ໃນວັນທີ 4 ມິຖຸນາ 2025 ນີ້ ແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມ ຮັບຟັງການເຜີຍແຜ່ ແລະ ການແກ້ໄຂສະພາບເຫດການທີ່ເກີດຂຶ້ນຢູ່ ພູຜາມົ່ນ ເມືອງປາກທາ ແຂວງບໍ່ແກ້ວ ໂດຍພາຍໃຕ້ການເປັນສະທານຂອງສະຫາຍ ປະລິນຍາເອກ ທອງຈັນ ມະນີໄຊ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ແຂວງບໍ່ແກ້ວ ມີບັນດາອົງການພາຍໃນແຂວງ, ເມືອງ, ພະນັກງານອາວຸໂສບຳນານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຮັບຟັງ.
ກອງປະຊຸມໄດ້ຮັບຟັງການຜ່ານບົດລາຍງານແຈ້ງສະພາບການ ແລະ ການແກ້ໄຂເຫດການທີ່ເກີດຂຶ້້ນຢູ່ພູຜາມົ່ນ ເມືອງປາກທາ ແຂວງບໍ່ແກ້ວ ແລະ ທິດທາງແຜນການແກ້ໄຂໃນຕໍ່ໜ້າ, ຜ່ານເນື້ອໃນຂ່າວວິເຄາະ ແລະ ການມີສະຕິໃນການເສບຂ່າວ, ຜ່ານເນື້ອໃນເອກະສານວ່າດ້ວຍການເພີ່ມທະວີຄວາມສາມັນຄື ແລະ ຄວາມສະເໝີພາບຂອງປະຊາຊົນບັນດາເຜົ່າ. ຈາກນັ້ນ, ແຕ່ລະພາກສ່ວນ ໄດ້ມີຄໍາເຫັນແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ໃນຂອບເຂດທີ່ຕົນຮັບຜິດຊອບ.
ສະຫາຍ ປອ ທອງຈັນ ມະນີໄຊ ໄດ້ຊີ້ນໍາຫຼາຍບັນຫາທີ່ສໍາຄັນ ເປັນຕົ້ນແມ່ນສືບຕໍ່ ລົງພື້ນຖານ ກໍ່ສ້າງຮາກາຖານການເມືອງໂດຍສະເພາະແມ່ນການເຕົ້າໂຮມຄວາມສາມັກຄີ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ອໍານາດການປົກຄອງບ້ານ ແລະ ປະຊາຊົນບັນດາເຜົ່າໃຫ້ແໜ້ນແຟ້ນ ເພື່ອຮັບປະກັນໃຫ້ແກ່ການນໍາພາການເມືອງແນວຄິດ ຂອງປະຊາຊົນໃຫ້ຮັບຮູ້ ແລະ ເຂົ້າໃຈເລີກເຊິ່ງ ຕໍ່ກັບແນວທາງນະໂຍບາຍຂອງພັກ ລະບຽບກົດຫມາຍຂອງລັດ ຕິດພັນກັບການເພີ່ມທະວີ ສະຕິລະວົງຕົວ ຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີ ທີ່ຫັວງແຊກແຊງ ມ້າງເພທໍາລາຍ, ສ້າງຄວາມແຕກແຍກສາມັກຄີບັນດາເຜົ່າ ດ້ວຍການຈັດຕັ້ງໂຄສະນາເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລະບຽບກົດຫມາຍຂອງລັດ ໃຫ້ເລິກເຊິ່ງ, ສືບຕໍ່ນໍາພາ-ຊີ້ນໍາ ອໍານາດການປົກຄອງບ້ານ, ກອງຫຼອນ-ປກສ ບ້ານກໍຄືປະຊາຊົນໃຫ້ເຂົ້າໃຈ ແລະ ຮັບຮູ້ຢ່າງເລິກເຊິ່ງຕໍ່ກັບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງບ້ານ ແມ່ນສິດ ແລະ ໜ້າທີ່ຂອງຫມົດທຸກຄົນ ທີ່ຈະຕ້ອງໄດ້ຕິດຕາມກວດກາ ເກັບກຳສະພາບຮອບດ້ານ ສະກັດກັ້ນປະກົດການຫຍໍ້ທໍ້ດ້ານຕ່າງໆໃຫ້ໝົດໄປ.
ຂ່າວ: ພາກ ສຸທິປັນຍາ ປກຊ ແຂວງບໍ່ແກ້ວ
ພາບ:ຄໍາເພັງ ສີສະຫວ່າງ






