ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສ່ວຍສາອາກອນ ແລະອາກອນຊົມໃຊ້ອາຊຽນ

Oct 15, 2024

ກົມສ່ວຍສາອາກອນ, ກະຊວງການເງິນ ແຫ່ງ ສປປ ລາວເປັນເຈົ້າພາບຈັດກອງປະຊຸມວຽກງານສ່ວຍສາອາກອນອາຊຽນ (WG-AFT) ຄັ້ງທີ 19 ແລະ ກອງປະຊຸມວຽກງານອາກອນຊົມໃຊ້ອາຊຽນ (SF-ET) ຄັ້ງທີ 16 ລະຫວ່າງວັນທີ 14-16 ຕຸລາ 2024 ຢູ່ແຂວງຫລວງພະບາງ ໂດຍການເປັນປະທານຂອງທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ.
ກອງປະຊຸມໄດ້ປຶກສາຫາລື, ແລກປ່ຽນບາງບັນຫາກ່ຽວກັບຄວາມຄືບໜ້າຂອງ ບັນດາກອງປະຊຸມລະດັບສູງ ທີ່ຕິດພັນກັບປະຊາຄົມເສດຖະກິດອາຊຽນ ຫລັງປີ 2025, ແຜນຍຸດທະສາດປະຊາຄົມເສດຖະກິດອາຊຽນແຕ່ປີ 2026-2030 ແລະ ບັນດາບັນຫາປິ່ນອ້ອມຈາກກອງປະຊຸມລະດັບສູງ, ການຈັດຕັ້ງປະຕິບັດກົນໄກນະໂຍບາຍທາງດ້ານສ່ວຍສາອາກອນ, ຜົນກະທົບການລົງ ທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ບົດບາດຂອງຂະແໜງສ່ວຍສາອາກອນຂອງແຕ່ລະປະເທດທີ່ຈະຕ້ອງປະຕິບັດໃນການແຂ່ງຂັນພາຍຫລັງນໍາໃຊ້ເສົາຄໍ້າທີສອງ.
ນອກຈາກນີ້ ຍັງໄດ້ສົນທະນາແລກປ່ຽນບົດຮຽນກ່ຽວກັບສົນທິສັນຍາ, ນະໂຍບາຍອາກອນ, ການອອກໃບແຈ້ງໜີ້, ການ ປະຕິບັດພັນທະອາກອນຫັກໄວ້ຢູ່ບ່ອນຈ່າຍ, ການເກັບອາກອນຊັບສິນຄຣິບໂຕ(crypto), ການຄຸ້ມຄອງອາກອນດິຈິຕອນ
ເພື່ອ ແນໃສ່ສ້າງລະບົບຂະແໜງສ່ວຍສາອາກອນອາຊຽນ ໃຫ້ມີຄວາມເປັນອັນໜຶ່ງອັນດຽວ ແລະ ສະເໝີພາບຢ່າງມີປະສິດ ທິ ພາບປະສິດທິຜົນສູງຂຶ້ນ.