ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ຄັ້ງທີ 17

Apr 30, 2024

ກອງປະຊຸມເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ຄັ້ງທີ 17
ວັນທີ 30 ເມສາ 2024 ນີ້, ຢູ່ທີ່ເມືອງວັງວຽງ ແຂວງວຽງຈັນ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ຄັ້ງທີ 17 (NADI) 〖17th), ໂດຍການເປັນປະທານ ຂອງພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ- ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດ, ເປັນກຽດເຂົ້າຮ່ວມໂດຍ ພົນຕີ ສາຍໃຈ ກົມມະສິດ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະ ເທດອາຊຽນ, ມີຄະນະຜູ້ແທນຈາກບັນດາປະເທດອາຊຽນເຂົ້າ ຮ່ວມ.
ກ່ອນເປີດກອງປະຊຸມ ພົນຕີ ສາຍໃຈ ກົມມະສິດ ໄດ້ກ່າວຊົມເຊີຍ ແລະ ຕ້ອນຮັບຄະນະຜູ້ແທນສະຖາບັນປ້ອງກັນຊາດ ບັນດາປະເທດອາຊຽນ ທີ່ໄດ້ມາຮ່ວມກອງປະຊຸມໃນຄັ້ງນີ້, ໂດຍທ່ານໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງກອງປະຊຸມ ເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ຄັ້ງທີ 17 ຫລື NADI ເພາະແມ່ນກອງປະຊຸມລະດົມແນວຄວາມຄິດວິທະຍາສາດ, ປຶກສາຫາລືກ່ຽວກັບບັນຫາຍຸກສະໄໝ ແລະ ປະ ກົດການໃໝ່ ເພື່ອສະເໝີໃຫ້ ADMM ພິຈາລະນາ. NADI ຍັງແມ່ນເວທີປາໄສຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງບັນດາ ອົງການປ້ອງກັນປະເທດ ແລະ ຄວາມໝັ້ນຄົງອາຊຽນ. ເຊີ່ງການເຊື່ອມຕໍ່ນີ້, ຫວັງວ່າ ບັນດາສະມາຊິກກອງປະຊຸມ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອສຶກສາ ແລະ ປຶກສາຫາລືກ່ຽວກັບບັນດາຜົນປະ ໂຫຍດຂອງອາຊຽນ ແລະ ບັນດາມາດຕະການແກ້ໄຂບັນດາສິ່ງທ້າທາຍ ຢ່າງມີປະສິດທິຜົນ ແລະ ທັນການ.
ຈາກນັ້ນ, ພົນຈັດຕະວາ ວຽງໄຊ ສົມວິຈິດ ປະທານກອງປະຊູມ ໄດ້ກ່າວເປີດກອງປະຊຸມ ຢ່າງເປັນທາງການ, ພ້ອມທັງ, ສະ ແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມປະຈໍາປີຂອງເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໜັ້ນຄົງອາຊຽນ ຄັ້ງທີ 16 ພາຍໃຕ້ການເປັນປະທານ ຂອງອິນໂດເນເຊຍ ໃນປີ 2023 ທີ່ຜ່ານມາ. ພົນຈັດຕະວາ ວຽງໄຊ ສົມວິຈິດ ປະທານກອງປະຊຸມຍັງຍົກໃຫ້ເຫັນວ່າ: ປີນີ້ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມ ADMM ຄັ້ງທີ 18, ADMM-ບວກ ຄັ້ງທີ 11 ແລະ ກອງປະຊຸມປິ່ນອອ້ມອື່ນໆ ພາຍໃຕ້ຄໍາຂວັນ: “ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງ ຂອງອາຊຽນ”. ເພື່ອເປັນການສົ່ງເສີມ ແລະ ສະໜັບສະໜູນເນື້ອໃນຈິດໃຈຂອງຄໍາຂວັນດັ່ງກ່າວ, ກອງປະຊຸມຄັ້ງນີ້ ໄດ້ແລກປ່ຽນບາງທັດສະນະ ແລະ ປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍຕໍ່ການພົວພັນຮ່ວມມືຂອງອາຊຽນ ໃນປະຈຸບັນ ແລະ ອະນາຄົດ, ໂດຍສະເພາະ ພາຍໃຕ້ຂອບກອງປະຊຸມ ADMM ແລະ ADMM-ບວກ ແລະ ທິດທາງໃນການຮັບມືກັບບັນຫາດັ່ງກ່າວໃນອະນາຄົດ ເພື່ອຮັບປະກັນເຮັດໃຫ້ກົນໄກການຮ່ວມມືດ້ານປ້ອງກັນຊາດອາຊຽນ ໃຫ້ມີປະສິດທິພາບ ແລະ ປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງພາກພື້ນ, ເຊິ່ງສອດຄ່ອງກັບເນື້ອໃນຈິດໃຈລວມ ກໍ່ຄື ຄຳຂັວນຂອງກອງປະຊຸມ ADMM ຄັ້ງທີ 18.
ນອກຈາກນີ້, ກອງປະຊຸມ ຍັງໄດ້ແລກປ່ຽນທັດສະນະກ່ຽວ ກັບການຂະຫຍາຍສະມາຊິກຂອງກອງປະຊຸມ ADMM-ບວກ ເນື່ອງຈາກວ່າ ມີຫລາຍປະເທດ ມີຄວາມສົນໃຈຢາກສະໝັກເຂົ້າເປັນສະມາຊິກຂອງກອງປະຊຸມ ADMM-ບວກ. ບັນຫາດັ່ງກ່າວ ເຫັນວ່າ ເປັນບັນຫາພົ້ນເດັ່ນ ແລະ ທ້າທາຍທາງດ້ານຍຸດທະສາດສໍາລັບອາຊຽນ, ໂດຍສະເພາະ ໃນທ່າມກາງສະພາບແວດລ້ອມທາງດ້ານການເມືອງໂລກທີ່ສະຫຼັບສັບ ຊ້ອນ ແລະ ບໍ່ແນ່ນອນ ໃນປະຈຸບັນ. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ທົບທວນຄືນກ່ຽວ ກັບກົນໄກການຮ່ວມມືຂອງກອງປະຊຸມ ADMM ແລະ ADMM-ບວກ ແລະ ທິດທາງແຜນການພາຍຫລັງປີ 2025, ເຊິ່ງຈະເປັນຂໍ້ມູນທີ່ສໍາຄັນ ແລະ ເປັນບ່ອນອີງໃຫ້ແກ່ການສະເໜີແນວຄວາມຄິິດໃໝ່ໃຫ້ກອງປະຊຸມ ADMM ໃນປີຕໍ່ໄປ ແລະ ຈະເປັນພື້ນຖານສໍາຄັນໃຫ້ແກ່ວິໄສທັດອາຊຽນ 2025, ເຊິ່ງຄາດວ່າຈະໄດ້ຮັບຮອງໃນປີ 2025. ຈາກນັ້ນ, ຜູ້ແທນ ກອງປະຊຸມຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປຶກສາຫາລື ແລະ ແລກ ປ່ຽນຄຳຄິດເຫັນ ເພື່ອໃຫ້ກອງປະຊຸມສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ.
ໂດຍ: ໂຈ່ລີ້ ວົງໄຊ