ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 23 ແລະ ກອງປະຊຸມວິຊາການທີ່ກ່ຽວຂ້ອງ

Oct 17, 2024

ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 23 ແລະ ກອງປະຊຸມວິຊາການທີ່ກ່ຽວຂ້ອງ
ເມື່ອບໍ່ດົນມານີ້, ຄະນະຜູ້ແທນຈາກກະຊວງຍຸຕິທໍາ ແຫ່ງ ສປປ ລາວ ໃນນາມເຈົ້າໜ້າທີ່ອາວຸໂສກົດ ໝາຍອາຊຽນ ສປປ ລາວ (ASLOM-Lao PDR) ພ້ອມດ້ວຍຜູ້ຕາງໜ້າຈາກອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງການຕ່າງປະເທດ ໄດ້ເດີນທາງເຂົ້້າຮ່ວມ: 1) ກອງປະຊຸມວິຊາການ ກ່ຽວກັບສົນທິສັນຍາອາຊຽນ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ຄັ້ງທີ 11; 2) ກອງປະຊຸມກ່ຽວກັບການສ້າງຄວາມກົມກຽວທາງດ້ານກົດໝາຍການຄ້າອາຊຽນ ຄັ້ງທີ 13; ແລະ 3) ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 23 ໃນລະຫວ່າງວັນທີ 7-11 ຕຸລາ 2024, ທີ່ ປະເທດສິງກະໂປ. ກອງປະຊຸມຄັ້ງນີ້ໄດ້ຮັບກຽດເປັນເຈົ້າພາບໂດຍ ກະຊວງກົດໝາຍ ປະເທດສິງກະໂປ ອີງຕາມຮອບວຽນຕົວອັກສອນ ແລະ ກົນໄກການຜັດປ່ຽນເປັນເຈົ້າພາບຂອງອາຊຽນ ເຊິ່ງມີຄະນະຜູ້ແທນເຂົ້າຮ່ວມກອງປະຊຸມຈາກ ເຈົ້າໜ້າທີ່ອາວຸໂສກົດໝາຍຈາກປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ, ປະເທດຕີມໍ ເລສເຕ (ຜູ້ສັງເກດການ) ລວມທັງຜູ້ຕາງໜ້າຈາກກະຊວງຍຸຕິທໍາ ປະເທດຍີ່ປຸ່ນ ແລະ ອົງການຈັດຕັ້ງສາກົນ (World Justice Project, HCCH, UNCITRAL, UNIDROIT ແລະ INSOL International). ສໍາລັບຄະນະຜູ້ແທນເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຂອງ ສປປ ລາວ ນໍາພາໂດຍ ທ່ານ ຄຳພອນ ສີປະເສີດ, ຫົວໜ້າກົມຮ່ວມມືສາກົນ ກະຊວງຍຸຕິທໍາ, ພ້ອມດ້ວຍຜູ້ຕິດຕາມຈາກກະຊວງຍຸຕິທໍາ ແລະ ຂະແໜງການກ່ຽວຂ້ອງ ລວມທັງໝົດ 6 ທ່ານ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງນີ້້ ໄດ້ຮັບກຽດກ່າວເປີດພິທີໂດຍ ທ່ານຫົວໜ້າຫ້ອງການ ກະຊວງກົດໝາຍ ສິງກະໂປ, ຫຼັງຈາກນັ້ນ ທ່ານຫົວໜ້າກົມວຽກງານສາກົນ ແລະ ໃຫ້ຄຳປຶກສາ ກະຊວງກົດໝາຍ ສິງກະໂປ ກໍໄດ້ຖືກແຕ່ງຕັ້ງໃຫ້ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 23 ແລະ ນໍາພາການດໍາເນີນກອງປະຊຸມໃນຄັ້ງນີ້.
ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 23 ໄດ້ພິຈາລະນາ, ຮັບຟັງ ແລະ ປຶກສາຫາລື ຫຼາຍຫົວຂໍ້ສໍາຄັນດັ່ງນີ້:
– ການຮ່າງສົນທິສັນຍາອາຊຽນ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ
– ກອງປະຊຸມເປີດກວ້າງທາງດ້ານກົດໝາຍອາຊຽນ
– ການຢ້ຽມຢາມ ແລະ ແລກປ່ຽນບົດຮຽນທາງດ້ານກົດໝາຍ ແລະ ຍຸຕິທຳ ຂອງປະເທດສະມາຊິກອາຊຽນ
– ໂຄງການເຈົ້າໜ້າທີ່ກົດໝາຍ ອາຊຽນ (AGLOP)
– ການສ້າງຄວາມເຂັ້ມແຂງໃຫ້ແກ່ຕາໜ່າງຂໍ້ມູນຂ່າວສານຂອງປະເທດສະມາຊິກອາຊຽນ (ALIA)
– ປື້ມສັງລວມຂໍ້ມູນອົງການຈັດຕັ້ງກົດໝາຍອາຊຽນ (ASEAN Government Law Directory)
– ການສ້າງຄວາມກົມກຽວທາງດ້ານກົດໝາຍການຄ້າ ອາຊຽນ
– ການເປີດເສລີການບໍລິການທາງດ້ານກົດໝາຍ
– ການໂອນຕົວນັກໂທດ ແລະ ການໂອນຕົວຜູ້ຖືກຕັດສິນລົງໂທດ
– ການປ້ອງກັນອາຊະຍາກຳ ແລະ ຄວາມຍຸຕິທຳທາງອາຍາ
– ການຮ່ວມມືທາງດ້ານວຽກງານຕຸລາການ
– ການເສີມສ້າງຄວາມເຂັ້ມແຂງ ກ່ຽວກັບການຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງດ້ານກົດໝາຍ ໃນເລື່ອງແພ່ງ ແລະ ການຄ້າ
– ການປະຕິຮູບວຽກງານອະນຸຍາໂຕຕຸລາການການຄ້າລະຫວ່າງປະເທດ (ຂໍ້ສະເໜີໃໝ່)
ນອກຈາກນັ້ນ ສໍາລັບການຮ່ວມມືລະຫວ່າງອາຊຽນ ກັບພາຍນນອກ ເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ກໍໄດ້ຮັບຟັງການສະເໜີ 1) ຮັບຟັງການແລກປ່ຽນບົດ ຮຽນຈາກ ອົງການ HCCH, UNCITRAL ແລະ UNIDROID ກ່ຽວກັບຄວາມສໍາຄັນໃນການເຂົ້າເປັນສະມາຊິກ ແລະ ພາຄີຂອງສົນທິສັນຍາ ເພື່ອເປັນບ່ອນອີງໃຫ້ແກ່ປະເທດສະມາຊິກພິຈາລະນາການເຂົ້າເປັນສະມາຊິກ ແລະ ພາຄີໃນອະນາຄົດ ແລະ 2) ວຽກງານ ແລະ ບົດຮຽນທີ່ດີຈາກອົງການຍຸຕິທຳໂລກ (World Justice Project) ແລະ INSOL International ເພື່ອເປັນທິດທາງໃຫ້ແກ່ປະເທດສະມາຊິກໃນການພິຈາລະນາການຮ່ວມມືສອງຝ່າຍ ແລະ ການຮ່ວມມືຫຼາຍຝ່າຍ; ແລະ 3) ການສະເໜີຈາກຜູ້ຕາງໜ້າ ກະຊວງຍຸຕິທໍາ ຍີ່ປຸ່ນ ກ່ຽວກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ຍີ່ປຸ່ນ ສໍາລັບໄຕມາດທີ 4 ຂອງປີ 2024 ແລະ ແຜນກິດຈະກຳປີ 2025 ເວົ້່າລວມ, ເວົ້າສະເພາະ ການສະເໜີຈັດກອງປະຂຸມລັດຖະມົນຕີຍຸຕິທໍາ ອາຊຽນ-ຍີ່ປຸ່ນ ໃນປີ 2025
ຜ່ານການປຶກສາຫາລືໃນກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 23, ປະເທດສະມາຊິກສາມາດຍາດມາໄດ້ຜົນສໍາເລັດຫຼາຍດ້ານ ໂດຍສະເພາະໂດຍຜ່ານການລາຍງານຂອງປະເທດສະມາຊິກກ່ຽວກັບຄວາມຄືບໜ້າຂອງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບົດລາຍງານກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 21 ແລະ 22 ລວມທັງຖະແຫຼງການຮ່ວມລະຫວ່າງລັດຖະມົນຕີກົດໝາຍອາຊຽນ ຄັ້ງທີ 12. ພ້ອມກັນນັ້ນ ປະເທດສະມຊິກກໍສາມາຮັບຮອງເອົາເນື້ອໃນພື້ນຖານຂອງບົດລາຍງານກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 23 ເພື່ອສະເໜີການຮັບຮອງໃນກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ຄັ້ງທີ 13 ທີ່ ປະເທດຟີລິບປິນ ຈະເປັນເຈົ້າພາບໃນປີ 2025.
ຂ່າວ: ທ. ວິລະກອນ ສົມຊະນິດ