ເພື່ອຮັບປະກັນການດຳເນີນຄະດີອາຍາສາມາດດຳເນີນໄດ້ຢ່າງໂປ່ງໃສ ແລະ ວ່ອງໄວສອດຄ່ອງກັບກົດໝາຍ ແລະ ຮັບປະກັນຄວາມຍຸຕິທຳໃນສັງຄົມ. ໃນຕອນເຊົ້າວັນທີ 7 ສິງຫາ ຜ່ານມາ ນີ້ ທີ່ແຂວງວຽງຈັນ ໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ພະນັກງານສືບສວນ-ສອບສວນຂອງເຈົ້າໜ້າທີ່ຕ້ານການສໍ້ລາດບັງຫຼວງເຈົ້າໜ້າທີ່ຕຳຫຼວດ ແລະ ພະນັກງານໄອຍະການ, ໂດຍການເປັນປະທານຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຊຶ່ງມີນັກສໍາມະນາກອນມາຈາກອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ກະຊວງປ້ອງກັນຄວາມສະຫງົບ, ອົງການກວດກາແຫ່ງລັດ, ສໍານັກງານຂໍ້ມູນຕ້ານການຟອກເງິນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມດັ່ງກ່າວ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ໃນນາມປະທານກອງປະຊຸມໄດ້ມີຄຳເຫັນສໍາຄັນຄື: 1. ນໍາສະເໝີກ່ຽວກັບຜົນກອງປະຊຸມ ຄັ້ງທີ 78 ຂອງຄະນະປະຈຳ ສົນທິສັນຍາວ່າດ້ວຍການຄ້າຂາຍສັດປ່າ ແລະ ພືດ ທີ່ໃກ້ຈະສູນພັນ ລະຫວ່າງຊາດ (CITES) ທີ່ນະຄອນເຈນີວາ, 2. ສະ ຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດບົດບັນທຶກຮ່ວມ ມື 4 ພາກສ່ວນ ລະຫວ່າງ ອົງການກວດກາແຫ່ງລັດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທຳ ແລະ ອົງການໄອຍະການປະຊາຊົນສູງສຸດ, 3. ເຜີຍແຜ່ຄຳສັ່ງເລກທີ 04/ອອປສ, ລົງວັນທີ 30 ມິຖຸນາ 2025 ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍການດຳເນີນຄະດີອາຍາທີ່ເປັນການກະທຳຜິດຕົ້ນກັບການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ຄຳສັ່ງເລກທີ 05/ອອປສ, ລົງວັນທີ 7 ກໍລະກົດ 2025 ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍການດຳເນີນຄະດີຕໍ່ກັບການກະທຳຜິດກ່ຽວກັບຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, 4. ນຳສະເໝີກ່ຽວກັບ ພາລະບົດບາດຂອງສຳນັກງານຂໍ້ມູນຕ້ານການຟອກເງິນ, 5. ນຳສະ ເໝີກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການຟອກເງິນ, 6. ນຳສະເໝີກ່ຽວກັບອາຊະຍາກຳທາງຄອມພິວເຕີ, 7. ນຳສະເໝີວຽກງານສະກັດກັ້ນ, ກວດກາສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບສໍ້ລາດບັງຫຼວງ, 8. ບາດກ້າວໃນການຕິດຕາມກວດກາການດຳເນີນຄະດີສໍ້ລາດບັງຫຼວງ, ການຟອກເງິນ ແລະ ການຄ້າຂາຍສັດປ່າ, 9. ສະເໝີກ່ຽວກັບການຮ່ວມມືລະຫວ່າງປະເທດທາງອາຍາ (ການຊ່ວຍເຫຼືອຊຶ່ງກັນ ແລະ ກັນທາງດ້ານກົດໝາຍໃນບັນຫາອາຍາ) ແລະ ການສົ່ງຜູ້ຮ້າຍຂ້າມແດນ.
ພ້ອມນັ້ນ, ທ່ານຍັງໄດ້ກ່າວຕື່ມອີກວ່າ: ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ດຳເນີນໄປຢ່າງມີປະສິດທິພາບ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນດ້ວຍຕາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງພ້ອມກັນແຕ່ງໜ້າປະຕິບັດລະບຽບຫຼັກການທີ່ກຳນົດໄວ້ຢ່າງເຂັ້ມງວດ.
ຂ່າວ: ອອປສ


