ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ-ບວກ

Sep 26, 2024

ກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ-ບວກ (ADSOM-Plus​) ໄດ້ຈັດຂຶ້ນໃນວັນທີ 26 ກັນຍາ 2024 ນີ້, ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ໂດຍການເປັນປະທານຂອງ ທ່ານ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແຫ່ງ ສປປ ລາວ, ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ, ​ຕີ​ມໍ​ ເລດ​ສະ​ເຕ ​ໃນ​ນາມ​ຜູ້​ສັງ​ເກດ​ການ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ພົນຕີ ສົມພອນ ມິດຕະພອນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ມາຍັງບັນດາຄະນະຜູ້ແທນ ຈາກປະເທດສະມາຊິກອາຊຽນ-ບວກ (ADSOM-Plus), ຕາງໜ້າ​ໃຫ້​ກະຊວງ​ປ້ອງ​ກັນ​ປະ​ເທດ ຮູ້ສຶກ​ເປັນ​ກຽດ ​ແລະ ພາກພູ​ມ​ໃຈ​​ຢ່າງ​ຍິ່ງ ທີ່​ໄດ້​ຮັບກຽດເປັນ​ປະທານ​ກອງ​ປະຊຸມ ADSOM-Plus ​ແລະ ​ສະ​ແດງຄວາມຂອບ​ໃຈຢ່າງ​ຈິງ​ໃຈ ມາ​ຍັງ​ບັນດາ​ຫົວໜ້າ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ-ບວກ ພ້ອມ​ດ້ວຍ​ຄະນະ ທີ່​ໄດ້ເດີນທາງ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້. ໃນນາມປະທານກອງປະຊຸມ ທ່ານ ໄດ້ກ່າວວ່າ: ປັດຈຸ​ບັນ, ພາກ​ພື້ນ ​ແລະ ​ໃນ​ໂລກ ປະ​ເຊີນ​ໜ້າ​ກັບ​ໄພ​ຂົ່ມຂູ່ ​ແລະ ສິ່ງ​ທ້າ​ທາຍ​ ຕໍ່​ຄວາມ​ໝັ້ນຄົງ ທາງດ້ານການທະຫານ ແລະ ດ້ານຕ່າງໆ ທີ່ຫຍຸ້ງຍາກ​ສັບສົນ ແລະ ​ສະຫຼັບ​ສັບ​ຊ້ອນ, ໂດຍສະເພາະ ການແຂ່ງຂັນທາງດ້ານຍຸດທະສາດ, ການປ່ຽນແປງສະພາບດິນຟ້າອາກາດ, ອາຊະຍາກໍາທາງໄຊເບີ, ຄວາມໝັ້ນຄົງທາງທະເລ ແລະ ອື່ນໆ. ບັນຫາດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ. ສະນັ້ນ, ກອງປະຊຸມໃນຄັ້ງນີ້ ຈະເປັນໂອກາດທີ່ດີສໍໍາລັບ ການປຶກສາຫາລືກ່ຽວກັບວິທີທາງຕ່າງໆ ເພື່ອສົ່ງເສີມການຮ່ວມມືດ້ານວຽກງານປ້ອງກັນຊາດ ເພື່ອສາມາດຮັບ​ມື​ກັບ​ບັນດາ​ສິ່ງ​ທ້າທາຍ​ຕໍ່​ຄວາມ​ໝັ້ນຄົງ​ໃນ​ປັດຈຸ​ບັນ ​ແລະ ອະນາຄົດ.
ກອງ​ປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ-ບວກ ​ ​ເປັນ​ກົນ​ໄກ​ການ​ຮ່ວມ​ມື​ທີ່​ສໍາຄັນ​ຂອງ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ ອາ​ຊຽນ-ບວກ ​ໃນ​ການ​ເຮັດ​ວຽກ​ຮ່ວມ​ກັນ ​ແລະ ສົ່ງ​ເສີມ​ການ​ຮ່ວມ​ມື​ທີ່​ເປັນ​ຮູ​ບປະ​ທໍາ ​ແລະ ການ​ເສີມ​ສ້າງ​ຂີດ​ຄວາມ​ສາມາດ​ຕ່າງໆ ​​ເພື່ອ​ຮັບ​ມືກັບ​​​ໄພ​ຂົ່ມຂູ່ຕ່າງໆ​ຕໍ່​ຄວາມ​ໝັ້ນຄົງ​ ໃຫ້​ມີ​ປະສິດທິພາບ, ປະກອບສ່ວນ​ເຂົ້າ​ໃນສັນຕິພາບ, ຄວາມ​ໝັ້ນຄົງ ແລະ ການ​ພັດທະນາ​ ຂອງ​ພາກ​ພື້ນ. ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ ບັນດາຄະນະຜູ້ແທນ ຈາກປະເທດສະມາຊິກອາຊຽນ-ບວກ ຈະຕ້ອງໄດ້ພ້ອມກັນປຶກສາຫາລື ແລະ ເປັນເອກະພາບກັນ ໃນຫຼາຍໆບັນຫາ, ເຊິ່ງເປັນພື້ນຖານອັນສໍາຄັນ ໃຫ້ແກ່ການສືບຕໍ່ຈັດຕັ້ງປະຕິບັດບັນດາແຜນການຮ່ວມມື ຂອງເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ-ບວກ (ADSOM-Plus) ແລະ ເປັນການກະກຽມຄວາມພ້ອມໃຫ້ແກ່ການຈັດຕັ້ງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ (ADMM-Plus) ຄັ້ງທີ 11 ແລະ ກິດຈະກໍາປິ່ນອ້ອມອື່ນໆ ທີ່ຈະຈັດຂຶ້ນໃນເດືອນພະຈິກ ທີ່ຈະມາເຖິງ ໃຫ້ມີ​ບັນຍາກາດ​ທີ່​ສ້າງສັນ, ບັນລຸຜົນສຳເລັດຕາມຈຸດປະສົງ​ ແລະ ລະດັບ​ຄາດໝາຍທີ່ກອງປະຊຸມໄດ້ວາງໄວ້​.