ້ງທີ 3 ຈະໄດ້ສັງລວມເອົາຜົນຂອງການຈັດຕັ້ງປະຕິບັດບັນດາກິດຈະກຳການພັດທະນາຊາວໜຸ່ມອາຊຽນທີ່ຜ່ານມາ ແລ້ວສ້າງເປັນຂໍ້ສະເໜີ ເພື່ອນໍາສະເໜີ-ລາຍງານຕໍ່ການນຳອາຊຽນ ໃນວາລະ ກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ 44 ແລະ ຄັ້ງທີ່ 45 ປີ 2024 ທີ່ ສປປ ລາວ. ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນ ຈາກ ກອງເລຂາອາຊຽນ, ອົງການສະຫະປະຊາຊາດກອງທຶນສໍາລັບເດັກ ( UNICEF ) ແລະ ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA).