ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງ ອາຊຽນ+3 ທີ່ ພຽງຈ່າງ, ສ. ເກົາຫຼີ

Dec 20, 2024

ໃນລະຫວ່າງວັນທີ 17-18 ທັນວາ 2024 ໄດ້ຈັດກອງປະ ຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງ ອາຊຽນ+3 ທີ່ ພຽງຈ່າງ, ສ.ເກົາຫຼີ, ພາຍໃຕ້ການເປັນປະ ທານຮ່ວມກັນລະຫວ່າງ ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ຂອງ ສປປ ລາວ ຮ່ວມກັບ ກະຊວງເສດຖະກິດ ແລະ ການເງິນ ແລະ ທະນາຄານກາງ ຂອງ ສ. ເກົາຫຼີ ເຊິ່ງເປັນກອງປະຊຸມຄັ້ງສຸດທ້າຍຂອງຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ພາຍໃຕ້ການເປັນປະທານກອງປະຊຸມອາຊຽນ ປະຈຳປີ 2024.
ໃນນີ້, ຕາງໜ້າກະຊວງການເງິນຂອງລາວ ນໍາພາໂດຍ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ແລະ ຕາງໜ້າທະນາຄານແຫ່ງ ສປປ ລາວ ນຳພາໂດຍ ທ່ານ ສຸລິສັກ ທຳນຸວົງ​ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ.
ກອງປະຊຸມຄັ້ງນີ້ ແນໃສ່ການຮັບຮອງ ແລະ ປຶກສາຫາລື ເພື່ອຄວາມເປັນເອກະພາບໜ້າວຽກຕ່າງໆທີ່ຕິດພັນກັບການພັດທະ ນາຄວາມໝັ້ນຄົງດ້ານການເງິນຂອງພາກພື້ນ ອາຊຽນ+3 ໂດຍສະເພາະແມ່ນການແກ້ໄຂບັນຫາສະພາບຄ່ອງ ແລະ ການສະ ໜອງທຶນ ເພື່ອໃຫ້ສາມາດຮອງຮັບ ແລະ ແກ້ໄຂ ການເກີດວິກິດການຈາກສະຖານະການຕ່າງໆໃຫ້ແກ່ພາກພື້ນ ໂດຍສະເພາະການກໍານົດເຄື່ອງມືສະໜອງທຶນແບບຮີບດ່ວນ, ການກໍານົດໂຄງສ້າງການສະໜອງທຶນ; ພ້ອມນີ້, ສະມາຊິກໄດ້ຮັບຮອງບັນຫາທີ່ຈະກໍານົດເຂົ້າໃນສັນຍາ CMIM ສະບັບປັບປຸງ ແລະ ຜົນການ ເຮັດທົດລອງກູ້ຢືມກອງທຶນ CMIM ຄັ້ງທີ 15 ທີ່ ທຫລ ໄດ້ເປັນປະທານ ແລະ ດຳເນີນໜ້າທີ່ເປັນຜູ້ປະສານງານໂດຍສາມາດກໍານົດບັນຫາທີ່ຈະກໍານົດເຂົ້າໃນຄູ່ມືການຈັດຕັ້ງປະຕິບັດສັນຍາ CMIM ສະບັບປັບປຸງ ແລະ ໄດ້ຊຸກຍູ້ໃຫ້ບັນຫາອື່ນໆພາຍໃຕ້ກອງທຶນ CMIM ສໍາເລັດຕາມລະດັບຄາດໝາຍ. ນອກຈາກນັ້ນ, ກໍ່ໄດ້ຮັບຊາບຄວາມຄືບໜ້າບັນດາໜ້າວຽກປິ່ນອ້ອມເປັນຕົ້ນແມ່ນວຽກງານການສະໜອງທຶນໃຫ້ພາກພື້ນອາຊຽນ+3 (RFA), ຜົນການຈັດຕັ້ງປະຕິບັດງານຂອງ AMRO ໃນນາມເປັນກອງເລຂາຊຸກຍູ້ວຽກງານການເງິນອາຊຽນ+3; ຄວາມຄືບໜ້າວຽກງານການພັດທະນາຕະຫຼາດພັນທະບັດ ອາຊີ (ABMI) ແລະ ຄວາມຄືບໜ້າວຽກງານການສະໜອງທຶນເພື່ອປ້ອງກັນຄວາມສ່ຽງຈາກການເກີດໄພພິບັດ (DRF).
ກອງປະຊຸມຄັ້ງນີ້ ບັນດາຜູ້ແທນສາມາດເປັນເອກະພາບຕໍ່ກັບບັນຫາສຳຄັນຫຼາຍຢ່າງ ແລະ ຈະສືບຕໍ່ໃຫ້ການຮ່ວມມືຕໍ່ກັບແຜນການຈັດຕັ້ງປະຕິບັດ ເພື່ອສາມາດດໍາເນີນການຈັດຕັ້ງປະຕິບັດໃນຕໍ່ໜ້າ ແລະ ເສີມສ້າງຄວາມເຂັ້ມແຂງ ໃນການເປັນຕາໜ່າງປ້ອງກັນການເກີດວິກິດການທາງການເງິນໃຫ້ພາກພື້ນອາຊຽນ+3.
# ຂ່າວ ແລະ ພາບ: ກົມຮ່ວມມືສາກົນ, ທະນາຄານ ແຫ່ງ ສປປ ລາວ