ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມ ຈັດຂື້ນໃນ ວັນທີ 13 ມິຖຸນາ 2023, ທີ່ຫໍວັດທະນະທຳແຫ່ງຊາດ, ໂດຍຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສົມທົບກັບ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈັດສຳມະນາ ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານຖະແຫລງຂ່າວ”.
ໂດຍ ມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ຮອງສາສະດາຈານ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າ, ຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ; ທ່ານ ນາງ ສວນສະຫວັນ ວິຍະເກດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາ ຄະນະພັກ, ຄະນະນໍາກະຊວງຖວທ, ຄະນະນຳສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດານັກວິທະຍາສາດ, ນັກຄົ້ນຄວ້າ ພ້ອມດ້ວຍພະນັກງານ, ຄູ-ອາຈານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ແຂກຖືກເຊີນ ເຂົ້າຮ່ວມ 300 ກວ່າຄົນ.
ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ ກ່າວຕໍ່ກອງປະຊຸມວ່າ : ການສຳມະນາວິທະຍາສາດ ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານຖະແຫລຂ່າວ” ໃນຄັ້ງນີ້ ມີຄວາມໝາຍສຳຄັນ ທັງໃນດ້ານທິດສະດີ ແລະ ພຶດຕິກຳ ເຊິ່ງເປັນປະໂຫຍດໃຫຍ່ຫລວງແທດຕົວຈິງ ໃນການຮໍ່າຮຽນເອົາແບບແຜນການຊີ້ນຳ-ນໍາພາ, ຜົນງານການປະກອບສ່ວນ ເຂົ້າໃນການເພີ່ມ ພູນຄູນສ້າງທິດສະດີ-ພຶດຕິກຳ ຂອງພັກເຮົາ ເພື່ອເປັນພື້ນ ຖານຮັບໃຊ້ໃຫ້ແກ່ການຈັດຕັ້ງປະຕິບັດ ແນວທາງນະໂຍ ບາຍຂອງພັກ, ລັດ ກ່ຽວກັບວຽກງານຖະແຫລງຂ່າວ ໃຫ້ປະກົດຜົນເປັນຈິງ.
ຍ້ອນແນວນັ້ນ ຈິ່ງຮຽກຮ້ອງເຖິງບັນດານັກວິທະຍາສາດ, ກະຊວງ, ອົງການ ແລະ ຜູ້ເຂົ້າຮ່ວມຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ຄົ້ນຄວ້າໃຫ້ເລິກ, ຂຸດໃຫ້ເຖິງ ເພື່ອຊອກໃຫ້ເຫັນໄດ້ເນື້ອໃນຈິດໃຈອັນແທ້ຈິງ ແນວຄິດທິດສະດີຂອງເພິ່ນ ເພື່ອກາຍເປັນຄັງສາງທິດສະດີ ຊີ້ນຳວຽກງານຖະແຫລງຂ່າວ.
ໂອກາດນີ້ ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຍົກໃຫ້ເຫັນບົດບາດຄວາມສຳຄັນ ຂອງວຽກງານຖະແຫລງຂ່າວ ເຊິ່ງໄດ້ກາຍເປັນພາຫະນະທີ່ສຳຄັນ ໃນການຫັນປ່ຽນຈາກສະພາບແນວຄິດດັ້ງເດີມຂອງປະຊາຊົນ ແລະ ຕ້ານກົນອຸ ບາຍອັນເລິກແລບຂອງອິດທິກຳລັງປໍລະປັກ ທີ່ຫວັງດຶງດູດເອົາປະຊາຊົນເປັນຂໍກຸນແຈຫລັກ ໃນການເຄື່ອນໄຫວມ້າງເພທຳລາຍລະບອບໃໝ່ຂອງລາວ.
ວຽກງານຖະແຫລງຂ່າວ ມີບົດບາດສໍາຄັນໃນການສຶກສາອົບຮົມແນວຄິດ, ສ້າງຄວາມສາມັກຄີປອງດອງ ທົ່ວປວງຊົນທັງຊາດ, ເສີມຂະ ຫຍາຍປະຊາທິປະໄຕ, ສ້າງທັດສະນະຫລັກໝັ້ນ ແລະຄວາມເຊື້ອໝັ້ນຕໍ່ການນຳພາຂອງພັກ, ໂຄສະນາປຸກລະດົມ, ຊຸກຍູ້ການສ້າງເສດຖະກິດ-ສັງຄົມຂອງປະເທດເຮົາ, ປຸກລະດົມທົ່ວປວງຊົນເຮັດໜ້າທີ່ປ້ອງກັນ ຊາດປ້ອງກັນຄວາມສະ ຫງົບ, ຕ້ານປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ແລະ ອື່ນໆ.
ກອງປະຊຸມໄດ້ຮັບຟັງການນໍາສະເໜີ 6 ຫົວຂໍ້ຍ່ອຍ ເຊັ່ນ: ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານໂຄສະນາ ໃນສະໄໝຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ; ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານໂຄສະນາ, ຖະແຫຼງຂ່າວ ແລະ ສື່ມວນຊົນ ໃນໄລຍະປົກປັກສາ ແລະ ສ້າງສາປະເທດຊາດ; ແນວຄິດໄກສອນ ພົມວິຫານ ກ່ຽວກັບການກໍ່ສ້າງຖັນແຖວພະນັກງານຖະແຫຼງຂ່າວ; ແນວຄິດໄກສອນ ພົມວິຫານ ກ່ຽວກັບວິທີຜະລິດເນື້ອໃນໂຄສະນາ; ແນວຄິດໄກສອນ ພົມວິຫານ ກ່ຽວກັບການນຳພາ-ຊີ້ນຳ ຂອງພັກຕໍ່ວຽກງານສື່ມວນຊົນ; ແນວຄິດໄກສອນ ພົມວິຫານ ກ່ຽວກັບການນຳໃຊ້ພາຫະນະທັນສະໄໝເຂົ້າໃນວຽກງານໂຄສະນາ.
ໃນຕອນທ້າຍ ຂອງກອງປະຊຸມສໍາມະນາວິທະຍາສາດ ພວກເຮົາໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບ ການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ຈາກນັ້ນ ຮອງສາສະດາຈານ ພູວົງ ອຸ່ນຄຳແສນ ໄດ້ຂຶ້ນມີຄຳເຫັນສະຫຼຸບ ລາຍງານຜົນຂອງກອງປະຊຸມ,
ເຊິ່ງໄດ້ຕີລາຜົນໄດ້ຮັບໃນເບື້ອງຕົ້ນ ທີ່ນັກວິທະຍາສາດໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ຈະແຈ້ງ ກ່ຽວກັບແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານຖະແຫຼງຂ່າວ ແລະ ໄດ້ເນັ້ນໜັກໃຫ້ຄະນະພັກທີ່ກ່ຽວຂ້ອງ ຕ້ອງເພີ່ມທະວີການນຳພາ-ຊີ້ນຳ ບັນດາອົງການ, ຂະແໜງການຮັບຜິດຊອບວຽກງານສື່ມວນຊົນ ໃນການປັບປຸງກົນໄກການຄຸ້ມຄອງພາຫະນະ ແລະ ເຄື່ອງມືໃນການຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານຂອງຕົນໃຫ້ມີປະສິດທິພາບ, ມີຄຸນນະພາບ ນຳໃຊ້ທຸກພາຫະນະສື່ມວນຊົນ ເພື່ອອະທິບາຍ ເຊັ່ນ:ວິທະຍຸ, ໜັງສືພິມ, ຮູບເງົາ, ໂທລະພາບ…, ລວມທັງບົດເພງ, ບົດຟ້ອນ, ບົດລະຄອນ, ຮູບແຕ້ມ, ສັນລະເສີນວຽກດີຄົນເດັ່ນ
ໂດຍຍົກໃຫ້ເຫັນບ່ອນທີ່ເຮັດດີ ແລະ ບ່ອນທີ່ເຮັດບໍ່ໄດ້ດີ, ເວົ້າທັງອັນຖືກ ແລະ ອັນທີ່ເຮັດຜິດພາດ, ເພື່ອໃຫ້ ພະນັກງານ, ສະມາຊິກພັກ, ປະຊາຊົນລາວບັນດາເຜົ່າ ໃຫ້ສືບຕໍ່ຝຶກຝົນຫລໍ່ຫຼອມ ແລະ ຮ່ຳຮຽນເອົາແບບແຜນການໂຄສະນາ ຂອງປະທານ ໄກສອນ ພົມວິຫານ.

Fatal error: Uncaught ErrorException: md5_file(/home/lnrorg/public_html/wp-content/litespeed/css/634ffb5a3ab1b6f2a22492b05d894ab4.css.tmp): Failed to open stream: No such file or directory in /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php:130 Stack trace: #0 [internal function]: litespeed_exception_handler(2, 'md5_file(/home/...', '/home/lnrorg/pu...', 130) #1 /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php(130): md5_file('/home/lnrorg/pu...') #2 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(837): LiteSpeed\Optimizer->serve('https://lnr.org...', 'css', true, Array) #3 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(330): LiteSpeed\Optimize->_build_hash_url(Array) #4 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(264): LiteSpeed\Optimize->_optimize() #5 /home/lnrorg/public_html/wp-includes/class-wp-hook.php(324): LiteSpeed\Optimize->finalize('<!DOCTYPE html>...') #6 /home/lnrorg/public_html/wp-includes/plugin.php(205): WP_Hook->apply_filters('<!DOCTYPE html>...', Array) #7 /home/lnrorg/public_html/wp-content/plugins/litespeed-cache/src/core.cls.php(477): apply_filters('litespeed_buffe...', '<!DOCTYPE html>...') #8 [internal function]: LiteSpeed\Core->send_headers_force('<!DOCTYPE html>...', 9) #9 /home/lnrorg/public_html/wp-includes/functions.php(5373): ob_end_flush() #10 /home/lnrorg/public_html/wp-includes/class-wp-hook.php(324): wp_ob_end_flush_all('') #11 /home/lnrorg/public_html/wp-includes/class-wp-hook.php(348): WP_Hook->apply_filters(NULL, Array) #12 /home/lnrorg/public_html/wp-includes/plugin.php(517): WP_Hook->do_action(Array) #13 /home/lnrorg/public_html/wp-includes/load.php(1260): do_action('shutdown') #14 [internal function]: shutdown_action_hook() #15 {main} thrown in /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php on line 130