ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ

Oct 7, 2024

ໃນວັນທີ 7 ຕຸລາ 2024 ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໂດຍມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຕີມໍແລັດສະເຕ, ຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຜູ້ແທນ ເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ທົບທວນຄືນ ແລະ ຕີລາຄາສູງ ຕໍ່ຄວາມຄືບໜ້າຂອງການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ໂດຍຜ່ານການຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2025 ແລະ ຜົນສຳເລັດຂອງການຈັດຕັ້ງປະຕິບັດ 9 ບູລິມະສິດສຳລັບການເປັນປະທານອາຊຽນ 2024 ຂອງ ສປປ ລາວ, ລວມທັງການສ້າງບັນດາແຜນຍຸດທະສາດ ເພື່ອຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045.
ພ້ອມນີ້, ກອງປະຊຸມກໍໄດ້ປຶກສາຫາລື ກ່ຽວກັບການກະກຽມດ້ານຕ່າງໆສຳລັບການເຂົ້າເປັນສະມາຊິກສົມບູນອາຊຽນຂອງ ຕີມໍແລັດສະເຕ. ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ການສະໝັກເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ຂອງບັນດາປະເທດນອກພາກພື້ນ ແລະ ການກະກຽມໃຫ້ແກ່ການລົງນາມເຂົ້າເປັນພາຄີ TAC ໂດຍລຸກຊຳບວກ ໃນວັນທີ 10 ຕຸລາ 2024 ນີ້.
ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບການພົວພັນຮ່ວມມືກັບຄູ່ຮ່ວມມືພາຍນອກ ຂອງອາຊຽນ ໂດຍເນັ້ນຢໍ້າຄວາມສໍາຄັນໃນການຮັດແໜ້ນຄວາມເປັນເອກະພາບ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການຮ່ວມມືກັບພາຍນອກ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ນຳພາ. ອັນສຳຄັນ, ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ປຶກສາຫາລືກ່ຽວກັບຫຼາຍໆບັນຫາ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນວັນທີ 9-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ, ໂດຍສະເພາະແຜນການເຄື່ອນໄຫວຂອງຜູ້ນຳ ແລະ ເອກະສານຜົນຂອງບັນດາກອງປະຊຸມສຸດຍອດ ເພື່ອພິຈາລະນາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນໄລຍະ 1 ອາທິດ ນີ້, ຊຶ່ງມີທັງໝົດ 16 ກອງປະຊຸມສຸດຍອດ ແລະ ມີຫລາຍກວ່າ 20 ປະມຸກລັດ, ຫົວໜ້າລັດຖະບານຈາກປະເທດສະມາຊິກອາຊຽນ, ຄູ່ຮ່ວມມືພາຍນອກຂອງອາຊຽນ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ເຂົ້າຮ່ວມ.
See insights and ads
Boost post
All reactions:

1