ໃນລະຫວ່າງ ວັນທີ 3 – 5 ມິຖຸນາ 2025, ທີ່ນະຄອນຊຽງຮຸ່ງ, ກິ່ງແຂວງສິບສອງພັນນາ, ແຂວງຢຸນນານ, ສປ ຈີນ, ໄດ້ຈັດກອງປະຊຸມເຈລະຈາ ຮ່າງສັນຍາ ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ, (ບໍ່ເຕັນ-ບໍ່ຫານ) ໂດຍການເປັນປະທານຮ່ວມ, ຝ່າຍລາວນຳໂດຍ ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະຈາກບັນດາກະຊວງຂະແໜງ ການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ; ຝ່າຍຈີນ ນຳໂດຍ ທ່ານ ຫົງ ລ້ຽງ, ຫົວໜ້າກົມກິດຈະການຊາຍແດນ ແລະ ທະເລ, ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະຈາກບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ໂດຍເຫັນໄດ້ບົດບາດຄວາມສໍາຄັນຢ່າງສູງຂອງລົດໄຟ ລາວ-ຈີນ ໃນການເສີມຂະຫຍາຍຄູ່ຮ່ວມຊາຕາກໍາສອງ ຊາດ ລາວ-ຈີນ, ຍົກລະດັບການເຊື່ອມໂຍງ-ເຊື່ອມຈອດພື້ນຖານໂຄງລ່າງ ແລະ ການອໍານວຍຄວາມສະດວກໃນ ການຜ່ານດ່ານຂອງຜູ້ໂດຍສານຢູ່ຄູ່ດ່ານສາກົນທາງລົດໄຟ ລາວ-ຈີນ, ສົົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນ, ການໄປ-ມາຫາສູ່ກັນຂອງປະຊາຊົນທັງສອງຊາດ. ສອງຝ່າຍໄດ້ເຫັນດີເປັນເອກະພາບກັນໃນການຈັດຕັັ້ງປະຕິບັດວຽກ ງານກວດກາ “ປະຕູດຽວ, ຄັັ້ງດຽວ” ສະເພາະຂົນສົົ່ງຜູ້ໂດຍສານຢູຸ່ຄູ່ດ່ານສາກົນທາງລົດໄຟ ລາວ-ຈີນ, ໂດຍອີງໃສ່ສົນ ທິສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ວ່າດ້ວຍ ດ່ານຊາຍແດນ ແລະ ລະບຽບການຄຸ້ມຄອງດ່ານຊາຍແດນ ສະບັບລົງວັນທີ 23 ສິງຫາ 2011 ແລະ ວ່າດ້ວຍ ການຂົນສົົ່ງທາງລົດໄຟຂ້າມຊາຍແດນ ສະບັບລົງວັນທີ 30 ພະຈິກ 2021. ທັງສອງຝ່າຍຈຶ່ງໄດ້ສ້າງ ສັນຍາສະບັບດັ່ງກ່າວຂຶ້ນ ໂດຍໄດ້ປຶກສາຫາລືແລກປ່ຽຄວາມຄິດເຫັນນຳກັນແລ້ວ ຈຶ່ງໄດ້ຮ່ວມ ກັນຈັດກອງປະຊຸມຄັ້ງນີ້ ເພື່ອເປັນເອກະພາບກັນດ້ານເນື້ອໃນຂັ້ນພື້ນຖານ ແລ້ວຈະໄດ້ນຳສະເໜີລາຍງານລັດຖະບານ ຂອງຕົນພິຈາລະນາຕາມຂັ້ນຕອນ ແລະ ຈະໄດ້ລົງນາມຮ່ວມກັນໃນເວລາອັນໃກ້ນີ້, ຊຶ່ງສັນຍາສະບັບດັ່ງກ່າວ ປະກອບ ມີ 6 ພາກ, 22 ມາດຕາ.
ພາຍຫຼັງສອງຝ່າຍໄດ້ລົງນາມໃນສັນຍາດັ່ງກ່າວນີ້ແລ້ວ ຈະເປັນການປະກອບສ່ວນອັນສຳຄັນໃນການອໍານວຍ ຄວາມສະດວກໃນການບໍລິການ, ຊຸກຍູ້ສົ່ງເສີມການແລກປ່ຽນ ຊື້-ຂາຍ ສິນຄ້າ, ການລົງທຶນ, ການທ່ອງທ່ຽວຢູ່ພາຍ ໃນແຂວງພາກເໜືອກໍຄືໃນປະເທດ ສປປ ລາວ ໃຫ້ມີການຂະຫຍາຍຕົວ, ໂດຍສະເພາະເປັນປະເທດເຊື່ອມໂຍງ ພາກພື້ນກັບປະເທດລຸ່ມແມ່ນໍ້າຂອງ, ສ້າງສິ່ງເອື້ອອຳນວຍຄວາມສະດວກໃຫ້ແກ່ພົນລະເມືອງ ສປປ ລາວ, ສປ ຈີນ ແລະ ພົນລະເມືອງປະເທດທີສາມສາມາດແຈ້ງໜັງສືເດີນທາງ ເຂົ້າ-ອອກ ຜ່ານດ່ານສາກົນ ບໍ່ເຕັນ-ບໍ່ຫານ ມີຄວາມ ສະດວກວ່ອງໄວກວ່າແຕ່ກ່ອນ.





