ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມເປິກສາຫາລື ແລະ ແລກປ່ຽນ ວຽກງານການສື່ສານດ້ານການປົກປ້ອງເດັກຈາກການໃຊ້ແຮງງານເດັກ

Nov 26, 2025

ກອງປະຊຸມເປິກສາຫາລື ແລະ ແລກປ່ຽນ ວຽກງານການສື່ສານດ້ານການປົກປ້ອງເດັກຈາກການໃຊ້ແຮງງານເດັກ
ກະຊວງແຮງງານ ແລະ ສະຫັວດດີການສັງຄົມ ຮ່ວມກັບອົງການຊ່ວຍເຫຼືອເດັກສາກົນປະຈຳລາວ ຈັດກອງປະຊຸມເປິກສາຫາລື ແລະ ແລກປ່ຽນ ວຽກງານການສື່ສານດ້ານການປົກປ້ອງເດັກຈາກການໃຊ້ແຮງງານເດັກ ລະຫວ່າງວັນທີ 26 ຫາ 27 ພະຈິກນີ້ ທີ່ໂຮງແຮມຊະນະແກ້ວ ແຂວງຫຼວງພະບາງ, ໂດຍການເປັນປະທານຂອງທ່ານ ມີໄຊ ໄຊເກີຢາຈົງຕົວ ຫົວໜ້າພະແນກແຮງງານ ແລະ ສະຫັວດດີການສັງຄົມແຂວງ, ມີທ່ານ ນາງ ວິໄລຄອນ ແກ້ວບຸນທັນ ຫົວໜ້າພະແນກປົກປ້ອງ ແລະ ຊ່ວຍເຫຼືອເດັກ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫັວດດີການສັງຄົມ ພ້ອມດ້ວຍນັກຂ່າວເມືອງ, ພະນັກງານຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງເພື່ອສ້າງຄວາມເຂົ້າໃຈເພີ່ມ ແລະ ສ້າງຄວາມເຂົ້າໃຈຮ່ວມກັນກ່ຽວກັບຄວາມສ່ຽງໃນການປົກປ້ອງເດັກ, ຄຳສັບທີ່ໃຊ້ ແລະ ຫຼັກການ “ບໍ່ເຮັດໃຫ້ເກີດອັນຕະລາຍ” ສໍາລັບສື່ສານມວນຊົນ , ເພີ່ມທະວິຈັນຍາບັນ ແລະ ຄວາມປອດໄພສໍາລັບເດັກນ້ອຍ, ການຂໍອະນຸຍາດ ເພື່ອໃຊ້ຂໍ້ຄວາມ ຄຳເວົ້າ ແລະ ຮູບພາບ ໃນການລາຍງານຂ່າວ (ລວມທັງໃນສື່ສັງຄົມອອນລາຍ) ຮ່ວມກັນສ້າງຈັນຍາບັນຂອງສື່, ການຕັ້ງຫົວຂໍ້ຂ່າວ/ຮູບແບບການຂຽນ, ແລະ ແບບຮ່າງຂອງຄຳຖະແຫຼງການຮ່ວມກັນ, ກຳນົດກິດຈະກຳຮ່ວມກັນໃນການສົ່ງເສີມການຄຸ້ມຄອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກ.