ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາ ຄໍ້າເສດຖະກິດອາຊຽນ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີີ່ສະເພາະກິດລະດັບສູງເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ (HLTF-EI) ຄັ້ງທີ 45 ໃນລະຫວ່າງວັນທີ 20-21 ກຸມພາ 2024, ທີ່ ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາ ຫະກຳ ແລະການຄ້າ ທັງເປັນຫົວໜ້າເຈົ້າໜ້າທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນຂອງ ສປປ ລາວ.
ກອງປະຊຸມຄັ້ງນີ້ມີບັນດາເຈົ້າໜ້າທີີ່ສະເພາະກິດລະດັບສູງເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ, ທ່ານຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກ ອາຊຽນ, ຕິມໍແລັດສເຕ (ໃນຖານະປະເທດສັງເກດການ) ເຂົ້າ ຮ່ວມ.
ໃນກອງປະຊຸມຄັ້ງນີ້ ໄດ້ມີການພົບປະລະຫວ່າງຄະນະເຈົ້າໜ້າທີ່ສະເພາະກິດລະດັບສູງ ເພື່ອການເຊື່ອມໂຍງ ເສດຖະກິດອາຊຽນ ແລະ ຄະນະຜູ້ຊົງຄຸນວຸດທິດ້ານເສດຖະກິດອາຊຽນ ແລະ ສະມັດ ຊາລັດຖະສະພາລະຫວ່າງຊາດອາຊຽນ. ຈຸດປະສົງຂອງກອງປະ ຊຸມແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນ ເພື່ອມີຂໍ້ສະເໜີແນະ ດ້ານນະໂຍບາຍການເຊື່ອມໂຍງ ເສດຖະກິດ ອາຊຽນ ໃຫ້ແກ່ກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30(AEM Retreat) ທີ່ ສປປ ລາວ ຈະເປັນປະທານ ແລະ ເປັນເຈົ້າພາບຈັດກອງປະຊຸມ ໃນຕົ້ນເດືອນມີນາ 2024 ກອງປະຊຸມຮັບຊາບຄວາມຄືບໜ້າກ່ຽວກັບການ ກໍານົດແຜນວຽກບູລິມະສິດດ້ານເສດຖະກິດອາຊຽນ (PEDs) ພາຍໃຕ້ການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ເຊິ່ງກວມເອົາ 3 ກຸ່ມຍຸດທະສາດຄື: 1) ການເຊື່ອມໂຍງ ແລະ ເຊື່ອມຈອດດ້ານເສດຖະກິດ, 2) ການສ້າງອະນາຄົດແບບຍືນຍົງ ແລະ ທຸກພາກສ່ວນມີສ່ວນຮ່ວມ ແລະ 3) ການຫັນປ່ຽນເພື່ອກ້າວໄປສູ່ດິຈິຕອນໃນອະນາຄົດ, ໃນນັ້ນ ປະກອບມີ 14 ຫົວຂໍ້ແຜນວຽກບູລິມະສິດ ເພື່ອສະເໜີໃຫ້ບັນດາລັດຖະມົນຕີເສດ ຖະກິດອາຊຽນພິຈາລະນາຮັບຮອງເອົາໃນກອງປະຊຸມ AEM Retreat ຄັ້ງທີ 30. ພ້ອມນັ້ນຍັງໄດ້ປຶກສາຫາລືກ່ຽວກັບຮ່າງແຜນຍຸດທະສາດ ວິໄສທັດ ປະຊາຄົມອາຊຽນພາຍຫຼັງປີ 2025 (AEC-Post 2025), ການຈັດຕັ້ງປະຕິບັດວຽກງານປິ່ນອ້ອມ ພາຍໃຕ້ເສົາຄໍ້າເສດຖະກິດອາຊຽນ ໂດຍສະເພາະບັນດາຂໍ້ລິເລີ່ມຕ່າງໆໃນການພັດທະນາໃນຂົງເຂດ ພາກພື້ນອາຊຽນ ເປັນຕົ້ນແມ່ນ: ASEAN Carbon Neutrality, Blue Economy and DEFA.
ໂອກາດນີ້, ທ່ານ ມະໂນທອງ ວົງໄຊ ໃນນາມປະທານກອງປະຊຸມ ໄດ້ກ່າວສະແດງຄວາມຍິນດີ ຕ້ອນຮັບຢ່າງອົບອຸ່ນ ແລະແຈ້ງກ່ຽວກັບສະພາບຈຸດພິເສດຂອງແຂວງ ກໍຄືເມືອງວັງວຽງ ເຊິ່ງເປັນເມືອງ ທ່ອງທ່ຽວທາງທຳມະຊາດທີ່ສວຍງາມໃນສປປລາວ ພ້ອມທັງເຊີນຊວນບັນດາເຈົ້າໜ້າທີີ່ສະເພາະກິດ ລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ ແລະ ບັນດາຄະນະຜູ້ແທນທີ່ມາຮ່ວມປະຊຸມ ຫາໂອກາດ ໄປທ່ຽວຊົມສະຖານທີ່ທ່ອງທ່ຽວຕ່າງໆທີ່ສວຍງາມໃນຕົວເມືອງວັງວຽງ. ພ້ອມກັນນັ້ນ,ກໍໄດ້ສະແດງຄວາມຂອບໃຈຕໍ່ການໃຫ້ການສະໜັບສະໜູນຂອງບັນດາປະເທດສະມາຊິກອາຊຽນ ເຊິ່ງຈະເຮັດໃຫ້ການເປັນເຈົ້າພາບ ແລະ ເປັັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.




