ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຄັ້ງທີ 6 (The 6th Meeting of Network of ASEAN-Russia Think Tanks)

Oct 8, 2025

ວັນທີ 07 ຕຸລາ 2025 ສະຖາບັນການຕ່າງປະເທດ ໃນນາມຜູ້ປະສານງານເຄືອຂ່າຍຄັງປັນຍາອາຊຽນ – ຣັດເຊຍ (NARTT) ໂດຍການເປັນເຈົ້າພາບຮ່ວມກັບມະຫາວິທະຍາໄລ MGIMO ຣັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຄັງປັນຍາອາຊຽນ – ຣັດເຊຍ ຄັ້ງທີ 6 (The 6th Meeting of Network of ASEAN-Russia Think Tanks) ພາຍໃຕ້ຫົວຂໍ້ “ASEAN-Russia Strategic Partnership for Sustainable Peace and Development”, ລະຫວ່າງວັນທີ 07 – 08 ຕຸລາ 2025, ທີ່ໂຮງແຮມສຸພັດຕຣາ, ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານມີຄຳເຫັນເປີດກອງປະຊຸມຂອງ ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະສະຖາບັນ, ຄະນະພະແນກ, ນັກຄົ້ນຄວ້າ ແລະ ຜູ້ຊ່ຽວຊານຈາກບັນດາປະເທດສະມາຊິກເຄືອຂ່າຍຄັງປັນຍາອາຊຽນ – ຣັດເຊຍ ຈຳນວນ 30 ຄົນ.
ກອງ​ປະຊຸມ NARTT ຄັ້ງທີ 6 ໄດ້ເປິກ​ຫາລືຕໍ່ບັນດາສິ່ງທ້າທາຍ ​ແລະ ຖອດຖອນບົດຮຽນ ກ່ຽວກັບແຜນການ,​ ທິດ​ທາງການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືລະຫວ່າງອາຊຽນ – ຣັດເຊຍ ໃນຂົງເຂດການເມືອງ – ຄວາມໝັ້ນຄົງ, ​ເສດຖະກິດ, ວັດທະນະທຳ – ສັງຄົມ. ​ແນ​ໃສ່​ເພີ່ມ​ທະວີ​ການ​ເປິກສາຫາລືທາງການເມືອງ ລະຫວ່າງ​ ອາ​ຊຽນ ​ແລະ ຣັດ​ເຊຍ ທີ່​ສອດຄ່ອງ​ກັບ​ປະຊາ​ຄົມ​ການ​ເມືອງ – ຄວາມ​ໝັ້ນຄົງ​ອາ​ຊຽນ (APSC) Blueprint 2025 ເພື່ອ​ເສົ່ງເສີມສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.​ ສົ່ງເສີມການຮ່ວມມືດ້ານເສດຖະກິດດິຈິຕອນ ແລະ ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICTs) ໂດຍເນັ້ນໃສ່ເສີມສ້າງ ແລະ ຊຸກຍູ້ພື້ນຖານໂຄງລ່າງດ້ານດິຈິຕອນໃຫ້ສອດຄ່ອງກັບປະຊາຄົມເສດຖະກິດອາຊຽນ (AEC) Blueprint 2025.​ ນອກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນກ່ຽວກັບການຮ່ວມມືດ້ານພະລັງງານ, ໂດຍສະເພາະການຫັນປ່ຽນໄປສູ່ແຫຼ່ງພະລັງງານແບບຍືນຍົງ ແລະ ແຫຼ່ງພະລັງງານແບບທົດແທນ, ສອດຄ່ອງກັບ AEC Blueprint 2025. ສ່ວນດ້ານວັດທະນະທໍາສັງຄົມ ໄດ້ມີການແລກປ່ຽນບົດຮຽນໃນການ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ​ສັງ​ຄົມ​ອາ​ຊຽນ (ASCC) Blueprint 2025.
May be an image of 1 person and dais
ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກຂອງ NARTT ຮັດແໜ້ນການຮ່ວມມື ແລະ ປະສານສົມທົບກັນຢ່າງໃກ້ຊິດໃນການລະດົມຄວາມຄິດເຫັນ ເພື່ອສົ່ງເສີມການຮ່ວມມື ແລະ ຊອກຫາວິທີແກ້ໄຂບັນຫາຕ່າງໆ. ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ການປະກອບສ່ວນສຳຄັນຂອງເຄືອຂ່າຍຄັງປັນຍາອາຊຽນ – ຣັດເຊຍ ໃນການຮ່າງຂໍ້ສະເໜີແນະທີ່ເປັນປະໂຫຍດໃຫ້ລັດຖະບານປະເທດສະມາຊິກອາຊຽນ ແລະ ຣັດເຊຍ ໃນການສົ່ງເສີມການຮ່ວມມືທັງສອງຝ່າຍໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຫຼາຍກວ່າເກົ່າ.
May be an image of 11 people and table May be an image of 12 people
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ນ. ວິທະຍາ ໄຊຍະວົງ, ຫົວໜ້າສະຖາບັນການຕ່າງປະເທດ ເຊິ່ງເປັນຜູ້ນຳພາກອງປະຊຸມ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ບັນດາປະເທດສະມາຊິກຂອງ NARTT ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ເອົາໃຈໃສ່ຮ່ວມກັນໃນການຈັດຕັ້ງປະຕິບັດແຜນວຽກໃຫ້ບັນລຸໄດ້ຕະຫຼອດໄລຍະການເປັນປະທານກອງປະຊຸມຂອງ ສປປ ລາວ ໃນທ່າມກາງສະພາບພູມສາດການເມືອງໃນພາກພື້ນ ແລະ ສາກົນກຳລັງປະເຊີນກັບການຜັນແປ ແລະ ຄວາມສະຫຼັບຊັບຊ້ອນທີ່ຄາດຄະເນໄດ້ຍາກໃນອານາຄົດ.
May be an image of 16 people and text that says 'HAII asean MGIMO SIXTH MEETING OF THE NETWORK OF ASEAN-RUSSIA THINK TANKS (6" NARTT) ASEAN ASEAN-Ruseia Russia Straiegle Partnership for Sustainable Peace and Development Hosted by Institute of Foreign Affairs, Laos 20 Lao'