ໃນວັນທີ 31 ມີນາ ນີ້ ທີ່ສໍານັກງານຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມສໍາມະນາລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ ຂົງເຂດເສດຖະກິດ ຂຶ້ນ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ສະຖາບັນດິດ ອິນສີຊຽງໃໝ່ ຄະນະປະຈໍາພັກ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຫົວໜ້າອະນຸກໍາມະການຮັບຜິດຊອບຮ່າງລາຍງານການເມືອງ ຂົງເຂດເສດຖະກິດ ໂດຍມີບັນດາສະຫາຍ ຮອງເລຂາຄະນະພັກ, ຄະນະປະຈໍາພັກ, ກໍາມະການຄະນະພັກ, ຜູ້ຊົງຄຸນວຸດທິ, ນັກວິທະຍາສາດ ແລະ ພະນັກງານຫຼັກແຫຼ່ງ ໃນຂົງເຂດເສດຖະກິດ ທັງໝົດ 12 ພາກສ່ວນ ເຂົ້າຮ່ວມ ຄື: ກະຊວງການເງິນ; ກະຊວງແຜນການ ແລະ ການລົງທຶນ; ກະຊວງອຸດສາຫະກໍາ ແລະ ການຄ້າ; ກະຊວງກະສິກໍາ ແລະ ປ່າໄມ້; ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ກະຊວງພະລັງງານ ແລະ ບໍ່ແຮ່; ກະຊວງໂຍທາທິການ ແລະ ຂົນສົ່ງ; ກະຊວງເຕັກໂນໂລຊີ ແລະ ການສື່ສານ; ທະນາຄານແຫ່ງ ສປປ ລາວ; ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ; ມະຫາວິທະຍາໄລແຫ່ງຊາດ ແລະ ຜູ້ຊົງຄຸນວຸດທິ ຈາກສະພາທິດສະດີສູນກາງພັກ.
ຈຸດປະສົງຂອງກອງປະຊຸມສໍາມະນາຄັ້ງນີ້ ເພື່ອລະດົມ ແລະ ຍາດແຍ່ງຄວາມຄິດຄວາມເຫັນ ເພື່ອສືບຕໍ່ປັບປຸງຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ ໃນຂົງເຂດເສດຖະກິດ ໃຫ້ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ຖືກຕ້ອງສອດຄ່ອງ ແລະ ແທດຕົວຈິງ, ພ້ອມທັງວາງທິດທາງໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ທັງເປັນການສ່ອງແສງໄດ້ສະຕິປັນຍາລວມໝູ່ ແລະ ເສີມຂະຫຍາຍປະຊາທິປະໄຕພາຍໃນພັກ ຢ່າງກວ້າງຂວາງ; ສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບທາງດ້ານທັດສະນະ ແຕ່ຫົວທີ ຕໍ່ຮ່າງລາຍງານການເມືອງ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ຈາກນັ້ນຖືເປັນເນື້ອໃນພື້ນຖານ ເພື່ອໃຫ້ບັນດາອົງຄະນະພັກຂົງເຂດເສດຖະກິດ ນໍາໄປປັບປຸງການກະກຽມເນື້ອໃນລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຂອງແຕ່ລະພາກສ່ວນ ໃຫ້ສອດຄ່ອງ, ກົມກຽວ ແລະ ໄປລວງດຽວກັນ ກັບຮ່າງລາຍງານການເມືອງ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.
ໃນໂອກາດນີ້, ສະຫາຍ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຕາງໜ້າອະນຸກໍາມະການຮັບຜິດຊອບຮ່າງລາຍງານການເມືອງ ຂົງເຂດເສດຖະກິດ ໄດ້ລາຍງານຄວາມຄືບໜ້າ ກ່ຽວກັບການປັບປຸງເນື້ອໃນຮ່າງລາຍງານການເມືອງ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຂົງເຂດເສດຖະກິດ ຊຶ່ງໄດ້ມີການຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນ 5 ປີ ຜ່ານມາ, ທັງຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ບັນຫາທີ່ຕັ້ງຂຶ້ນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງໄດ້ປະເມີນຜົນແບບກວມລວມ 40 ປີ ແຫ່ງການປະຕິບັດແນວທາງປ່ຽນແປງໃໝ່່ ຮອບດ້ານທີ່ມີຫຼັກການ ຂອງພັກເຮົາ ແລະ ໄດ້ກໍານົດບັນດາເນື້ອໃນທິດທາງ, ໜ້າທີ່, ແຜນນະໂຍບາຍໃຫຍ່ ເພື່ອສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່ຮອບດ້ານໃນຂົງເຂດເສດຖະກິດ, ໂດຍຕິດພັນກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນຊຸມປີຕໍ່ໜ້າ ໃຫ້ເຂັ້ມແຂງ, ໜັກແໜ້ນ; ແນໃສ່ໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ພິຈາລະນາປະກອບຄວາມເຫັນຢ່າງມີຈຸດສຸມ, ເຮັດໃຫ້ເນື້ອໃນຕ່າງໆມີຄວາມຈະແຈ້ງຂຶ້ນຕື່ມ.
ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບການເມືອງ ປະກອບຄໍາຄິດຄໍາເຫັນ ຕໍ່ເອກະສານດັ່ງກ່າວ ຢ່າງກົງໄປກົງມາ, ສ້າງສັນ, ມີປະຊາທິປະໄຕ ແລະ ມີການເບິ່ງບັນຫາ, ຕີລາຄາ ບັນຫາຕ່າງໆ ຢ່າງຈະແຈ້ງ, ຊັດເຈນ ແລະ ແທດກັບຕົວຈິງ, ມີການສະເໜີບັນຫາ ໃນຫຼາຍແງ່ມູມ, ອະທິບາຍບັນຫາຕ່າງໆ ຊຶ່ງສາມາດລະດົມໄດ້ຄຳຄິດຄຳເຫັນຢ່າງຫຼາກຫຼາຍ, ອຸດົມສົມບູນ ທີ່ເປັນພື້ນຖານໃຫ້ອະນຸກໍາມະການເນື້ອໃນ ນໍາເອົາໄປຄົ້ນຄວ້າ, ປັບປຸງຮ່າງລາຍງານການເມືອງ ໃນຂົງເຂດເສດຖະກິດໃຫ້ຈະແຈ້ງ, ຄົບຖ້ວນ, ຮັດກຸມ ແລະ ສົມບູນຂຶ້ນກວ່າເກົ່າ.
ຂ່າວ: ຄະນະຮັບຜິດຊອບສຳມະນາ ຂົງເຂດເສດຖະກິດ ຫສພ




